(ພາບ: TTXVN)
ຕອນເຊົ້າວັນທີ 02 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມກັບບັນດາການນຳພັກ, ລັດ, ອະດີດການນຳພັກ, ລັດ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນນະຄອນ ໄຊ່ງ່ອນ - ຢາດິ້ງ ໃສ່ຊື່ປະທານ ໂຮ່ຈີມິນ (02 ກໍລະກົດ 1976 – 02 ກໍລະກົດ 2026).
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢັ້ງຢືນຄວາມໝາຍປະຫວັດສາດຂອງເລື່ອງນະຄອນ ໄຊງ່ອນ - ຢາດິ້ງ ໃສ່ຊື່ປະທານ ໂຮ່ຈີມິນ 50 ປີກ່ອນ; ຕີລາຄາສູງຜົນງານ 50 ປີແຫ່ງການພັດທະນາຂອງນະຄອນ ໂຮ່ຈີມິນ, ພ້ອມກັນນັ້ນກໍ່ເນັ້ນໜັກເຖິງບັນດາການກຳນົດທິດພັດທະນາໃນໄລຍະໃໝ່.
“ຫວນຄືນ 50 ປີ, ບໍ່ອາດເພິ່ງພໍໃຈຕໍ່ໝາກຜົນທີ່ບັນລຸໄດ້ ຫາກເພື່ອສືບຕໍ່ກ້າວຂຶ້ນຢ່າງແຂງແຮງກວ່າໃນໄລຍະໃໝ່. ນະຄອນ ໂຮ່ຈີມິນ ໃໝ່ໄດ້ເຕົ້າໂຮມບັນດາທ່າແຮງສຳຄັນ, ແມ່ນສູນກາງຕົວເມືອງການເງິນ, ການຄ້າ, ການບໍລິການ, ເຂດອຸດສາຫະກຳເຕັກໂນໂລຊີນະວັດຕະກຳ, ເສດຖະກິດ, ທ່ອງທ່ຽວ… ພ້ອມກັບແຫຼ່ງຊັບພະຍາກອນຢ່າງຫຼວງຫຼາຍ, ມີພູມປັນຍາ, ມີຄວາມຮັບຜິດຊອບ. ສະນັ້ນ, ຕ້ອງສ້າງນະຄອນ ໂຮ່ຈີມິນ ໃຫ້ກາຍເປັນຕົວເມືອງໃຫຍ່ຍຸດທະສາດ, ມີກຳລັງແກ່ງແຍ້ງຢູ່ພາກພື້ນ ແລະ ສາກົນ”.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມອບຮູບປັ້ນປະທານ ໂຮ່ຈີມິນ ໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ.
