(ພາບ: TTXVN)
ໝາກຜົນດ້ານ ເສດຖະກິດທີ່ຕັ້ງໜ້າຂອງ ຫວຽດນາມ ໃນເຄິ່ງຕົ້ນປີ 2026 ນີ້ສະແດງໃຫ້ເຫັນເຖິງຄວາມຕ້ານທານທີ່ເຂັ້ມແຂງ ແລະ ຄວາມສາມາດບົ່ມຊ້ອນໃນການຮັກສາການເຕີບໂຕຢ່າງແຮງ. ນີ້ແມ່ນຄຳຢືນຢັນຂອງທ່ານ Shantanu Chakraborty, ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳ ຫວຽດນາມ, ທີ່ພິທີປະກາດຊື່ສິງພິມແງ່ຫວັງການພັດທະນາ ອາຊີ (ADO) ເດືອນ ກັນຍາ 2026, ຈັດຂຶ້ນໃນຕອນເຊົ້າວັນທີ 23 ກັນຍາ, ຢູ່ຮ່າໂນ້ຍ.
ຕາມທ່ານ Shantanu Chakraborty ແລ້ວ, ຍອດຜະລິດຕະພັນພາຍ (GDP) ຂອງ ຫວຽດນາມ ບັນລຸໄດ້ລະດັບເຕີບໂຕທີ່ໜ້າປະທັບໃຈ 8.2% ໃນເຄິ່ງຕົ້ນປີ 2026.
“ຫວຽດນາມ ກ້າວເຂົ້າສູ່ປີ 2026 ດ້ວຍທ່າເຕີບໂຕເຂັ້ມແຂງທີ່ສຸດ ແລະ ສືບຕໍ່ປະຕິບັດເປັນຢ່າງດີໃນເຄິ່ງຕົ້ນປີ 2026, ໂດຍບໍ່ຫົວຊາຕໍ່ສະພາບແວດລ້ອມທົ່ວໂລກທີ່ມີຄວາມຂາດສະຖຽນລະພາບຫຼາຍຢ່າງ. ADB ໄດ້ຍົກລະດັບການຄາດຄະເນ ການເຕີບໂຕຂອງ ຫວຽດນາມ ຂຶ້ນເປັນ 7,8% ໃນປີ 2026, ເພີ່ມຂຶ້ນຈາກລະດັບ 7.2% ໃນບົດອັບເດດເດືອນ ກໍລະກົດ ຂອງພວກຂ້າພະເຈົ້າ.”
ຕາມ ADB, ວິວັດການປະຕິຮູບຢ່າງຕໍ່ເນື່ອງ ຈະເປັນກຸນແຈເພື່ອໃຫ້ ຫວຽດນາມ ຍົກສູງສະມັດຕະພາບ, ປັບປຸງກຳລັງແຮງພາຍໃນ ແລະ ກ້າວເຂົ້າໃກ້ກັບກາຍເປັນປະເທດມີລາຍຮັບສູງໃນໄລຍະຈະມາເຖິງ.
