Media /
ຖ້ຳນາງສາວແປດຄົນ ທີ່ຂຶ້ນກັບບໍລິເວນຕາແສງເຕີນແຈກ, ເມືອງໂບແຈກ, ແຂວງກວາງບິງ ແມ່ນ ສະຖານທີ່ປະຫວັດສາດທີ່ລືຊື່, ບ່ອນທີ່ມີຊາວໜຸ່ມຍິງ 8 ຄົນ, ບ້ານເກີດຢູ່ແທງຮ້ວາໄດ້ເສຍສະຫຼະຊີວິດໃນການສູ້ຮົບອັນດຸເດືອດເພື່ອຕ້ານຈັກກະພັດ ອາເມລິກາເພື່ອກູ້ຊາດ
ຄວາມ ເສຍສະຫຼະຊີວິດທີ່ອົງອາດກ້າຫານຂອງ ນາງສາວແປດຄົນນີ້ຢູ່ຖ້ຳແຫ່ງນີ້ ໄດ້ກາຍເປັນສັນຍາລັກອັນສູງສົ່ງຂອງນ້ຳໃຈຮັກຊາດ
ໃນທຸກວັນນີ້, ຖ້ຳນາງສາວແປດຄົນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວແຫ່ງຈິດວິນຍານ ອັນໄດ້ດຶງດູດແຂກທ່ອງທ່ຽວມາຢາມຢ່າງຫຼວງຫຼາຍ
ແຂກທ່ອງທ່ຽວເມື່ອມາຢ້ຽມຢາມແຂວງ ກວາງຈິ, ກໍເຄີຍແວ່ຢາມຂົວ ຮ່ຽນເລືອງ ຕັ້ງຂ້າມແມ່ນ້ຳ ເບັ້ນຫາຍ
ຊຸມວັນທ້າຍເດືອນເມສາ, ປະຊາຊົນຈາກທຸກແຖບຖິ່ນໃນທົ່ວປະເທດໄດ້ພາກັນມາຖະຫວາຍດອກໄມ້ທູບທຽນບູຊາ, ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດແຫ່ງຊາດ ເຈືອງເຊີນ, ເຂດສຸສານນັກຮົບເສຍສະຫຼະຊີວິດ ທາງຫຼວງເລກ 9
ເຂດສຸສານນັກຮົບເສຍສະຫຼະຊີວິດແຫ່ງຊາດ ເຈືອງເຊີນ ມີເນື້ອທີ່ທັງໝົດ 140.000 ຕາແມັດ, ແມ່ນບ່ອນຕັ້ງສຸສານຂອງນັກຮົບ 10.333 ຄົນທີ່ໄດ້ເສຍສະຫຼະຊີວິດ ໃນການສູ້ຮົບອັນດຸເດືອດເພື່ອຕ້ານຈັກກະພັດ ອາເມລິກາກູ້ຊາດ
ອະນຸສາວະລີບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ ເຂດສຸສານນັກຮົບເສຍສະຫຼະຊີວິດ ທາງຫຼວງເລກ 9
ດ້ວຍເນື້ອທີ່ທັງໝົດ 15 ເຮັກຕາ, ເຂດສຸສານນັກຮົບເສຍສະຫຼະຊີວິດ ທາງຫຼວງເລກ 9 ແມ່ນບ່ອນຕັ້ງສຸສານຂອງນັກຮົບ, ຊາວໜຸ່ມຕະລຸມບອນ 10.600 ຄົນທີ່ໄດ້ເສຍສະຫຼະຊີວິດ ໃນການສູ້ຮົບອັນດຸເດືອດຢູ່ດິນແດນ ກວາງຈິ ແລະ ດິນແດນປະເທດເພື່ອລາວເພື່ອຕ້ານຈັກກະພັດ ອາເມລິກາກູ້ຊາດ
ກຳແພງເກົ່າ ກວາງຈິ ນອນຢູ່ໃຈກາງເທດສະບານ ກວາງຈິ ຫ່າງຈາກທາງຫຼວງ 1A ໄປທາງທິດຕາເວັນອອກປະມານ 2 ກມ, ນີ້ແມ່ນກິດຈະກຳລະບົບກຳແພງປ້ອງກັນດ້ານການທະຫານ ແລະ ແມ່ນບໍລິເວນສຳນັກປົກຄອງຂອງລາດຊະວົງຫງວຽນ ໃນກວາງຈິ
ໃນການບຸກໂຈມຕີຂະໜ!ດໃຫຍ່ເພື່ອປົດປ່ອຍແຂວງກວາງຈິເມື່ອປີ 1972, ກຳແພງເກົ່າ ກວາງຈິ ໄດ້ກາຍເປັນທີ່ຮູ້ຈັກດີ ຂອງທົ່ວໂລກ ຍ້ອນບັນດາວິລະກຳທີ່ລືຊາຜາກົດ ໃນການສູ້ຮົບປົກປັກຮັກສາເທດສະບານ ກວາງຈິ ເປັນເວລາ 81 ວັນ ແລະ ຄືນ.
ໃຈກາງໃນກຳແພງເກົ່າ ກວາງຈິ ແມ່ນ ອະນຸສາວະລີບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຖືກກໍ່ສ້າງຕາມຮູບຈຳລອງຄື ຂຸມຝັງສົບໝູ່
ແຂກທ່ອງທ່ຽວຊາວຕ່າງປະເທດພວມຄິດໃນໃຈເມື່ອມາຢ້ຽມຊົມກຳແພງເກົ່າ ກວາງຈິ
ກ້າວເຂົ້າທາງໃນ, ມີບົດກາບກອນຂອງນັກຮົບເກົ່າ ຝ້າມດິງເລີນ ທີ່ໄດ້ຂຽນ ໃຫ້ແກ່ເພື່ອນຮ່ວມກົມກອງເມື່ອກັບຄືນຢ້ຽມຢາມສະໜາມຮົບເກົ່າ. ບົດກາບກອນໄດ້ ສະແດງຄວາມຄິດຮອດຄິດເຖິງ ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ເພື່ອນຮ່ວມກົມກອງທີ່ເສຍສະຫຼະຊີວິດເພື່ອຊາດ
ໃນບໍລິເວນກຳແພງເກົ່າ ກວາງຈິ, ມີຕົ້ນໄມ້ຂຽວອຸ່ມທຸ່ມຢ່າງໜາແໜ້ນ, ມີອະນຸສາວະລີຫຼາຍແຫ່ງເພື່ອສັນລະເສີນການເສຍສະຫຼະຊີວິດຢ່າງພິລະອາດຫານຂອງນັກຮົບຫຼາຍໆຄົນໃນບໍລິເວນກຳແພງເກົ່າ ກວາງຈິ
ແຂກທ່ອງທ່ຽວເຂົ້າຢ້ຽມຊົມຢູ່ຫໍພິພິທະພັນໃນບໍລິເວນກຳແພງເກົ່າ ກວາງຈິ

ການທ່ອງທ່ຽວຢູ່ບັນດາສະຖານທີ່ປະຫວັດສາດຢູ່ເຈືອງເຊີນ(ສາຍພູຫຼວງ)

(VOVWORLD) -ຍາມເດືອນເມສາ, ຢູ່ພາກກາງຫວຽດນາມ, ອາກາດໄດ້ປ່ຽນລະດູ, ແດນຮ້ອນເອົ້າກໍບໍ່ຂັດຂວາງຂະບວນຄົນກັບເມືອຢ້ຽມຢາມບັນດາສະຖານທີ່ປະຫວັດສາດຢູ່ແຂວງ ກວາງບິງ, ກວາງຈິ. ໃນວັນນີ້, ສະຖານທີ່ທ່ອງທ່ຽວຕ່າງໆຄື: ຖ້ຳນາງສາວແປດຄົນ, ເຂດສຸສານນັກຮົບເສຍສະຫຼະຊີວິດແຫ່ງຊາດ ເຈືອງເຊີນ, ເຂດສຸສານນັກຮົບເສຍສະຫຼະຊີວິດ ທາງຫຼວງເລກ 9, ກຳແພງເກົ່າ ກວາງຈິ… ຍາມໃດກໍເຕັມໄປດ້ວຍດອກໄມ້ສົດຂອງບັນດາແຂກທ່ອງທ່ຽວມາຖະຫວາຍທູບທຽນບູຊາອາໄລຫາ. ໃຜໆກໍສະແດງຄວາມສະເທື່ອນໃຈ, ຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ.

Lan Anh