ນຸ່ງຊຸດເສື້ອຍາວລົງຖະໜົນຖ່າຍຮູບຍາມລະດູໃບໄມ້ຫຼົ່ນ ຮ່າໂນ້ຍ

(VOVWORLD) -  ລະດູໃບໄມ້ຫຼົ່ນ ຍາມໃດກໍເຮັດໃຫ້ປະຊົນ ແລະ ແຂກທ່ອງທ່ຽວຮູ້ສຶກ ໂຣແມນຕິກ ແລະ ງາມດັ່ງໃນຝັນ. ຊຸມປີມໍ່ໆມານີ້, ເມື່ອນຸ່ງຊຸດເສື້ອຍາວລົງຖະໜົນຖ່າຍຮູບຍາມລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ໄດ້ກາຍເປັນໜຶ່ງໃນບັນດາທ່າອ່ຽງຂອງແມ່ຍິງ ຫວຽດນາມ.

ນຸ່ງຊຸດເສື້ອຍາວລົງຖະໜົນຖ່າຍຮູບຍາມລະດູໃບໄມ້ຫຼົ່ນ ຮ່າໂນ້ຍ	 - ảnh 1
ຊຸດເສື້ອຍາວ, ຊຸດອາພອນທີ່ເປັນມູນເຊື້ອຂອງປະຊາຊົນ ຫວຽດນາມ ໄດ້ຮັບຖືວ່າ ແມ່ນສັນຍາລັກໃຫ້ແກ່ຄວາມງາມ ແລະ ຄວາມສຸພາບຮຽບຮ້ອຍຂອງແມ່ຍິງ. ພາບ: ດຶກແອັງ/ VOV5
ນຸ່ງຊຸດເສື້ອຍາວລົງຖະໜົນຖ່າຍຮູບຍາມລະດູໃບໄມ້ຫຼົ່ນ ຮ່າໂນ້ຍ	 - ảnh 2
ການນຸ່ງຊຸດເສື້ອຍາວ ແລ້ວຖ່າຍຮູບໃນບັນຍາກາດຂອງລະດູໃບໄມ້ຫຼົ່ນ ບໍ່ພຽງແຕ່ແມ່ນຄວາມມັກຮັກຂອງເອື້ອຍນ້ອງແມ່ຍິງເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈກ່ຽວກັບມໍລະດົກວັດທະນະທຳຂອງຊາດອີກດ້ວຍ. ພາບ: ດຶກແອັງ/VOV5
ນຸ່ງຊຸດເສື້ອຍາວລົງຖະໜົນຖ່າຍຮູບຍາມລະດູໃບໄມ້ຫຼົ່ນ ຮ່າໂນ້ຍ	 - ảnh 3
ໃນຊຸມມື້ນີ້, ຮ່າໂນ້ຍ ເຂັ້ມຂຸ້ນໄປດ້ວຍບັນຍາກາດຂອງລະດູໃບໄມ້ຫຼົ່ນ, ບໍ່ຍາກທີ່ຈະພົບພໍ້ກັບຮູບພາບແມ່ຍິງຫວຽດອ່ອນຊ້ອຍກັບຊຸດເສື້ອຍາວພວມຍ່າງເລາະຢູ່ຕາມທ້ອງຖະໜົນ. (ພາບ: ແຄັງຮວ່າ/TTXVN)
ນຸ່ງຊຸດເສື້ອຍາວລົງຖະໜົນຖ່າຍຮູບຍາມລະດູໃບໄມ້ຫຼົ່ນ ຮ່າໂນ້ຍ	 - ảnh 4
ໜອງຮວ່ານກຽມ (ໜອງເຕົ່າ) ແມ່ນໜຶ່ງໃນບັນດາສະຖານທີ່ຄຸ້ນເຄີຍຂອງເອື້ອຍນ້ອງແມ່ຍິງ ເມື່ອຖ່າຍຮູບກັບຊຸດເສື້ອຍາວ. (ພາບ: ເຈົ້າຂອງພາບສະໜອງໃຫ້)
ນຸ່ງຊຸດເສື້ອຍາວລົງຖະໜົນຖ່າຍຮູບຍາມລະດູໃບໄມ້ຫຼົ່ນ ຮ່າໂນ້ຍ	 - ảnh 5
ເອື້ອຍຊວັນລວານ (ເບື້ອງຊ້າຍ) ແລະ ເອື້ອຍ ເລເຟືອງ (ນະຄອນ ແທັງຮວ໊າ, ແຂວງ ແທັງຮວ໊າ) ໃຫ້ຮູ້ວ່າ: ຍ້ອນຮັກບັນຍາກາດລະດູບານໃໝ່ຂອງ ຮ່າໂນ້ຍ, ສະນັ້ນ, ເຂົາເຈົ້າໄດ້ຂີ່ລົດກວ່າ 150 ກິໂລແມັດ ມາ ຮ່າໂນ້ຍ ເພື່ອບັນທຶກຈຸດເວລາອັນສວຍສົດງົດງາມຂອງລະດູໃບໄມ້ຫຼົ່ນໄວ້. (ພາບ: ເຈົ້າຂອງພາບສະໜອງໃຫ້)
ນຸ່ງຊຸດເສື້ອຍາວລົງຖະໜົນຖ່າຍຮູບຍາມລະດູໃບໄມ້ຫຼົ່ນ ຮ່າໂນ້ຍ	 - ảnh 6
ຮູບພາບລົດຖີບທີ່ເຕັມໄປດ້ວຍດອກໄມ້ ເຈືອຈານກັບແສງແດດ ເບິ່ງຄືວ່າງາມຂຶ້ນ ເມື່ອປະສົມປະສານຂອງຮອຍຍິ້ມອັນອ່ອນຫວານ, ຄວາມອ່ອນຊ້ອຍຂອງແມ່ຍິງກັບຊຸດເສື້ອຍາວ. (ພາບ: qdnd.vn)
ນຸ່ງຊຸດເສື້ອຍາວລົງຖະໜົນຖ່າຍຮູບຍາມລະດູໃບໄມ້ຫຼົ່ນ ຮ່າໂນ້ຍ	 - ảnh 7
(ພາບ: ດຶກແອັງ/VOV5)
ນຸ່ງຊຸດເສື້ອຍາວລົງຖະໜົນຖ່າຍຮູບຍາມລະດູໃບໄມ້ຫຼົ່ນ ຮ່າໂນ້ຍ	 - ảnh 8
(ພາບ: ຖຸຍງອກ/VOV)
ນຸ່ງຊຸດເສື້ອຍາວລົງຖະໜົນຖ່າຍຮູບຍາມລະດູໃບໄມ້ຫຼົ່ນ ຮ່າໂນ້ຍ	 - ảnh 9
ເຖິງວ່າຢູ່ໃນເກນອາຍຸໃດກໍຕາມ, ເມື່ອນຸ່ງຊຸດເສື້ອຍາວທີ່ເປັນມູນເຊື້ອ, ແມ່ຍິງກໍມີກາຍເປັນຜູ້ທີ່ອ່ອນຊ້ອຍ ແລະ ມີສະເໜຮ (ພາບ: ຖຸຍງອກ/VOV)
ນຸ່ງຊຸດເສື້ອຍາວລົງຖະໜົນຖ່າຍຮູບຍາມລະດູໃບໄມ້ຫຼົ່ນ ຮ່າໂນ້ຍ	 - ảnh 10
ພ້ອມກັນນຸ່ງຊຸດເສື້ອຍາວລົງທະໜົນ, ບໍ່ພຽງແຕ່ເພື່ອບັນທຶກຈຸດຄວາມງາມນີ້ໄວ້ເທົ່ານ້ນ, ຫາກຍັງບໍ່ກອບສ່ວນຮັກສາ ແລະ ແຜ່ກະຈາຍສິ່ງທີ່ຍອດຍິ່ງ, ຄວາມງາມຂອງຊຸດເສື້ອຍາວທີ່ເປັນມູນເຊື້ອ - ມໍລະດົກວັດທະນະທຳ ຫວຽດນາມ ອີກດ້ວຍ. (ພາບ: ຫາຍບັງ/VOV)

ຕອບກັບ

ຂ່າວ/ບົດ​ອື່ນ