ຄະນະປະຕິບັດງານ ຫວຽດນາມ ລວມມີພະນັກງານ, ນັກຮົບ 124 ຄົນ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມ. ຕ້ອນຮັບຄະນະປະຕິບັດງານ ຫວຽດນາມ ຢູ່ສະໜາມບິນ ມີທ່ານ Yvan Gil Pinto ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ, ທ່ານ Mauricio Rodríguez Gelfenstein ຮອງລັດຖະມົນຕີການຕ່າງປະເທດ, ທ່ານພົນໂທ Jonás Gerardo Páez Cabrera, ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ເວເນຊູເອລາ ພ້ອມດ້ວຍຜູ້ຕາງໜ້າທີ່ມາຈາກຫຼາຍກະຊວງ, ຂະແໜງການຂອງປະເທດປະຈຳຖິ່ນ.
ເມື່ອກ່າວຄຳເຫັນທີ່ພິທີຕ້ອນຮັບ, ທ່ານລັດຖະມົນຕີການຕ່າງປະເທດ ເວເນຊູເອລາ Yvan Gil Pinto ຢັ້ງຢືນວ່າ ເລື່ອງງຫວຽດນາມ ຈັດສົ່ງກຳລັງກູ້ໄພກູ້ຊີບມາຍັງ ເວເນຊູເອລາ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈໄມຕີຈິດມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ. ທ່ານພົນຈັດຕະວາ ຟ້າມວັນຕິ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ໃຫ້ຮູ້ວ່າ ບັນດາກຳລັງຈະປະຕິບັດໜ້າທີ່ດ້ວຍຈິດໃຈຄວາມຮັບຜິດຊອບສູງສຸດ, ຖືການຊ່ວຍເຫຼືອປະຊາຊົນ ເວເນຊູເອລາ ຄືດັ່ງການຊ່ວຍເຫຼືອພໍ່ແມ່ປະຊາຊົນຂອງປະເທດຕົນ.
ພາຍຫຼັງທີ່ຄະນະປະຕິບັດງານ ຫວຽດນາມ ໄດ້ຮັບການສັບຊ້ອນບ່ອນຢູ່ຢ່າງຮຽບຮ້ອຍແລ້ວ, ທ່ານ ພົນເອກ Gustavo López ລັດຖະມົນຕີກະຊວງປ້ອງກັນປະເທດ ເວເນຊູເອລາ ໄດ້ລົງຢ້ຽມຢາມ ແລະ ສະແດງຄວາມຂອບໃຈຕໍ່ບັນດາພະນັກງານ, ນັກຮົບ ຫວຽດນາມ ໃນທັນທີ.
ກວາງຈູງ, ນັກຂ່າວ VOV ປະຈຳ ອາເມລິກາ
