Media /
ບັນດາວ່າວໃຫຍ່, ນ້ອຍ, ມີສີສັນຫຼາກຫຼາຍໄດ້ປ່ອຍຢູ່ທ້ອງຟ້າຕາມສຽງດົນຕີ.
ບັນດານັກສິລະປະການໄດ້ສະແດງ ແລະ ແນະນຳເຖິງນັກທ່ອງທ່ຽວວ່າວທີ່ເປັນມູນເຊື້ອ ແລະ ທັນສະໄໝປະມານ 300 ວ່າວ.
ນັກສິລະປະການຫວຽດນາມ ພວມກະກຽມໃຫ້ແກ່ການສະແດງ.
ບໍ່ແມ່ນຍາມໃດວ່າວກໍ່ບິນຖືກຕາມຜູ້ບັນຊາ
ນັກສິລະປະການຊາວນິວຊີແລນ. Festival ວ່າວສາກົນ ກວາງນາມ 2017 ໂດຍມີການເຂົ້າຮ່ວມຂອງນັກສິລະປະການທີ່ມາຈາກ 22 ປະເທດ.
ນັກສິລະປະການຊາວສ.ເກົາຫຼີ
ນັກສິລະປະການຊາວໄຕ້ຫວັນ, ຈີນ
ນັກສິລະປະການຂອງສະໂມຊອນວ່າວນະຄອນໂຮ່ຈິມິນ ສະແດງການປ່ອຍວ່າວທີ່ເປັນເອກະລັກສະເພາະ. ອ້າຍໄດ້ບັນຊາວ່າວ 4 ອັນໃນພາບດ່ຽວ.
ການສະແດງຂອງອ້າຍໄດ້ດຶງດູດປະຊາຊົນມາຊົມ ແລະ ທຸກຄົນຊອກຮູ້ກ່ຽວກັບວິທີປ່ອຍວ່າວນີ້.
Festival ວ່າວສານກົນ ກວາງນາມ 2017 ຍັງແມ່ນຫົວຂໍ້ປະດິດສ້າງຂອງບັນດານັກຖ່າຍຮູບ.
ວ່າວທີ່ມີສີສັນຫຼາກຫຼາຍປີນໃນທ້ອງຟ້າຕາມແທງ ບໍ່ພຽງແຕ່ດຶງດູດເດັກນ້ອຍເທົ່ານັ້ນ, ຫາກຜູ້ໃຫຍ່ກໍ່ມາຮັບຊົມເປັນຈຳນວນຫຼວງຫຼາຍ.
Festival ວ່າວສານກົນ ກວາງນາມ 2017 ຍັງແມ່ນໂອກາດເພື່ອໂຄສະນາວິທີຫຼິ້ນວ່າວຂອງຫວຽດນາມ, ຂອງບັນດາປະເທດໃນໂລກເຖິງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ.

Festival ວ່າວສາກົນ ກວາງນາມ 2017

(VOVWORLD) -ບັນດາວ່າວທີ່ມີສີສັນຫຼາກຫຼາຍຂອງ 9 ປະເທດ, ເຂດແຄ້ວນ ໄດ້ປ່ອຍຢູ່ທ້ອງຟ້າໂຮ້ຍອານ ແລະ ເຂດຫາດຊາຍທະເລ ຕາມແທງ ໄດ້ສ້າງບັນຍາກາດຢ່າງຟົດຟື້ນ ເຮັດໃຫ້ຊາວທ້ອງຖິ່ນ ແລະ ນັກທ່ອງທ່ຽວມີຄວາມເປີກບານມວນຊື່ນ.

        Festival ວ່າວສາກົນກວາງນາມ 2017 ໂດຍມີການເຂົ້າຮ່ວມຂອງນັກສິລະປະການ 90 ຄົນທີ່ມາຈາກບັນດາແຂວງ, ນະຄອນຢູ່ພາຍໃນປະເທດຄື: ນະຄອນໂຮ່ຈິມິນ, ຮ່າໂນ້ຍ, ເທື່ອທຽນເຫ້ວ, ດ່ານັ້ງ, ທ໋າຍບິ່ງ, ຫາຍຟ່ອງ, ນາມດິ້ງ, ກວາງນາມ… ແລະ ນັກສິລະປິນທີ່ມາຈາກບັນດາປະເທດຄື: ການາດາ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ມາເລເຊຍ, ໄຕ້ຫວັນ, ອິນໂດເນເຊຍ, ໄທ, ນິວຊີແລນ.

Lan Anh