ນັບ​ແຕ່​ວັນ​ທີ 01 ກໍ​ລະ​ກົດ, ມີ​ກົດ​ໝາຍ​ສຳ​ຄັນຫຼາຍ​ສະ​ບັບ​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ, ເຊັ່​ນ: ກົດ​ໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ 2025; ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ 2026; ກົດ​ໝາຍ​ວ່າ​ດ້ວຍ​ການ​ຄ້າ​ເອ​ເລັກ​ໂຕນ​ິກ 2025; ກົດ​ໝາຍ​ວ່າ​ດ້ວຍ​ລາຍ​ຮັບສ່ວນ​ບຸກ​ຄົນ 2025; ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ພາ​ສີອາ​ກອນ 2025; ກົດ​ໝາຍ​ວ່າ​ດ້ວຍ​ການ​ຫັນ​ເປັນ​ດີ​ຈີ​ຕ​ອນ 2025; ກົດ​ໝາຍ​ວ່າ​ດ້ວຍ​ການສຳ​ຮອງ​ແຫ່ງ​ຊາດ 2025; ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຢັດ, ຕ້ານ​ປະ​ກົດ​ການ​ຟ​ຸມ​ເຟືອຍ 2025; ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ 2025; ກົດ​ໝາຍ​ວ່າ​ດ້ວຍ​ເຕັກ​ໂນ​ໂລ​ຢີ​ສູງ 2025; ກົດ​ໝາຍ​ວ່າ​ດ້ວຍ​ພາ​ລະ​ກອນ 2025; ກົດ​ໝາຍ​ວ່າ​ດ້ວຍ​ປະ​ຊາ​ກອນ 2025…

ໃນ​ນັ້ນ, ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ, ກົດໝາຍ​ວ່າຄວາມ​ປອດ​ໄພ​ທາງ​ໄຊ​ເບີ 2025 ໄດ້​ຫັນ​ແຜນ​ນະ​ໂຍບາຍ, ນະ​ໂຍ​ບາຍ​ຂອງ​ພັກ, ລັດ ກ່ຽວ​ກັບ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ແຫ່ງ​ຊາດ, ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ໃນເຄືອ​ຂ່າຍ​ອິນ​ເຕີ​ເນັດ ເປັນ​ລະ​ບອບ​ລະ​ບ​ຽບ​ການ​​ຢ່າງ​ຄົບ​ຖ້ວນ; ພ້ອມ​ທັງ​ຮັບ​ປະ​ກັນ​ຄວາມ​ກົມ​ກຽວ​ລະ​ຫວ່າງ​ຄຳ​ຮຽກ​ຮ້ອງ​ປົກ​ປ້ອງ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ການ​ຫັນ​ເປັນ​ດີ​ຈ​ີ​ຕອນ​ແຫ່ງ​ຊາດ.

ໄປ​ຄຽງ​ຄູ່​ກັບ​ກົດ​ໝາຍສະ​ບັບ​ຕ່າງໆ​ແລ້ວ, ຍັງ​ມີຫຼາຍ​ນະ​ໂຍ​ບາຍ​ກ່ຽວ​ກັບ​ເງິນ​ເດືອນ, ເງິນ​ອຸດ​ໜູນ; ການ​ປັບ​ໄໝ​ກໍ​ລະ​ນີ​ລະ​ເມີດ​ດ້ານ​ກ​ານບໍ​ລິ​ຫານ​ໃນ​ຂົງ​ເຂດ​​ໄປ​ສະ​ນີ, ປະ​ກັນ​ໄພ; ການ​ກໍ່​ສ້າງ… ກໍ​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ ນັບ​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ.