ມະຕິເລກທີ 10 ຂອງກົນການເມືອງປະກາດໃຊ້ບົນພື້ນຖານ 40 ປີແຫ່ງການປະຕິບັດແຜນນະໂນບາຍເປີດປະຕູ ແລະ ດຶງດູດເງິນລົງທຶນຈາກຕ່າງປະເທດຂອງພັກກອມມູນິດ ຫວຽດນາມ.
ປ່ຽນແປງໃໝ່ຈິນຕະນາການກ່ຽວກັບການລົງທຶນຈາກຕ່າງປະເທດຢ່າງແຮງ
ທີ່ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິເລກທີ 10 ທີ່ດຳເນີນໃນວັນທີ 30 ມິຖຸນາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ໃຫ້ຮູ້ວ່າ ມາຮອດປະຈຸບັນ, ຍອດວົງເງິນນຳເຂົ້າ - ສົ່ງອອກຂອງ ຫວຽດນາມ ທຽບເທົ່າກວ່າ 180% GDP, ໃນຂະນະນັ້ນ ຂົງເຂດ FDI ກວມເອົາປະມານ 75% ວົງເງິນສົ່ງອອກ. ບັນດາຕົວເລກດັ່ງກ່າວສະແດງໃຫ້ເຫັນບົດບາດທີ່ນັບມື້ນັບສຳຄັນຂອງພາກສ່ວນເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ຕໍ່ກັບການເຕີບໂຕຂອງພື້ນຖານເສດຖະກິດ. ເຖິງຢ່າງໃດກໍ່ຕາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ຮອດເວລາແລ້ວ ທີ່ຫວຽດນາມ ຕ້ອງມີການປ່ຽນແປງ.
“ປະຈຸບັນ, ຫວຽດນາມ ໄດ້ມີຖານະບົດບາດແລ້ວ. ພວກເຮົາບໍ່ຄວນຕັ້ງຄຳຖາມທີ່ວ່າ ຕ້ອງເຮັດແນວໃດເພື່ອມີທຶນຕ່າງປະເທດຕື່ມອີກ. ແທນທີ່ນັ້ນ, ພວກເຮົາຕ້ອງຕອບຄຳຖາມທີ່ຍາກກວ່າອີກນັ້ນແມ່ນ: ຕ້ອງເຮັດແນວໃດເພື່ອນຳໃຊ້ແຫຼ່ງກຳລັງຕ່າງປະເທດໃຫ້ມີປະສິດທິຜົນ ເພື່ອຍົກສູງກຳລັງແຮງພາຍໃນ, ຍົກສູງເຕັກໂນໂລຊີ, ຄວາມສາມາດດ້ານເຕັກໂຕໂລຢີ, ກຳລັງແກ່ງແຍ້ງ ແລະ ຄວາມເປັນເຈົ້າຂອງພື້ນຖານເສດຖະກິດ”.
ນີ້ແມ່ນຈຸດທີ່ແຕກຕ່າງກັນຂອງມະຕິເລກທີ 10 ເມື່ອທຽບໃສ່ບັນດາແຜນນະໂຍບາຍກ່ອນນີ້. ຖ້າກ່ອນນີ້ຈຸດສຸມແມ່ນເປີດປະຕູເພື່ອດຶດດູດທຶນ, ມາຮອດປະຈຸບັນ ເປົ້າໝາຍສູງກວ່າແມ່ນນຳໃຊ້ແຫຼ່ງກຳລັງສາກົນໃຫ້ມີປະສິດທິຜົນ ເພື່ອຍົກສູງຄວາມສາມາດແກ່ງແຍ້ງຂອງປະເທດຊາດ.
“ເປົ້າໝາຍຂອງການດຶງດູດການລົງທຶນຈາກຕ່າງປະເທດໃນໄລຍະປະຈຸບັນແມ່ນ ຕ້ອງຫັນບັນດາແຫຼ່ງກຳລັງນັ້ນເປັນຄວາມສາມາດຂອງພື້ນຖານເສດຖະກິດ ຫວຽດນາມ. ເສດຖະກິດຂອງລັດຕ້ອງລົງທຶນ ແລະ ນຳພາບັນດາຂົງເຂດພື້ນຖານ, ຍຸດທະສາດ, ສ້າງພື້ນຖານໂຄງລ່າງ ແລະ ຄວາມສາມາດບົ່ມຊ້ອນພັດທະນາໃຫ້ແກ່ບັນດາາກສ່ວນອືນ. ທັງ 3ພາກສ່ວນເສດຖະກິດດັ່ງກ່າວ ບໍ່ພັດທະນາແບບກະແຈກກະຈາຍ ຫາກຕ້ອງຮ່ວມມື ແລະ ສົມທົບກັນໃນຍຸດທະສາດລວມ”.
(ພາບ: VGP)
ຈາກການດຶງດູດທຶນຕະຫຼອດຮອດການສ້າງຄວາມສາມາດພັດທະນາ
ມະຕິເລກທີ 10 ກຳນົດບັນດາຂົງເຂດຫຼັກແມ່ນຕ້ອງສຸມໃສ່ບຸລິມະສິດແກ່ການດຶງດູດທຶນຈາກຕ່າງປະເທດ, ຄື: ອຸດສາຫະກຳເອເລັກໂຕນິກ, ຊິບເຄິ່ງຊັກນຳໄຟຟ້າ ແລະ ເຄື່ອງອຸປະກອນດີຈີຕອນ; ປັນຍາປະດິດ, ຂໍ້ມູນໃຫຍ່, ເຕັກໂນໂລຊີຊີວະພາບ, ເຕັກໂນໂລຊີພະລັງງານ, ການບໍລິການລະບົບຕ່ອງໂສ້ການສະໜອງ…
ບັນດາການກຳນົດທິດຂອງມະຕິເລກທີ 10 ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຄົມວິສາຫະກິດສາກົນ. ທ່ານ Dominic Scriven, ນັກສ້າງຕັ້ງ, ທັງເປັນປະທານ Dragon Capital, ຖືວ່າ:
“ຕາມຂ້າພະເຈົ້າແລ້ວ, ມະຕິນີ້ແມ່ນສຳຄັນທີ່ສຸດຕໍ່ກັບນັກລົງທຶນຕ່າງປະເທດ ຍ້ອນມັນໄດ້ກຳນົດວ່າ ທຶນຂອງບັນດາວິສາຫະກິດລົງທຶນຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກພື້ນຖານເສດຖະກິດແຫ່ງຊາດ ຫວຽດນາມໄດ້. ເປັນອັນວ່າ, ບັນດານັກລົງທຶນຈະໄດ້ຮັບການປະພຶດຢ່າງສະເໝີພາບ. ສິ່ງນີ້ມີຄວາມໝາຍສຳຄັນທີ່ສຸດຕໍ່ກັບນັກລົງທຶນຕ່າງປະເທດ. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ມະຕິເລກທີ 10 ກຳນົດຕະຫຼາດທຶນແມ່ນສ່ວນໜຶ່ງ, ແລະ ນັກລົງທຶນໃນຕະຫຼາດທຶນແມ່ນສ່ວນໜຶ່ງສຳຄັນທີ່ສຸດຕໍ່ກັບພື້ນຖານເສດຖະກິດ”.
ເພື່ອຫັນບັນດາເປົ້າໝາຍທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິງ, ພ້ອມກັບການປັບປຸງລະບອບລະບຽບການຂັ້ນສູນກາງໃຫ້ສົມບູນແບບນັ້ນ, ບັນດາທ້ອງຖິ່ນກໍ່ພວມເປັນເຈົ້າການສ້າງບັນດາກຳລັງໜູນເຕີບໂຕໃໝ່. ໂດຍເປັນທ້ອງຖິ່ນນຳໜ້າທົ່ວປະເທດກ່ຽວກັບການດຶງດູດທຶນ FDI, ນະຄອນ ໂຮ່ຈີມິນ ກຳນົດການພັດທະນາສູນການເງິນສາກົນຈະແມ່ນໜຶ່ງໃນບັນດາມາດຕະການແກ້ໄຂຍຸດທະສາດ ເພື່ອດຶງດູດແຫຼ່ງທຶນມີຄຸນນະພາບສູງໃນໄລຍະຈະມາເຖິງ. ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ຖືວ່າ:
“ທີ 1, ສູນການເງິນສາກົນຈະແມ່ນແຫ່ງເຕົ້າໂຮມຂອງບັນດາກອງທຶນທົ່ວໂລກ, ບັນດາທະນາຄານລົງທຶນ, ບໍລິສັດຄຸ້ມຄອງຊັບສົມບັດ ແລະ ບັນດາສູນເຕັກໂນໂລຊີການເງິນ. ທີ 2, ພວກເຮົາຈະຮັບເອົາຄຸນຄ່າບໍ່ມີຕົນຕົວຂອງ FDI. ທີ 3 ແມ່ນ, ສູນການເງິນສາກົນຈະເປີດໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ເຂົ້າເຖິງແຫຼ່ງທຶນທົ່ວໂລກດ້ວຍລາຍຈ່າຍເໝາະສົມ ແລະ ຊ່ວຍໃຫ້ວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ມູນຄ່າຢ່າງເລິກເຊິ່ງກວ່າ”.
ຈິດໃຈຂອງມະຕິເລກທີ 10 ແມ່ນຈະແຈ້ງທີ່ສຸດ. ການດຶດດູດທຶນຈາກຕ່າງປະເທດບໍ່ແມ່ນເພື່ອປ່ຽນແທນກຳລັງແຮງພາຍໃນ ຫາກເຮັດໃຫ້ກຳລັງແຮງພາຍໃນແຂງແຮງຂື້ນ, ຍົກສູງຄວາມເປັນເຈົ້າການ; ບໍ່ພຽງແຕ່ເພື່ອເຕີບໂຕຢ່າງວ່ອງໄວເທົ່ານັ້ນ, ຫາກເພື່ອພັດທະນາແບບຍືນຍົງ, ກວມລວມ ແລະ ມີຄຸນນະພາບສູງອີກດ້ວຍ. ນີ້ທັງແມ່ນສານ, ທັງແມ່ນທິດທາງຕະຫຼອດເພື່ອໃຫ້ພາກສ່ວນເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນໄລຍະທາງພັດທະນາໃໝ່.
