Nhảy đến nội dung
English Vietnamese Chinese French German Indonesian Japanese Khmer Korean Lao Russian Spanish Thai
VOV5 World

Đa phương tiện tiếng Lào

Radio Podcast Media
Listen on
English
en-US English
VN Vietnamese
CN Chinese
FR French
DE German
ID Indonesian
JP Japanese
KH Khmer
KR Korean
LA Lao
RU Russian
ES Spanish
TH Thai

Menu mobile tiếng Lào

  • ຂ່າວເດັ່ນ
  • ຊີ​ວິດ​ໃນ​ເມືອງ
  • ພາບສາລະຄະດີ
  • ຟັງລາຍການໃນສັບປະດາ
  • ສາລະຄະດີ
  • ຫວຽດ​ນາມ - ສັງ​ກາດ​ບຸກ​ບືນ
  • ສະຖານະການ ການເມືອງ
  • ປະເທດຊາດ ແລະ ຊາວຫວຽດນາມ
  • ວີດີໂອ
  • ວັດທະນະທໍາ

Mạng xã hội

ຕິດຕາມ VOV World

ຕິດຕໍ່

(084) 24 38266809
(084) 38266707
ເລກທີ 45, ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ, ຫວຽດນາມ
vovworld@vov.vn
  • Close
  • EN English
  • VN Vietnamese
  • CN Chinese
  • FR French
  • DE German
  • ID Indonesian
  • JP Japanese
  • KH Khmer
  • KR Korean
  • LA Lao
  • RU Russian
  • ES Spanish
  • TH Thai
English English
English Vietnamese Chinese French German Indonesian Japanese Khmer Korean Lao Russian Spanish Thai

Menu trang chủ tiếng Lào

  • ຂ່າວເດັ່ນ
  • ຊີ​ວິດ​ໃນ​ເມືອງ
  • ຜູ້​ຟັງ​ກັບ​ພາກ​ພາ​ສາ​ລາວ
  • ສາລະຄະດີ
  • ຫວຽດ​ນາມ - ສັງ​ກາດ​ບຸກ​ບືນ

menu phụ tiếng Lào

ສະຖານະການ ການເມືອງ
  1. Media

ທ່ອງທ່ຽວ ວິ້ງລອງ: ສືບຕໍ່ຂຽນເລື່ອງລາວດ້ານວັດທະນະທຳຢູ່ “ອານາຈັກດິນຈີ່ດິນເຜົາ”

Facebook Share Facebook
ວັນອາທິດ, 22:40, 28/06/2026
VOV5

[VOVWORLD] - ຫຼາຍລຸ້ນຄົນມານີ້, ປະຊາຊົນທີ່ດຳລົງຊີວິດຢູ່ແຄມຄອງນ້ຳ ໄທກາຍ (ແຂວງ ວິ້ງລອງ) ໄດ້ຕິດພັນກັບອາຊີບເຮັດດິນຈີ່ດິນເຜົາ, ສ້າງເປັນບັນດາເຕົາເຜົາວົງມົນດັ້ງເດີມທີ່ເປັນເອກະລັກສະເພາະ. ປະຈຸບັນນີ້, ອານາຈັກຜະລິດດິນຈີ່ດິນເຜົານີ້ໄດ້ຮັບຄວາມຫວັງວ່າ ຈະຫັນປ່ຽນຕົນເອງດ້ວຍທີ່ຕັ້ງໃໝ່ - ເປັນສະຖານທີ່ທ່ອງທ່ຽວວັດທະນະທຳທີ່ເປັນເອກະລັກສະເພາະຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

ຖ້າຢາກແວ່ຍາມໝູ່ບ້ານເຮັດອາຊີບດິນຈີ່ ມາງທິດ, ແຂກທ່ອງທ່ຽວຄວນຊອກຫາເສັ້ນທາງໄປຄອງນ້ຳ ໄທກາຍ, ບໍລິເວນຕາແສງ ເຍິນຝູ, ແຂວງ ວິ້ງລອງ. ຢູ່ແຫ່ງນີ້ໄດ້ເຕົ້າໂຮມເຕົາເຜົາດິນຈີ່ທີ່ຍັງຮັກສາການອອກແບບສະຖາປັດຕະຍາກຳທີ່ເປັນມູນເຊື້ອໄວ້ໄດ້.

ປະຈຸບັນ, ຕາແສງ ເຍິນຝູ ຍັງມີເຕົາເຜົາດິນຈີ່ຮູບວົງມົນດັ້ງເດີມນັບຮ້ອຍເຕົາ, ສ່ວນຫຼາຍແມ່ນຢູ່ແຄມຄອງນ້ຳ ໄທກາຍ ຕິດພັນກັບຮູບແບບຂົນສົ່ງສິນຄ້າທາງນ້ຳ ນັບແຕ່ກ່ອນມາ.

ດ້ວຍການອອກແບບສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະ, ມີຫຼາຍເຕົາເຜົາດິນຈີ່ຢູ່ ວິ້ງລອງ ພວມດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ, ພິເສດແມ່ນລຸ້ນໜຸ່ມມາຢ້ຽມຊົມ, ລົງຕົວຈິງ.

ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ, ອຳນາດການປົກຄອງທ້ອງຖິ່ນໄດ້ໜູນຊ່ວຍ, ສົ່ງເສີມປະຊາຊົນສວມບົດບາດເປັນເຈົ້າເພື່ອອະນຸຮັກສາ ແລະ ປະດິດຄິດສ້າງ, ບໍ່ມ້າງເຕົາເຜົາດິນຈີ່ເກົ່າ ຫາກຢຶດໝັ້ນຮັກສາໄວ້, ສ້າງວິທີຫາເງິນລ້ຽງຊີບຈາກການເຄື່ອນໄຫວບໍລິການທ່ອງທ່ຽວ.

ຢູ່ເຂດຢ້ຽມຢາມ ເຟືອກເລີ້ຍ (ຕາແສງ ເຍິນຝູ, ແຂວງ ວິ້ງລອງ), ທ່ານ ວໍ້ວັນເລີ້ຍ ໄດ້ປ່ຽນເຕົາເຜົາດິນຈີ່ເກົ່າທີ່ເປ່ເພໃຫ້ກາຍເປັນຈຸດຖ່າຍຮູບທີ່ເປັນເອກະລັກສະເພາະ.

ສິ່ງສຳຄັນທີ່ສຸດ, ທ່ານ ເລີ້ຍ ຢືນຢັນວ່າ ຈະຮັກສາເຕົາເຜົາວົງມົນແບບດັ້ງເດີມນີ້ໄວ້ ຄືດັ່ງມໍລະດົກສືບທອດ, ເຖິງວ່າລູກຫຼານຈະບໍ່ເດີນຕາມອາຊີບເຮັດດິນຈີ່ອີກ.

ທ່ານ ວໍວັນເລີ້ຍ ກໍ່ສະເໜີໃຫ້ອຳນາດການປົກຄອງທ້ອງຖິ່ນ ໜູນຊ່ວຍວຽກງານໂຄສະນາຈຸດທ່ອງທ່ຽວ, ອົບຮົມທັກສະຮັບໃຊ້ແຂກທ່ອງທ່ຽວ, ໂດຍສະເພາະແມ່ນເສັ້ນທາງຢູ່ຕາແສງຕ້ອງໄດ້ຍົກລະດັບເປີດກວ້າງ, ສ້າງເງື່ອນໄຂຕ້ອນຮັບຄະນະນັກທ່ອງທ່ຽວຈຳນວນຫຼາຍ.

ໃນອະນາຄົດ, ເຍິນຝູ ໄດ້ຮັບຄວາມຫວັງວ່າ ຈະກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈຂອງແຂວງ ວິ້ງລອງ ຖ້າໄດ້ຮັບການລົງທຶນບັນດາພື້ນຖານໂຄງລ່າງໃໝ່ຕື່ມອີກຄື ຫໍພິພິຕະພັນດິນຈີ່, ທ່າເຮືອທ່ອງທ່ຽວ, ສະໜາມຫຼວງແຄມແມ່ນ້ຳ…

Tag:
ຂ່າວ/ບົດ​ໃໝ່
ສົນ​ໃຈ​ຫຼາຍ​ສຸດ
English Vietnamese Chinese French German Indonesian Japanese Khmer Korean Lao Russian Spanish Thai
ພະແນກຕ່າງປະເທດ
ສະຖານີວິທະຍຸສຽງແຫ່ງຫວຽດນາມ
Director: Pho Cam Hoa
Deputy Director: Nguyen Thu Hoa
Deputy Director: Bui Manh Hung
Deputy Director: Cao Dinh Trung

ຕິດຕໍ່

(084) 24 38266809
(084) 38266707
ເລກທີ 45, ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ, ຫວຽດນາມ
vovworld@vov.vn

Mạng xã hội

ຕິດຕາມ VOV World:
BÁO ĐIỆN TỬ TIẾNG NÓI VIỆT NAM
ຕິດຕາມ VOV World:
BÁO ĐIỆN TỬ TIẾNG NÓI VIỆT NAM

menu footer tiếng Lào

ຂ່າວເດັ່ນ
ຂ່າວເຫດການ
ຄົ້ນຫາຫວຽດນາມ
ຊາຍຄາອາຊຽນ
ຊີ​ວິດ​ສັງ​ຄົມ
ຊີ​ວິດ​ໃນ​ເມືອງ
ດ້ຽນບຽນ​ຝູທາງ​ອາກາດ
ບຸນປີໃໝ່ປະຈຳຊາດ
ປະຕູແຫ່ງເມດຕາ
ພາບສາລະຄະດີ
ວັດທະນະທໍາ
ວີດີໂອ
ສະຖານະການ ການເມືອງ
ສາລະຄະດີ
ອາຫານຫວຽດນາມ
Copyright © VOV5. All rights reserved. Developed and operated by SolidTech License 14444 / GP BTTTT issued 05/09/2011 2113 / GP - BTTTT issued 06/12/2011