ໃນ​ອາ​ທິດ​ຜ່ານ​ມາ, ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກພາ​ສາ​ຕ່າງ​ປະ​ເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ໄດ້ຮັບຈົດໝາຍ, ອີເມວ 361 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 26 ສະບັບຈາກທ່ານຜູ້ຟັງລາວ.

ເພື່ອນ ແສງດາວົງ ​ຢູ່ແຂວງ ອັດຕະປື ໄດ້ສົ່ງຂໍ້ຄວາມມາ​ຫາ​ລາຍ​ການສະ​ແດງຄວາມສົນໃຈ​ເຖິງ​ສະ​ພາບ​​ການພັດທະນາເສດຖະກິດຂອງ ຫວຽດນາມ. ເພື່ອນ​ໄດ້ຂຽນວ່າ: “ຂ້າພະເຈົ້າ​ມີ​ຄວາມປະທັບໃຈ​ຕໍ່ເລື່ອງ ຫວຽດ​ນາມ ພວມ​ຫັນປ່ຽນທິດນະໂຍບາຍດຶງດູດການລົງທຶນ, ໂດຍໄດ້ສຸມເຂົ້າ​ໃນການດຶງດູດ​ການລົງທຶນ FDI ທີ່ມີຄຸນນະພາບສູງ ແລະ ການລົງທຶນຈາກ​ຕ່າງ​ປະ​ເທດ, ຜ່ານນັ້ນ, ກໍ່ເປີດຫຼາຍໂອກາດການຮ່ວມມື​ກັບ ລາວ ກວ່​າ​ອີກ. ໃນອະນາຄົດ, ຂ້າພະເຈົ້າຫວັງວ່າ ການຮ່ວມມືລະຫວ່າງ 2 ປະເທດຈະສືບຕໍ່ໄດ້​ຮັບ​ການ​ເປີດກວ້າງ​ໄປສູ່ຫຼາຍຂົງເຂດໃໝ່”.

+ ເພື່ອນ ​ວົງຄຳ, ມາຈາກນະຄອນຫຼວງ ວຽງຈັນ, ໄດ້ສົ່ງຈົດໝາຍມາ​ຫາລາຍການໂດຍແບ່ງປັນວ່າ: "ພາຍ​ຫຼັງ​ໄປ​ທ່ອງ​ທ່ຽວ​ຢູ່​ແຂວງ ກວາງ​ນິງ ກ່ອນນີ້ເປັນ​ເວ​ລາ​ຫຼາຍ​ປີ​ ແລະ ບໍ່ດົນມານີ້ຂ້າພະເຈົ້າໄດ້ໄປຢ້ຽມຢາມແຂວງ ກວາງນິງ ອີກເທື່​ອ​ໜຶ່ງ. ຂ້າພະເຈົ້າຮູ້ສຶກແປກປະ​ຫຼາດໃຈ​ເມື່ອ​ເຫັນໂສມໜ້າ​ໃໝ່​ຂອງ​ນະ​ຄອນ ​ກວາງ​ນິງ ທີ່​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ. ເຊິ່ງເປັນ​ນະ​ຄອນ​ທີ່ພວມບືນຕົວ​ຂຶ້ນຢ່າງແຮງ ບົນພື້ນຖານ​ທີ່​ຕັ້ງ​ບົດບາດໃໝ່ ແລະ ມີພື້ນທີ່ການພັດທະນາທີ່ກວ້າງຂວາງກວ່າ. ຂ້າພະເຈົ້າຫວັງວ່າ ການໄປຢ້ຽມຢາມແຂວງ ກວາງນິງ ໃນຄັ້ງຈະມາເຖິງນີ້, ນະ​ຄອນ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ໃຫ້​ກາຍ​ເປັນ​ນະ​ຄອນ​ທີ່ຂະ​ຫຍັນ​ຂັນ​ເຄື່ອນ ແລະ ແມ່ນ​ສະ​ຖານ​ທີ່ທ່ອງທ່ຽວທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຫຼາຍກວ່າ​ເກົ່າ".

+ ເພື່ອນ ບຸນທັນ ໄດ້ສົ່ງອີເມວ​ມາຫາລາຍການ​ໂດ​ຍ​ແບ່ງ​ປັນວ່າ: “ຂ້າພະເຈົ້າຂໍ​ສົ່ງຄຳຊົມເຊີຍວິທະຍຸ​ກະ​ຈາຍສຽງ ຫວຽດນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ຄົບ​ຮອບ 81 ປີ. ໃນຕະຫຼອດ 81 ປີຜ່ານມາ, VOV5 ​ຍາມ​ໃດ​ກໍ່ເປັນຂົວເຊື່ອມຕໍ່ທີ່ສຳຄັນ ເຊື່ອມຕໍ່​ນ້ຳ​ໃຈ​ມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງ ຫວຽດນາມ ແລະ ປະຊາຄົມສາ​ກົນ, ໂດຍສະເພາະແມ່ນລະຫວ່າງ ລາວ ແລະ ຫວຽດນາມ. ຜ່ານບັນ​ດາລາຍການ, ​ພວກ​ເພື່ອນໄດ້ ແລະ ​ພວມສືບຕໍ່​ຊຸກ​ຍູ້ການແລກປ່ຽນວັດທະນະທຳ, ​ຄວາມ​ເຄົາລົບເຊິ່ງກັນແລະກັນ ແລະ ການທູດປະຊາຊົນ. ປະຈຸບັນ, ວິທະຍຸ​ກະ​ຈາຍສຽງ ຫວຽດນາມ ພວມ​ນັບ​ມື້​ນັບພັດທະນາ​ໃນ​ຫຼາຍ​ພື້ນ​ຖານໂປຼແກຼມ ແລະ ​ພາ​ຫະ​ນະ​ເພື່ອ ຖ່າຍທອດສິ່ງທີ່ພວມເກີດຂຶ້ນຢູ່ພາຍໃນ​ປະ​ເທດ ແລະ ຕ່າງປະເທດຢ່າງສັດຊື່”.

ລາຍ​ການ​ພາກ​ພາ​ສາລາວ ຂໍ​ຂອບ​ໃຈບັນ​ດາ​ທ່ານ​ຜູ​້​ຟັງ​ທີ່​ໄດ້​ໂທ​ລະ​ສັບ, ສົ່ງ​ອີ​ເມວ ແລະ ຈົດ​ໝາຍ​ມາ​ຫາ​ລາຍ​ການ​ໃນ​ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ. ໃນ​ໄລ​ຍະ​ຈະ​ມ​າ​ເຖິງ, ຫວັງ​ວ່າ ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ໄດ້​ຮັບ​ຄຳ​ເຫັນ​ປະ​ກອບ, ການ​ແບ່ງ​ປັນ​ຂອງ​ທ່ານ​ຜູ້​ຟັງ​​ຫຼາຍກວ່າອີກ ເພື່ອ​ຊ່ວຍ​ໃຫ້​ທາງ​ລາຍ​ການ​ນັບ​ມື້​ນັບ​ອຸ​ດົມ​ສົມ​ບູນຂຶ້ນຕື່ມ.

+ ເພື່ອນ ວົງຄຳ, ຢູ່ແຂວງ ອຸດົມໄຊ, ໄດ້ສົ່ງອີເມວມາຫາລາຍການ​ຢາກ​ຊອກ​ຮູ້ກ່ຽວກັບ​ບັນ​ດາ​ເຍື່ອງອາຫານເຂົ້າໜຽວຂອງ ຫວຽດນາມ. ເຂົ້າໜຽວມີວິທີປຸງ​ແຕ່ງຫຼາຍວິທີບໍ? ເຂົ້າ​ໜຽວປະເພດໃດ​ແຊບທີ່ສຸດ?

ເພື່ອນ ວົງ​ຄຳ ທີ່ຮັກແພງ! ສຳລັບປະເທດທີ່ມີພື້ນ​ຖານວັດທະນະທຳປູກ​ເຂົ້າ​ນາ​ທາມ​ຄື ຫວຽດນາມ, ບັນດາເຍື່ອງທີ່ເຮັດຈາກເຂົ້າ​ ຍາມ​ໃດ​ກໍ່ມີບົດບາດສຳຄັນໃນ​ພື້ນ​ຖານອາຫານການກິນ. ເຂົ້າ​ສານມີຢູ່ໃນ​ເຍື່ອງອາຫານປະຈຳວັນເກືອບທຸກປະ​ເພດ, ນັບຕັ້ງແຕ່ອາຫານຄອບຄົວທີ່​ຖືເຂົ້າ​ສານ​ເປັນ​ຈຸດ​ຫຼັກ, ໄປເຖິງເຍື່ອງອາຫານເຊັ່ນ: ເຝີ, ​ເຂົ້າ​ປຸ້ນ, ​ບັນກວັນ, ​ເຂົ້າ​ຕົ້ມ, ບັນໄຢ່... ນອກຈາກນັ້ນ, ຍັງມີອາຫານທີ່ໄດ້ຮັບຄວາມນິຍົມທີ່ສຸດອີກຢ່າງໜຶ່ງ​ນັ້ນຄື ເຂົ້າໜຽວ. ເຂົ້າ​ໜຽວ​ມີ​ຢູ່​ໃນຊີວິດຂອງຊາວ ຫວຽດນາມ ມາແຕ່ສະໄໝບູຮານ... ແຕ່ເຂົ້າໜຽວກໍ່ຍັງມີ​ການ​ປຸງ​ແຕ່ງ​ເປັນ​ຫຼາຍ​ເຍື່ອງຫຼາຍ​ແບບທີ່ຕ່າງກັນ. ຕໍ່​ໄປນີ້, ພວກ​ຂ້າ​ພະ​ເຈົ້າຂໍແນະນຳ​​ເຍື່ອງ​ອາຫານເຂົ້າໜຽວທີ່​ເຮັດເປັນ​ຫຼາຍ​ເຍື່ອງ​ຫຼາຍ​ແບບ​ເຊິ່ງ​ຊາວ ຫວຽດນາມ ມັກກິນ ໄປເຖິງທ່ານຜູ້ຟັງ.

- ເຂົ້າ​ໜຽວ​ແຊ້ວ: ອາຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງພາກເໜືອ ຫວຽດນາມ ນີ້ ມີສີເຫຼືອງເຮັດດ້ວຍຂີ້ຫມິ້ນ, ກິນ​ກັບຖົ່ວຂຽວບົດ ປັ້ນເປັນກ້ອນ, ຫົວຜັກບົ່ວຈຽວກອບ ແລະ ນ້ຳມັນຈຽວຜັກ​ບົ່ວ.

- ເຂົ້າໜຽວໝາກເຂົ້າ: ສີແດງທຳມະຊາດຂອງມັນມາຈາກເນື້ອໝາກເຂົ້າ, ເຊິ່ງເປັນສັນຍະລັກຂອງຄວາມໂຊກດີ, ມັກຈະ​ເຫັນ​ໃນ​ບັນ​ດາ​ໂອ​ກາດ​ວັນ​ບຸນ, ບຸນ​ເຕັດ, ງານແຕ່ງ​ດອງ.

- ເຂົ້າ​ໜຽວ​ວໍ່: ເມັດເຂົ້າໜຽວຕຳແຫຼກ, ໂອບຫໍ່ດ້ວຍຖົ່ວຂຽວ, ມີກິ່ນຫອມ, ລົດຊາດຂອງມັນໄກ່ ຫຼື ນ້ຳມັນ.

- ເຂົ້າໜຽວໄກ່/ເຂົ້າໜຽວເຄັມ: ແມ່ນ​ການປະສົມເຂົ້າໜຽວ​ກັບໄກ່ຈີກຝອຍ, ຢໍ່​, ໄສ້ກອກ, ປາເຕ້, ຫຼື ໄຂ່ລວກ.

- ເຂົ້າໜຽວຫ້າສີ: ເຊິ່ງ​ເປັນເຍື່ອງອາຫານເຂົ້າໜຽວພື້ນເມືອງຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ເຂດພູສູງ, ລະບາຍສີໂດຍໃຊ້ໃບພືດທຳມະຊາດ.

​ດັ່ງ​ກ່າວ​ມາຂ້າງເທິງນີ້ແມ່ນເຂົ້າໜຽວບາງຊະນິດທີ່​ໄດ້ຂາຍຢູ່ຮ້ານອາຫານ, ຕະຫຼາດ ແລະ ຮ້ານຂາຍເຄື່ອງຕາມຖະໜົນ... ແລະ​ເຖິງວ່າ​ໄດ້​ຂາຍ​ດ້ວຍ​ຮູບ​ແບບ​ໃດ​ກໍ່​ຕາມ, ໃນຈິດໃຈຂອງຊາວ ຫວຽດນາມ, ເຂົ້າ​ໜຽວ​ຍັງ​ຕິດ​ພັນ​ກັບຮູບພາບອາຫານເຍື່ອງ​ໜຶ່ງ​ທີ່ແຊບໆ. ​ຢູ່ ຫວຽດນາມ, ເຂົ້າໜຽວຍັງປະກົດຢູ່ໃນນິທານພື້ນເມືອງເຊັ່ນ: ເລື່ອງເສດຖີ ແລະ ບັກ ເບີ່ມ ມີຊື່ສຽງ, ເມື່ອ ເບີ່ມ ບໍ່ຢາກໄດ້ຫຍັງຫຼາຍກວ່າເຂົ້າໜຽວໜຶ່ງກຳມື: "ເສດຖີຂໍແລກເຂົ້າໜຽວໜຶ່ງກຳມື ​ເພື່ອ​ເອົາ​ວີ, ເບີ່ມ ຫົວຂວັນ". ເລື່ອງນີ້ເວົ້າເຖິງຄວາມແຕກຕ່າງໃນທັດສະນະຄຸນຄ່າ ລະຫວ່າງ ເດັກນ້ອຍ ແລະ ຜູ້ໃຫຍ່, ໃນຂະນະທີ່ຜູ້ໃຫຍ່ຄິດວ່າສິ່ງອື່ນໆມີຄຸນຄ່າຫຼາຍກວ່າ, ສຳລັບເດັກນ້ອຍ, ພຽງແຕ່ເຂົ້າໜຽວທີ່ແຊບໆໜຶ່ງກຳມື ກໍພຽງພໍທີ່ຈະເຮັດໃຫ້ມີຄວາມສຸກ ໄດ້ໝົດມື້.

ທ່ານ​ຜູ້​ຟັງ​, ຜູ້​ອ່ານທີ່​ເຄົາ​ລົບ, ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຕິດ​ຕາມ​​ບັນ​ດາ​ຄຳ​ເຫັນ​ປະ​ກອບ, ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ສົ່ງ​ມາ​ຫາ​ລາຍ​ການ, ເລີ່ມ​ແຕ່ເດືອນ ກັນ​ຍາ ນີ້, ເພື່ອນ​ສາ​ມາດ​ຮັບ​ຟັງ​ລາຍ​ການ ໂອ້​ລົມ​ກັບ​ເພື່ອ​ນ​ລາວ ໃນ​ແອັບ spotyfy ດ້ວຍ​ຊື່​ວ່າ VOV LAO. ພວ​ກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ໄດ້​ຮັບ​ຫຼາຍ​ຄຳ​ເຫັນ​ປະ​ກອບ​ຈາກ​ທ່ານ​ຜູ້​ຟັງ​ ສົ່ງ​ມາ​ຫາ​ລາຍ​ການ​ຕື່ມ​ອີກ, ເພື່ອ​ປະ​ກອ​ບ​ສ່ວນ​ໃຫ້​ລາຍ​ການ​ນັບ​ມື້​ນັບ​ດີກວ່າເກົ່າ, ເຂົ້າ​ເຖິງ​ຜູ້​ຟັງ​ໄດ້​ຫຼາຍຂຶ້ນ.