ບັນ​ດາ​ຕົວ​ເລ​ກກ່ຽວ​ກັບ​ປັບ​ຫົວ​ໜ່ວຍໄດ້​ກະ​ທັດ​ລັດ​ເຂົ້າ ແລະ ອົງ​ການ​ປົກ​ຄອງ​ໄດ້​ຮັບ​ການ​ສັບ​ຊ້ອນ ຫຼື​ໜ້າ​ທີ່​ໄດ້​ແບ່ງ​ຂັ້ນນັ້ນ ໄດ້​ປະ​ກອບ​ສ່ວນສ່ອງ​ແສງ​​ຂອບ​ຂະ​ໜາດ, ມີ​ປະ​ສິດ​ທິ​ຜົນ​ຂອ​ງ​ການ​ປະ​ຕິ​ຮູບ. ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ ຫວຽດ​ນາມ ໃນ​ການ​ສ້າງ​ພື້ນ​ຖານການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ແຫ່ງ​ຊາດ​ທີ່​ປອດ​ໄພ ແລະ ສ້າງ​ສັນ.

​ໜຶ່ງ​ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ຮູບ​ແບບ​ການ​ຈັດ​ຕັ້ງ​ສັງ​ລວມ​ຂອງ​ລະ​ບົບ​ກ​ານ​ເມືອງ ແລະ ອຳນາດ​ການ​ປົກ​ຄອງ​ສາມ​ຂັ້ນ. ຫວຽດ​ນາມ ​ໄດ້​ຜ່ານ​ຜ່າ​ໄລ​ຍະ​​ການ​ຫັນປ່ຽນ​​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ນັບ​ແຕ່​ໄລ​ຍະ​ປ່ຽນ​ແປງ​ໃໝ່. ບໍ່​ພຽງ​ແຕ່​ສັບ​ຊ້ອນ​ການ​ບໍ​ລິ​ຫານ​ດ້ວຍຂອບ​ຂະ​ໜາດ​ໃຫຍ່, ນີ້​ຍັງ​ແມ່ນບ​າດ​ກ້າວ​ທົດ​ລອງ​ສຳ​ຄັນ​ຕໍ່​ແບບວິ​ທີ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ໃໝ່, ໃນ​ນັ້ນ​ປະ​ສິດ​ທິ​ຜົນ​ໃນ​ການ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ກາຍ​ເປັນ​ໄມ້​ວັດ​ແທກ​ສູນ​ກາງ.

ບັນ​ດາ​ຕົວ​ເລກ​ຢັ້ງ​ຢືນປະ​ສິດ​ທິ​ພົນ​ຂອງບັ້ນ​​ການ​ປະ​ຕິ​ວັດ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ກົງ​ຈັກ

ພາຍຫຼັງ​ 1 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ​ສາມ​ຂັ້ນ, ບັນ​ດາ​ດັດ​ຊະ​ນີຕົວ​ເລ​ກ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ.

ກ່ອນ​ອື່ນ​ໝົດ​ແມ່ນ​ການ​ຈັດ​ຕັ້ງ​ກົງ​ຈັກ​ບໍ​ລິ​ຫານ​ຄືນ​ໃໝ່. ຈາກ 63 ແຂວງ, ນະ​ຄອນ, ລະ​ບົບຫົວ​ໜ່ວຍ​ບໍ​ລິ​ຫານໄດ້ຮັດແຄບລົງ​ເຫຼືອ ພຽງ 34 ​ຫົວໜ່ວຍ​. 696 ຫົວ​ໜ່ວຍ​ບໍ​ລິ​ຫານ​ຂັ້ນ​ເມືອງ ໄດ້​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ. ຈຳ​ນວນ​ຫົວ​ໜ່ວຍ​ບໍ​ລິ​ຫານ​ຂັ້ນ​ຕາ​ແສງ​ໄດ້​ສັບ​ຊ້ອນ​ຄືນ​ໃໝ່, ຈາກກວ່າ 10.000 ຫົວ​ໜ່ວຍ​ ລົງ​ເຫຼືອກວ່າ 3.300 ຫົວ​ໜ່ວຍ.

ໃນ​ລະ​ບົບການ​ເມືອງ, ມີຫຼາຍ​ຫົວ​ໜ່ວຍ​ເປັນ​ກາງ​ໄດ້​​ຮັບ​ການສັບ​ຊ້ອນ​ຄືນ. ດັ່ງ​ນັ້ນ, ໄລ​ຍະ​ຫ່າງ​ໃນ​ການ​ບໍ​ລິ​ຫານ​ແຕ່​ຂັ້ນ​ສູນ​ກາງ​ລົງ​ທ້ອງ​ຖິ່ນ ໄດ້ຫຼຸດ​ລົງ. ເພາະ​ສະ​ນັ້ນ, ການ​ຕັດ​ສິນ​ກຳ​ນົດດ້ານ​ບໍ​ລິ​ຫານ​ໄດ້​ມີ​ເງື່ອນ​ໄຂ​​ໄປ​ເຖິງ​ປະ​ຊາ​ຊົນ​ໄວ​ກວ່າ.

ພໍ່​ແມ່​ປະ​ຊາ​ຊົນ​ດີ​ໃຈຫຼາຍ ແລະ ພໍ່​ແມ່​ປະ​​ຊາ​ຊົນ​ມາ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານຫຼາຍຄົນ​ຂຶ້ນ. ພະ​ນັກ​ງານ​ໃກ້​ຊິດ​ປະ​ຊາ​ຊົນ, ສິ່ງ​ນີ້​ຖືກ​ຕ້ອງ​ກັບ​ແຜນນະ​ໂຍ​ບາຍ​,ນະໂຍບາຍຂອງ​ພັກ ແລະ ລັດ​ທີ່​ສຸດ.

ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ມີ​ຄວາມຂະ​ຫຍັນ​ຂັ​ນ​ເຄື່ອນ ແລະ ​​ມີໄຫວ​ພິບກວ່າ, ໜູນ​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນຫຼາຍກວ່າ​ໃນ​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ. ທົ່ວ​ປວງ​ຊົນ​ມີ​ຄວາມ​ສາ​ມັກ​ຄີ, ພໍ່​ແມ່​ປະ​ຊາ​ຊົນ​ຕອບ​ສະ​ໜອງ​ຄວາມ​ສຸດ​ຈິດ​ສຸດ​ໃຈ.

ບັນ​ດາ​ໝາກ​ຜົນ​ນີ້​ບໍ່​​ພຽ​ງ​ແຕ່​ແມ່ນ​ການ​ປັບ​ປຸງ​ດ້ານ​ເຕັກ​ນິກ​ໃນ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ​ເທົ່າ​ນັ້ນ ຫາກ​ຍັງ​ສ່ອງ​ແສງ​ການ​ປ່ຽນ​ແປງ​ໂດຍ​ພື້ນ​ຖານ​ໃນ​ຈິນ​ຕະ​ນາ​ການ​ຄຸ້​ມ​ຄອງ​ບໍ​ລິ​ຫານ. ສູນ​ກາງ​ສຸມ​ໃສ່​ສ້າງ​ລະ​ບອບ​ລະ​ບຽບ​ການ, ວາງ​ແຜນ​ກຳ​ນົດ​ບັນ​ດາ​ນະ​ໂຍ​ບາຍ ແລະ ການ​ກວດ​ກາ, ຕິດ​ຕາມກວດ​ກາ; ທ້ອງ​ຖິ່ນ​ໄດ້​ຮັບ​ການມອບ​ສິດ​ເປັນ​ເຈົ້າ​ການກວ່າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ພ້ອມ​ທັງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ຈະ​ແຈ້ງກວ່າ​ກ່ຽວ​ກັບ​ໝາກ​ຜົນ. ​ເມື່ອຕີ​ລາ​ຄາ​ສັງ​ລວມ, ທ່ານ ຫງວຽ​ນ​ຢຸຍງອກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ຢັ້ງ​ຢືນ​ວ່າ:

ຜ່ານ​ໜຶ່ງ​ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ຮູບ​ແບບ​ໃໝ່​ໄດ້​ຢັ້ງ​ຢືນ​ລັກ​ສະ​ນະ​ພົ້ນ​ເດັ່ນ​ເມື່​ອ​ທຽບ​ໃສ່​ກັບ​ຮູບ​ແບບ​ເກົ່າ, ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຖືກ​ຕ້ອງ ແລະ ແມ່ນ​ບາດ​ກ້າວ​ພັດ​ທ​ະ​ນາ​ກ່ຽວ​ກັບ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ. ​ຫັນ​ປ່ຽນຢ່າງ​ແຮງ​ຈາກ​ຈິນ​ຕະ​ນາ​ການ​ຄຸ້ມ​ຄອງບໍ​ລິ​ຫານ​ ໄປ​ສູ່ສູ່ການສ້າງສາພັດ​ທະ​ນາ. ນີ້​ແມ່ນ​ພື້ນ​ຖານ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກກຳ​ອຳ​ນາດ, ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ກ່ຽວ​ກັບ​ຄຸນ​​ທາດ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ປະ​ເທດ​ຊາດ​ຕາມ​ທິດ​ທັນ​ສະ​ໄໝ, ຕິດ​ພັນ​ການ​ແບ່ງ​ສິດ​ໄປຄຽງ​ຄູ່​ກັບ​ການ​ຄວບ​ຄຸມ​ສິດ. ອາດ​ຢັ້ງ​ຢືນ​ໄດ້​ວ່າ​ການ​ສັບ​ຊ້ອນ​ການ​ຈັດ​ຕັ້ງ​ກົງ​ຈັກ​ໃຫ້​ກະ​ທັດ​ລັດ​ລົງ​ໄດ້​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ກ່ຽວ​ກັບ​ໂຄງ​ປະ​ກອບ​ລະ​ບົບ​ການ​ເມືອງ, ວິ​ທີ​ການ​ນຳ​ພາ, ​ການບໍ​ລິ​ຫານ ແລະ ຮັບ​ໃຊ້​ປະ​ຊາ​ຊົນ.

ສືບ​ຕໍ່​ປະ​ຕິ​ບັດ​ດ້ວຍ​ຄວາມ​ຕັດ​ສິ​ນ​ໃຈ​ສູງກວ່າ

ພາຍຫຼັງ​ 1 ​ປີທີ່​ເຄື່ອນ​ໄຫວ, ລະ​ບົບ​ໄດ້​ສັບ​ຊ້ອນ, ຈັດ​ຕັ້ງສຳ​ເລັດ​. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລ້ວ, ຢູ່ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ສະຫຼຸບ​ເບື້ອງ​ຕົ້ນ 1 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຮູບ​ແບບ​ການ​ຈັດ​ຕັ້ງ​ສັ​ງ​ລວມ​ຂອງ​ລະ​ບົບ​ການ​ເມືອງ, ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ​ສາມ​ຂັ້ນ, ຕອນ​ເຊົ້າ​ວັນ​ທີ 1 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ໝາກ​ຜົນ​ບັນ​ລຸ​ໄດ້ນັ້ນ​ພຽງ​ແຕ່​ແມ່ນ​ບາດ​ກ້າວ​ທຳ​ອິດ. ພາ​ລະ​ກິດ​ແຫ່ງ​ການ​ປະ​ຕິ​ວັດ​ຕ້ອງ​ສືບ​ຕໍ່​ໄດ້​ປະ​ຕິ​ບັດ​ດ້ວຍ​ຄວາມ​ຕັ​ດ​ສິນ​ໃຈ​ສູງກວ່າ, ວິ​ທີ​ການ​ເຮັດ​ມີ​ວິ​ທະ​ຍາ​ສາດກວ່າ ແລະ ດ້ວຍ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງກວ່າ. ຕາມ​ນັ້ນ​ແລ້ວ, ຫວຽດ​ນາມ ສືບ​ຕໍ່​ສ້າ​ງ​ລະ​ບອບ​ລະ​ບຽບ​ການ ແລະ ກົດ​ໝາຍ, ຈັດ​ຕັ້ງ​ກົງ​ຈັກ​ຂອງ​ລະ​ບົບ​ການ​ເມືອງໃຫ້​ສົມ​ບູນ​ແບບຢ່າງ​ຄົບ​ຊຸດ; ສືບ​ຕໍ່​ປ່ຽ​ນ​ແປງ​ໃໝ່​ວິ​ທີ​ການ​​ນຳ​​ພາ​ຂອງ​ພັກ​ຕໍ່ກັບ​ລະ​ບົບ​ການ​ເມືອງ ແລະ ສັງ​ຄົມ…

ການ​ປະ​ຕິ​ຮູບ​ກົງ​ຈັກການ​ຈັດ​ຕັ້ງ​ຂອງ​ລະ​ບົບ​ການ​ເມືອງ​ແມ່ນ​ວຽກ​ງານ​ໃຫຍ່​ທີ່​ສຸດ, ຍາກ​ທີ່​ສຸດ ແລະ ຕ້ອ​ງ​ດຳ​ເນີນ​ຢ່າງ​ຢຶດ​ໝັ້ນ, ມີ​ແບບ​ມີ​ແຜນ ແລະ ມີ​ວິ​ທະ​ຍາ​ສາດ​ທີ່​ສຸດ. ບໍ່​ອາດຟ້າວ​ຟັ່ງ, ແຕ່​ກໍ່ບໍ່​ສາ​ມາດຢຸດ​, ລັງ​ເລ​​ຕໍ່​​ສິ່ງ​ທີ່​ພວມ​​ເກີດ​ຂຶ້ນ​ໃນ​ຕົວ​ຈິງ. ຈິດ​ໃຈ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ແມ່ນ: ການຈັດ​ຕັ້ງ​​ໃໝ່ຕ້ອງ​ສ້າງ​​ຄວາມ​ສາ​ມາດ​ໃໝ່, ກົນ​ໄກ​ແບ່ງ​ຂັ້ນ, ແບ່ງ​ອຳ​ນາດໃໝ່ ຕ້ອງ​ໄປ​ຄຽງ​ຄູ່​ກັບ​ຄວາມ​ຮັບ​ຜິດ​ຊອບ​ໃໝ່, ຈິນ​ຕະ​ນາ​ການ​ຕ້ອງ​ສ້າງ​ໄດ້​ວິ​ທີ​ການຄຸ້ມ​ຄອງ​ບໍ​ລິ​ຫານ​ໃໝ່. ກົງ​ຈັກ​ໃໝ່​ຕ້ອງ​ນຳ​ມາ​ເຊິ່ງ​ຄຸນ​ນະ​ພາບ​ໃນ​ການ​ຮັບ​ໃຊ້​ໃຫ້​ແກ່​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ, ຮັບ​ໃຊ້​ໃຫ້​ແກ່​ສະ​ຖ​ຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ພາຍຫຼັງ​ 1 ​ປີ​ແມ່ນ​ໄລ​ຍະ​ເວ​ລາ​ບໍ່​ຍາວ​ເກີນ​ໄປ​ໃນ​ການ​ປະ​ຕິ​ຮູບຄັ້ງ​ໃຫຍ່​ ແຕ່​ກໍ່​ພຽງ​ພໍ​ເພື່ອ​ເຫັນ​ໄດ້​ການ​ປະ​ຕິ​ຮູບ​ໄດ້​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ “ກົງ​ຈັກ​ໃໝ່​ຕ້ອງ​ດີກວ່າ​ກົງ​ຈັກ​ເກົ່າ, ບໍ່​ເຮັດ​ໃຫ້​ວຽກ​ງານ​ຂອງ​ສັງ​ຄົມ​ຖືກ​ຂາດ​ວັກ​ຂາດ​ຕອນ”. ສຳ​ຄັນ​ແມ່ນ​ຮັບ​ໃຊ້​ປະ​ຊາ​ຊົນ​ໄດ້​ດີກວ່າ ​ພ້ອມ​ທັງ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ຮູບ​ແບບການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ປ​ະ​ເທດ​ທີ່​ທັນ​ສະ​ໄໝ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່