ເຂດໂຮມຂີ້ເຫຍື້ອຢູ່ແຄມແມ່ນ້ຳແດງຍາວປະມານ 500 ແມັດ, ຢູ່ກ້ອງຕີນຂົວ ລອງບຽນ, ຮ່າໂນ້ຍ ຊື່ງແມ່ນເຂດທີ່ບໍ່ມີໃຜຢາກມາ ແຕ່ໃນປະຈຸບັນໄດ້ກາຍເປັນສະຖານທີ່ປະດິດຄິດສ້າງວັດທະນະທຳພິເສດສະເພາະທີ່ດຶງດູດຄວາມສົນໃຈຈາກຫຼາຍຄົນ.
ໃນຝາກຳແພງສີຈາງຕາມການເວລາທີ່ໄດ້ກໍ່ສ້າງຂຶ້ນເພື່ອກັ້ນລະຫວ່າງເຂດຊຸມຊົນ ແລະ ແລວແຄມແມ່ນ້ຳແດງ, 16 ຜົນງານສິລະປະຂອງນັກສິລະປະປິນ ຫວຽດນາມ ແລະ ສາກົນ 16 ຄົນ ຊື່ງອອກແບບດ້ວຍຫຼາຍວັດຖຸທີ່ແຕກຕ່າງກັນ ໄດ້ປ່ຽນໂສມໜ້າໃຫ້ແກ່ເສັ້ນທາງຢູ່ທີ່ນີ້. ທ່ານ ເຈິ່ນເຮົ້າອຽນ, ນັກຄົນຄ້ວາວິຈິດສິນ, ນັກສິລະປິນທັດສະນະສິນ ແບ່ງປັນວ່າ:
ນີ້ແມ່ນໂຄງການທີ່ນັກສິລະປິນໄດ້ຮ່ວມເດີນທາງພ້ອມກັບອຳນາດການປົກຄອງ ແລະ ປຊຊ ເພື່ອປ່ຽນແປງເຂດທີ່ກ່ອນນີ້ມືດມົນທີ່ສຸດ ແລະ ບໍ່ສະອາດ. ບັນດານັກສິລະປິນເຫັນວ່າ ນີ້ແມ່ນເຂດຢູ່ທີ່ຕັ້ງໃຈກາງນະຄອນຫຼວງ ແຕ່ຖືກຫຼົງລືມ. ໂຄງການບໍ່ໄດ້ປະຕິບັດຕາມທຳນຽມປົກກະຕິ, ຫາກແມ່ນບັນດາຜົນງານສິລະປະໄດ້ປະຕິບັດຢູ່ກຳແພງທີ່ສະອາດ.
ໂຄງການສິລະປະສາທາລະນະ ຝຸກເຕິນ ໄດ້ເລົ່າເລື່ອງດ້ານວັດທະນະທຳ, ປະຫວັດສາດຂອງເຂດດິນແດນ ຝຸກເຕິນ, ກ່ຽວກັບແມ່ນ້ຳແດງ ແລະ ກວ້າງກວ່າແມ່ນກ່ຽວກັບ ຮ່າໂນ້ຍ. ໜ້າເວົ້າເຖິງແມ່ນ, ຫຼາຍຜົນງານໄດ້ຮັບການອອກແບບຈາກບັນດາວັດຖຸທີ່ນຳໃຊ້ຄືນໃໝ່ຄື: ແກ້ວເປົ່າ, ຢາງຕີນລົດ, ກະຟຸ້ຍ, ສຸ່ມໄກ່… ທັງເປັນມິດກັບສິ່ງແວດລ້ອມ, ທັງສ້າງຄວາມແຕກຕ່າງ ແລະ ພິເສດສະເພາະ.
ຈາກເຫຼັກເສດເຫຼືອ ແລະ ສະແຕນເຫຼດ 8K, ນັກສິລະປິນ ຫງວຽນເທເຊີນ, ຜູ້ຮັບຜິດຊອບຕິດຕາມກວດກາຂອງໂຄງການ ໄດ້ນຳມາເຊິ່ງຜົນງານຕິດຕັ້ງຮູບພາບຂອງບັນດາຜູ້ຫາບເຄື່ອງຂາຍ, ບັນດາຜູ້ອອກແຮງງານຢູ່ທ່າເຮືອແຄມມ່ນ້ຳແດງ. ນັກສິລະປິນ ຫງວຽນເທເຊີນ ໃຫ້ຮູ້ວ່າ:
ໂຄງການໄດ້ເຮັດໃຫ້ ປຊຊ ຢູ່ທີ່ນີ້ມີຄວາມເອກອ້າງທະນົງໃຈກວ່າກ່ຽວກັບບ່ອນດຳລົງຊີວິດຂອງເຂົາເຈົ້າ, ຊື່ງໄດ້ຊຸກຍູ້ໃຫ້ເຂົາເຈົ້າເອົາໃຈໃສ່ຮັກສາເຂດນີ້ກວ່າອີກ, ມີສະຕິຮັກສາອະນາໄມ, ທຳຄວາມສະອາດກວ່າອີກ. ໂຄງການຍັງປະກອບສ່ວນປ່ຽນແປງທິວທັດທຳມະຊາດຂອງເຂດຊຸມຊົນ. ແສງສະຫວ່າງຈາກດອກໄຟຢູ່ບັນດາຜົນງານເຫຼົ່ານັ້ນກໍ່ເຮັດໃຫ້ເຂດນີ້ ແຈ້ງສະຫວ່າງກວ່າເກົ່າ.
ໃນຕອນແລງຂອງທຸກວັນ ຫຼືຍາມທ້າຍອາທິດ, ມີ ປຊຊ ເປັນຈຳນວນຫຼາຍໄດ້ລະຫຼີ້ນຢູ່ເສັ້ນທາງສິລະປະສາທາລະນະ ຝຸກເຕິນ ແຫ່ງນີ້. ໂຄງການໄດ້ກາຍເປັນສ່ວນໜຶ່ງທີ່ກົມກຽວກັບຊີວິດການເປັນຢູ່ຂອງ ປຊຊ ຢູ່ທີ່ນີ້. ສ່ວນສຳລັບແຂກທ່ອງທ່ຽວ, ເຂົາເຈົ້າມາແຫ່ງນີ້ເພື່ອຮັບຊົມບັນດາຜົນງານທີ່ກຳລັງ “ມີຊີວິດ” ໃນເຂດຊຸມຊົນ. ນັກສິລະປິນ ຫງວຽນເທເຊີນ ໃຫ້ຮູ້ຕື່ມອີກວ່າ:
ໂຄງການສິລະປະສາທາລະນະ ຝຸກເຕິນ ມີລັກສະນະໂອ້ລົມສົນທະນາກັບເຂດຊຸມຊົນ, ດຶງດູດບັນດຜູ້ທີ່ມັກຊອກຮູ້, ຄົ້ນຫາ. ໂຄງການໄດ້ສ້າງແຫຼ່ງບັນດານໃຈເພື່ອໃຫ້ບັນດາກຸ່ມນັກສິລະປິນອື່ນ ພັດທະນາບັນດາໂຄງການສິລະປະ ຕິດພັນກັບປະຊາຄົມ.
ໂຄງການສິລະປະສາທາລະນະ ຝຸກເຕິນ ບໍ່ພຽງແຕ່ໄດ້ນຳມາເຊິ່ງສະຖານທີ່ສີຂຽວ ສະອາດໃຫ້ແກ່ປະຊາຄົມເທົ່ານັ້ນ, ຫາກຍັງແມ່ນສັນຍາລັກຂອງນ້ຳໃຈສາມັກຄີ ແລະ ປະດິດຄິດສ້າງອີກດ້ວຍ. ນີ້ແມ່ນສິ່ງພິສູດໃຫ້ເຫັນວ່າ ດ້ວຍການຮ່ວມແຮງຮ່ວມໃຈຂອງປະຊາຄົມ, ບັນດາສິ່ງມະຫັດສະຈັນຈະສາມາດຈະກາຍເປັນຄວາມຈິງໄດ້./.
