​ໂຄງການ​ຂັບ​ ແ​​ຈ່ວ​ ໄດ້​ເລີ່ມ​ປະ​ຕິ​ບັດ​ນັບ​ແຕ່​ເດືອນ ເມ​ສາ ປີ 2026 ເພື່ອມຸ່ງ​ໄປ​​ສູ່​ການ​ນຳ​​ສິ​ລະ​ປະ​ຂັບ​ ແຈ່ວ ຍັບ​ເຂົ້າ​ໃກ້​ກັບ​ໄວ​ໜຸ່ມ ໂດຍ​ຜ່ານ​ແຟ​ຣດ​ຟອມດີ​ຈີ​ຕອນ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຊອກ​ຮູ້​ໂດຍ​ກົງ. ອົງ​ການ​ໄດ້​ສຸມ​ໃສ່​ບັນ​ດາ​ເນື້ອ​ໃນ​ສັ້ນ, ໃກ້​ຊິດ​ສະໜິດ​ສະ​ໜົມ​ຜ່ານ​ສື່​ສັງ​ຄົມ​ເຟດ​ບຸກ ແລະ ຕິກ​ຕ໊ອກ. ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ຂອງ​ໂຄງ​ການ​ແມ່ນ​ລ​າຍ​ການ “ແຕ່ວ ຮຽນ​ຂັບ​ແຈ່ວ” ເຊິ່ງ​ມີ​ການ​ຮ່ວມ​ເດີນ​ທາງ​ຂອງ​ນັກ​ສິ​ລະ​​ປິນດີ​ເດັ່ນ ຫງອກ​ແອັ໊ງ. ນາງ ຫວູ​ຮ​ວ່ຽນ​ຈີ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ໂຄງ​ການ ​ຂັບແຈ່ວ ໃຫ້​ຮູ້​ວ່າ:

“ເມື່ອ​ປະ​ຕິ​ບັດ​ໂຄງ​ການ, ພວກ​ຂ​້​ພະ​ເຈົ້າ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ໂຮງ​ລະ​ຄອນແຈ່ວ ຮ່າ​ໂນ້ຍ. ພ້ອມ​ກັນ​ນັ້ນ​ກຸ່ມ​ພວກ​ຂ້າ​ພະ​ເຈົ້າ​ກໍ່​ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນ ທັງ​ໝົດ​ກໍ່​ມີ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ສື່​ສານ. ແຕ່​ພວກ​ຂ້າ​ພະ​ເຈົ້າ​ກໍ່​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຂະ​ນະ​ທີ່​ຕ້ອງ​ປະ​ຕິ​ບັດວຽກ​ງານ​ໃໝ່. ພິ​ເສດ​ໃນ​ວຽກ​ງານ​ໂຄ​ສະ​ນາ​ສື່​ສານ ​ຂະ​ນະ​ທີ່​ເອົາ​ລົງທາງ​ສື່​ສັງ​ຄົມ​ທີ່​ແຕກ​ຕ່າງ​ກັນ”.

ພາຍຫຼັງ​ທີ່​ໄດ້​ເອົາ​ລົງ​ທາງ​ສື່​ສັງ​ຄົມ​ເປັນ​ເວ​ລາ​​ສອງ​ເດືອນ, ລາຍ​ການ “ແຕ່ວ ຮຽນ​ຂັບ​ແຈ່ວ” ໄດ້​ມີ​ຜູ້​ເຂົ້​າຊົມ​ນັບແສນ ເທື່ອ. ນາງ ຫວູ​ຮວ່ຽນ​ຈີ ໃຫ້​ຮູ້​ຕື່ມ​ອີກວ່າ:

“ຄວາມ​ຫວັງ​ຢ່າງ​ຍິ່ງ​ຂອງ​ພວກ​ຂ້າ​ພະ​ເຈົ້າ ແມ່ນ​ບັນ​ດາ​ເພື່ອນ​ໜຸ່ມ​ອາດ​ຈະ​ເຫັນ​ໄດ້​ເຖິງ​ຂັບ​ແຈວ ບໍ່​ແມ່ນ​ປະ​ເພດ​ສິ​ລະ​ປະ​ທີ່ບໍ່​ນິ​ຍົມ​ໃນ​ມວນ​ຊົນ. ພາຍຫຼັງ​ທີ່​ໄດ້​ຊັ່ງ​ຊາ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຊອກ​ເຫັນ​ທິດ​ກ້າວ​ເດີນ​ໃໝ່ ແທນ​ທີ່​ການ​ແບ່ງ​ປັນ​ບົດ​ຮຽນ​ວິ​ຊາ​ສະ​ເພາະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ໄດ້​ຊອກ​ຫາ​ວິ​ທີ​ເຂົ້າ​ເຖິງ​ໃໝ່”.

ປັດ​ຈຸ​ບັນ​ລາຍ​ການ “ແຕ່ວ ຮຽນ​ຂັບ​ແ​ຈ່ວ” ​ໄດ້​ຈຳ​ໜ່າຍ​ສີ່​ພາກ​ດ້ວຍ​ຄຳ​ວິ​ຈານ​ທີ່​ຕັ້ງ​ໜ້າ ເຊິ່ງ​ເປັນຫຼັກ​ຖານຢັ້ງ​ຢືນ​ໃຫ້​ພະ​ລັງ​ຊີ​ວິດ​ແບບ​ທົນ​ທານ​ຂອງ​ສິ​ລະ​ປະ​ຂັບ ​ແຈ່ວ ຂະ​ນະ​ທີ່​ໄດ້​ເຂົ້າ​ເຖິງ​ດ້ວຍ​ແບບ​ວິ​ທີ​ໃໝ່. ຕາມ​ສິ​ລະ​ປ​ິນ​ດີ​ເດັ່ນ ຫງອກ​ແອັ໊ງ, ໂຮງ​ລະ​ຄອນ​ແຈ່ວ ຮ່າ​ໂນ້ຍ ເຊິ່ງ​ແມ່ນ​ຜູ້​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ໂຄງ​ການ, ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ເຂົ້າ​ເຖິງ ​ຈະ​ປະ​ກອບ​ສ່ວນ​ແຜ່​ກະ​ຈາຍ​ຄຸນ​ຄ່າ​ຂອງ​ເວ​ທີ​ສິ​ແດງ​ພື້ນ​ເມືອງ ພ້ອມ​ທັງ​ປະ​ຕິ​ບັດ​ເປົ້າ​ໝາຍ​ອະ​ນຸ​ລັກ ແລະ ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ ໃນ​ຊີ​ວິດ​ຍຸກ​ທັນ​ສະ​ໄໝ. ນາງ ຫງອກ​ແອັ໊ງ ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​​ໜຶ່ງ​ໃນບັນ​ດາ​ວິ​ທີ​ປະ​ຕິ​ບັດ ​ນຳ​ສິ​ລະ​ປະ​ຂັບ​ ແຈ່ວ ​ຍັບ​ເຂົ້າ​ໃກ້​ກັບ​ຜູ້​ຊົມ. ກຸ່ມ​ປະ​ຕິ​ບັດ​​ໂຄງ​ການໄດ້​ນຳ​ໃຊ້​ທັກ​ສະ ເຊິ່ງ​ບັນ​ດາ​ເພື່ອນ​ໄດ້​ຮຽນ​ກ່ຽວ​ກັບ​ສື່ມວນ​ຊົນ, ໂຄ​ສະ​ນາ​ສື່​ສານ ​ເພື່ອ​ເອົາ​ລົງບັນ​ດາ​ແຟ​ຣດ​ຟອມ​ດີ​ຈີ​ຕອນ ແລະ ບັນ​ດາ​ເພື່ອນກໍ່​ໄດ້ປະ​ຕິ​ບັດ​ເປັນ​ຢ່າງ​ດີ ແລະ ບັນ​ລຸ​ປະ​ສິດ​ທິ​ຜົນ”.

ບໍ່​ພຽງ​ແຕ່​ຢຸດ​ຢູ່​ໃນ​ລາຍ​ການ​ສະ​ແດງ​ທາງ​ອອນ​ລາຍ​ເທົ່າ​ນັ້ນ, ໂຄງ​ການ​ຂັບ​ ແຈ່ວ ​ຍັງ​ສ້າງ​ໂອ​ກາດ​ ເພື່ອ​ໃຫ້​ມວນ​ຊົນ​ໄດ້​ຄົ້ນ​ຫາ​ສິ​ລະ​ປະ​ຂັບ​ ແຈ່ວ​ ຜ່ານການ​ເຄື່ອນ​ໄຫວ​ກະ​ທົບ​ຕອບ​ພ້ອມ​ກັບ​ລາຍ​ການ​ສະ​ແດງ. ເພື່ອນ ຫງວຽ​ນ​ສີດ​ວ່ານ ຢູ່ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າກໍ່​ຍັງ​ຮູ້ຫຼາຍ​ກ່ຽວ​ກັບ​ສິ​ລະ​ປະ​ຂັບ​ ແຈ່ວ ແລະ ກໍ່​ເປັນ​ເທື​ອ່​ທຳ​ອິດ​ໄດ້​ຮັບ​ຊົມ​ລ​າຍ​ການ​ຂັບ ​ແຈ່ວ​ໂດຍ​ກົງ. ພາຍຫຼັງ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ຍາ​ກາດ​ຂອງ​ລາຍ​ການ​ສະ​ແດງ, ນ້ອງ​ຮູ້​ສຶກ​ໄດ້​ເຖິງ​ບັນ​ດາ​ຄຸນ​ຄ່າ​ຂອງ​ລາຍ​ການ​ສິ​ລະ​ປະ​ຂອງ​ຂັບ ​ແຈ່ວ ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ. ນ້ອງ​ເຫັນ​ວ່າ ນີ້​​ກໍ່ແມ່ນ​ປະ​ເພດ​ສິ​ລະ​ປະ​ທີ່​ເປັນ​ໜ້າ​ຈັບ​ໃຈ ເຊິ່ງ​ເຮົາ​ສາ​ມາດ​ໄດ້​ຮັບ​ຊົມ ແລະ ຊອກ​ຮູ້ກໍ່ໍ່​ຄື​ຮັກ​ສາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຊາດ”.

ຈາກ ກ​ຣິບ​ວີ​ດີ​ໂອ​ສັ້ນ​ທາງ​ແຟ​ຣດ​ຟອມ​ດີ​ຈີ​ຕອນ​ຕະຫຼອດ​ຮອດ​ເວ​ທີ​ສະ​ແດງ​ຕົວ​ຈິງ, ໂຄງ​ການ​ຂັບ​ ແຈ່ວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ໄວ​ໜຸ່ມ ​ໃນ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ເຂົ້າ​ເຖິງ​ກັບ​ສິ​ລະ​ປະ​ຂັບ ​ແຈ່ວ ເພື່ອ​ໃຫ້​ປະ​ເພດ​ສິ​ລະ​ປະ​ນີ້​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ກັບ​ຊີ​ວິດ​ທັນ​ສ​ະ​ໄໝ.