ຈາກ​ແອັດ​ສະ​ປາຍ, ທ່ານ José Ignacio Cos Lezama ແບ່ງ​ປັນ​ວ່າ: ລາຍ​ການ “​ໂອ້​ລົມ​ກັບ​ຜູ້​ຟັງ”​ ຍາມ​ໃດ​ກໍ່​ແມ່ນ​ຈຸດ​ນັດ​ພົບ​ທີ່​ລຶ້ງ​ເຄີຍ​ຂອງ​ຜູ້​ຟັງ ແລະ ຜູ້​ມັກ​ຮັກ​ລາຍ​ການ. ນີ້​ແມ່ນ​ບ່ອນ​ທີ່ພວກ​ຂ້າ​ພະ​ເຈົ້າ​ພ້ອມ​ກັນ​ແບ່ງ​ປັນ​ເລື່ອງ​ລາວ​ໃນ​ຊີ​ວິດ, ບັນ​ດາ​ຄວາມ​ໄຝ່​ຝັນ ແລະ ຄວາມ​ຫວັງ​ ຍາມ​ໃດ​ກໍ່​ຍັງຮ່ວມ​ເດີນ​ທາງກັບ​ຊີ​ວິດ​ຂອງ​ແຕ່​ລະ​ຄົນ.

ທ່ານ Stefan Druschke ​ມາ​ຈາກ ເຢຍ​ລະ​ມັນ ​ໄດ້​ຂຽນ​ວ່າ: ຂ້າ​ພະ​ເຈົ້າ​ມັກ​ຟັງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຜ່ານ​ຄື້ນ​ສັ້ນ. ຜ່ານ​ນັ້ນ, ຂ້າ​ພະ​ເຈົ້າ​ກໍ່ໄດ້ຮູ້​ຕື່ມ​ກ່ຽວ​ກັບ ຫວຽດ​ນາມ. ລາຍກ​ານ​ມື້​ນີ້​ກໍ່​ດີຫຼາຍ. ຂ້າ​ພະ​ເຈົ້າ​ມັກ​ບົດ​ຂຽ​ນ​ກ່ຽວ​ກັບ​ວັນ​ບຸນ ເຫຼົາ​ເຊີນ​ຈ່າງ. ດີຫຼາຍ​ເມື່ອ​​ບັນ​ດາ​ລາຍ​ການພວກ​ເພື່ອນໄດ້​ສະ​ໜອງ​ຂໍ້​ມູນ​ກ່ຽວ​ກັບ​ປະ​ຫວັດ​ສາດ​ບັນ​ດາ​ເຜົ່າ​ທີ່​ແຕກ​ຕ່າງ​ກັນ​ຢູ່ ຫວຽດ​ນາມ.

ທ່ານ Heng Kosal ຢູ່​ Kampong Som, ​ກຳ​ປູ​ເຈຍ ໄດ້​ຂຽນ​ວ່າ: ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ໄປ ​ຫວຽດ​ນາມ, ແຕ່​ຂ້າ​ພະ​ເຈົ້າ​ມັກ​ບັນ​ດາ​ບົດ​ຂຽນ​ກ່ຽວ​ກັບ ​ຮ່າ​ໂນ້ຍ, ນິງ​ບິ່ງ, ດ່າ​ນັ້ງ ຜ່ານ​ເວັບ​ໄຊ ຂອງ VOV. ຂ້າ​ພະ​ເຈົ້າ​ປາດ​ຖ​ະ​ໜາ​ວ່າຈະ​ມີ​ໂອ​ກາດ​ມາ​ທ່ຽວ​ບັນ​ດາ​ນະ​ຄອນ​ທີ່​ສວຍ​ງາມ​ນີ້.

ເພື່ອນ ດວງ​ໃຈ, ຢູ່ແຂວງ ວຽງຈັນ ໄດ້ສົ່ງອີເມວເຖິງລາຍການໂດຍຢາກຖາມກ່ຽວກັບເຂດປູກຕົ້ນໝາກອາງຸ່ນຢູ່ແຂວງ ນິງທ້ວນ, ເພື່ອນໃຫ້ຮູ້ວ່າ: ຂ້້າພະເຈົ້າ ແລະ ເອື້ອຍ ມັກກິນໝາກອາງຸ່ນຫຼາຍ, ມື້ກ່ອນ, ຊາວຫວຽດ ຄົນໜຶ່ງຢູ່ບ້ານໃກ້ຄຽງໄດ້ມອບໝາກອາງຸ່ນ ແລະ ໝາກກະທັນມາໃຫ້, ຖາມແລ້ວຈຶ່ງຮູ້ວ່າ ໝາກໄມ້ສອງຊະນິດນີ້ປູກຢູ່ ຫວຽດນາມ. ຂ້າພະເຈົ້າຢາກຮູ້ແຈ້ງກ່ຽວກັບເຂດປູກໝາກອາງຸ່ນນີ້ຕື່ມອີກ?

ເພື່ອນ ດວງ​ໃຈ ທີ່ຮັກແພງ, ແຂວງ ແຄ້ງ​ຮ່​ວາ - ເຂດດິນແດນແຄມ​ທະ​ເລຂອງພາກກາງຕອນ​ໃຕ້ ຫວຽດນາມ ທີ່ມີແດດ ແລະ ຊາຍຂາວຫຼາຍ, ເປັນທີ່ຮູ້ຈັກກັນດີແມ່ນເຂດປູກຕົ້ນໝາກອາງຸ່ນ. ຕົ້ນອາງຸ່ນໄດ້ກາຍເປັນຕົ້ນປູກຜະລິດເປັນສິນຄ້າ ແລະ ແມ່ນປະເພດໝາກໄມ້ທີ່ມີລົດຫວານແຊບ, ມີກິ່ນຫອມທີ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍຄົນ. ປັດ​ຈຸ​ບັນ, ໃນ​ບໍ​ລິ​ເວນ​ແຂວງ ແຄ້ງ​ຮ​ວ່າ ​ມີ​ເນື້ອ​ທີ່​ປູກ​ອາ​ງຸ່ນ 1.300 ເຮັກ​ຕາ, ປະລິມານການຜະລິດ 40.000ໂຕນ/ປີ. ຕາມ​ແຜນ​ການ, ຮອດ​ປີ 2030 ທົ່ວ​ແຂວງ​ຈະ​ມີ​ເນື້ອ​ທີ່​ປູກອາ​ງຸ່ນ 2.000 ເຮັກ​ຕາ ດ້ວຍ​ປະລິມານການຜະລິດ 72.000 ໂຕນ/ປີ. ໃນ​ນັ້ນ, ທ້ອງ​ຖິ່ນ​ສະ​ຫງວນ 300 ເຮັກ​ຕາ​ ​ດ້ວຍ​ປະລິມານການຜະລິດ 8.000 ໂຕນ​ເພື່ອ​ຮັບ​ໃຊ້​ການ​ສົ່ງ​ອອກ. ດັ່ງ​ນັ້ນ, ຜົນ​ສຳ​ເລັດ​ຂອງ​ອາ​ງຸ່ນ ​ແຄ້ງ​ຮ່​ວາ ​ໃນ​ຊຸມ​ປີ​ຜ່ານ​ມາ​ບໍ່​ພຽງ​ແຕ່​ຢູ່​ລະ​ດັບ​ປັດ​ຈຸ​ບັນ​ເທົ່າ​ນັ້ນ​ ຫາກ​ຍັງ​ສາ​ມາດ​ບືນ​ຕົວ​ຂຶ້ນ​ສູງກວ່າ​ໃນຫຼາຍ​ປີ​ຈະ​ມາ​ເຖິງ. ສະຕິເຈດ​ຈຳ​ນົງ ແລະ ຄວາມ​ສາ​ມັກ​ຄີ​ຂອງ​ຜູ້​ປູກ​ອາ​ງຸ່ນ​ທີ່ໄດ້ດີຢູ່​ແລ້ວນັ້ນ, ປັດ​ຈຸ​ບັນ​ຕ້ອງ​ດີກວ່າ. ພິ​ເສດ​​ຕ້ອງ​ເພີ່ມ​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ເຂົ້າໃນ​ການ​ຜະ​ລິດ​ກະ​ສິ​ກຳ, ຍ້ອນ​ວ່າ​ໃນ​ຕົວ​ຈິງ, ​ແຄ້ງ​ຮ່​ວາ​ ​ຍັງ​ມີໜ້າພຽງທີ່​ບໍ່ທັນ​ບັນ​ລຸ​ລະ​ດັບ​ສູງໃນ​ຂົງ​ເຂດ​ນີ້.

ໄປ​ຄຽງ​ຄູ່​ກັນ​ນັ້ນ, ​ແຄ້ງ​ຮ່​ວາ ກໍ່​ສືບ​ຕໍ່​ມຸ່​ງ​ໄປ​ເຖິງ​ບັນ​ດາ​ຜົນ​ສຳ​ເລັດ​ໃໝ່. ບັນ​ດາ​ວິ​ສາ​ຫະ​ກິດກໍ່​ຕັ້ງ​ໜ້າ​ຊອກ​ຫາ​ຕະຫຼາດ​, ຕັ້ງ​ໜ້າ​ປະ​ສານ​ສົມ​ທົບ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ຂັ້ນ​ຕອນ​ເກັບ​ຮັກ​ສາ, ຈຳ​ໜ່າຍ​ຜະ​ລິ​ດ​ຕະ​ພັນ. ປັດ​ຈຸ​ບັນບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ ພວມ​ເພີ່ມ​ທະ​ວີ​ການ​ກຳ​ນົດ​ທິດ, ເຈ​ລະ​ຈາ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ນັກ​ລົງ​ທຶນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ພ້ອມ​ກັນ​ນັ້ນ​ແມ່ນ​ການ​ນຳ​ຖັນ​ແຖວ​ພະ​ນັກ​ງານ​ເຕັກ​ນິກ​ເຂົ້າ​ມາແນະ​ນຳ, ຝືກ​ອົ​ບ​ຮົບ​ຢ່າງ​ລະ​ອຽດ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ. ທຸກ​ວຽກ​ງານ​ດັ່ງ​ກ່າວ​ຈະ​ນຳ​ໝາກ​ອາ​ງຸ່ນ ແຄ້ງ​ຮ່​ວາ ໃຫ້​ບືນ​ຕົວ​​ອອກ​ໄປ​ໄກ.

ທ່ານ ນາງ ຈັນ​ທິ​ດາ ບົວ​ສອນ, ມາ​ຈາກ​ແຂວງ​ ຄຳ​ມ່ວນ ​ໄດ້​ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ, ເພື່ອນ​ໃຫ້​ຮູ້​ວ່າ: ເດືອນ​ພ​ະ​ຈິກ​ປີ​ນີ້ ຂ້າ​ພະ​ເຈົ້າ​ຈະ​ໄປ​ຢາມ​ເພື່ອນ​ຢູ່​ແຂວງ ດຽນ​ບຽນ, ຫວຽດ​ນາມ. ຫວັງ​ວ່າ ​ບັນ​ນາ​ທິການ​ລາຍ​ການ​ຈະ​ແນະ​ນຳ​ກ່ຽວກັບກິດ​ຈະ​ກຳ​ວັນ​ບຸນ​ຈຳ​ນວ​ນ​ໜຶ່ງ​ທີ່ຈະ​ດຳ​ເນີນ​ໃນ​ເດືອນ​ພະ​ຈິກ ຢູ່​ບັນ​ດາ​ແຂວງ​ເຂດ​ພູ​ສູງ​ທາງ​ທິດ​ເໜືອ ໃຫ້​ຂ້າ​ພະ​ເຈົ້າດ້ວຍ, ເພື່ອ​ຖ້າ​ມີ​ໂອ​ກາດ​ຂ້າ​ພະ​ເຈົ້າ​ຈະ​ເຂົ້າ​ຮ່ວມ.

ເພື່ອນ ຈັນ​ທິ​ດາ ບົວ​ສອນ ​ທີ່​ຮັກ​ແພງ, ເດືອນ​ພະ​ຈິກ ​ແມ່ນ​ຈຸດ​ເວ​ລາ​ທີ່​ດີ​ທີ່​ສຸດ​ໃນ​ປີ​ເພື່ອ​ຄົ້ນ​ຫາ​ບັນ​ດາ​ແຂວງ​ເຂດ​ພູ​ສູງ​ທາງ​ທິດ​ເໜືອ ດ້ວຍ​ຈຸດ​ພົ້ນ​ເດັ່ນ​ແມ່ນ​ວັນ​ບຸນດອກ​ບັກວິດ ຢູ່ ຕຽນ​ກວາງ, ພ້ອມ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ວັດ​ທະ​ນະ​ທຳ​ທີ່​ພົ້ນ​ເດັ່ນ​ຢູ່ ​ລາວ​ກາຍ ແລະ ລາຍ​ເຈົາ. ໃນ​ນັ້ນ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວທີ່​ພົ້ນ​ເດັ່ນ ​ລວມ​ມີ:

ວັນ​ບຸນ ດອກບັກວິດ: ຈັດຂຶ້ນໃນ​ເດືອນ​ພະ​ຈິກ, ແມ່ນ​ເຫດ​ການ​ປະ​ຈຳ​ປີ​ໃຫຍ່​ທີ່​ສຸດ ໂດຍ​ເຊີດ​ຊູ​ຄວາມ​ງາມ​ຂອງດອກ​ໄມ້​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ພູ​ພຽງ​ຫີນ. ແຂກ​ທ່ອງ​ທ່ຽວ​ອາດ​ສາ​ມາດ​ຮັບ​ຊົມ​ທົ່ງ​ດອກ​ໄມ້​ທີ່ມີສີສັນສວຍງາມ ແລະ ລົງ​ຕົວ​ຈິງ​ບັນ​ດາ​ຕະຫຼາດ​ນັດ​ເຂດ​ພູ​ສູງ, ດັງ​ໄຟ​ຕັ້ງຄ້າຍ ພ້ອມ​ກັບ​ບັນ​ດາ​ບົດ​ຟ້ອນ​ທີ່​ເປັນ​ມູນ​ເຊື້ອ.

Festival ແມ່​ນ້ຳ​ແດງ (ລາວ​ກາຍ): ເຄີຍ​ຈັດ​ຂຶ້ນໃນ​ກາງ​ເດືອນ​ພະ​ຈິກ, ລວມ​ມີ​ບັນ​ດາ​ກິດ​ຈະ​ກຳ​ວາງ​ສະ​ແດງ​ພາບ​ຖ່າຍ “ວັດ​ທະ​ນະ​ທຳ​ແມ່​ນ້ຳ​ແດງ - ສີ​ສັນ​ເຕົ້າ​ໂຮມ​ກັນ”, ການວາງ​ສະ​ແດງ​ມໍ​ລະ​ດົກ, ລາຍການສະ​ແດງ​ສິ​ລະ​ປະ ແລະ ສົ່ງ​ເສີມ​ການ​ຄ້າ​ການ​ທ່ອງ​ທ່ຽວ.

ວັນ​ບຸນ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ກະ​ເສດ (ລາຍ​ເຈົາ): ຈັດ​ຂຶ້ນ​ໃນ​ກາງ​ເດືອນ​ພະ​ຈິກ​ເພື່ອ​ແນ​ໃສ່​ເຊີດ​ຊູ, ແນະ​ນຳ​ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ, ເຊື່ອມ​ຕໍ່​ການ​ພົບ​ປະ​ແລກ​ປ່ຽນ​ຄ້າ​ຂາຍ ແລະ ພັດ​ທ​ະ​ນາ​ການ​ທ່ອງ​ທ່ຽ​ວ​ທ້ອງ​ຖິ່ນ.