Media /
ຕົ້ນເດືອນມິຖຸນາປີ 2018, Sun World Ba Na Hills, ດານັ້ງ ໄດ້ນຳຂົວຄຳເຂົ້າໃຊ້ການຢ່າງເປັນທາງການ. ໃນທັນທີ່, ຂົວຄຳໄດ້ເຮັດໃຫ້ມວນຊົນມີຄວາມຕົກສະເງີ້ ແລະ ແຂກທ່ອງທ່ຽວຈາກສາລະທິດໄດ້ພາກັນມານີ້ເພື່ອຄົ້ນຫາ
ຂົວຄຳຖືກຕັ້ງຢູ່ສວນທຽນທາຍຂອງ Sun World Ba Na Hills , ດານັ້ງ ແລະ ຢູ່ບ່ອນມີຄວາມສູງ 1.414 ແມັດເມື່ອທຽບໃສ່ໜ້ານ້ຳທະເລ, ຖືກເຊື່ອມຕໍ່ກັບອາຄານ Marseille ແລະ Bordeaux ເພື່ອສົ່ງແຂກຈາກເຂດຕີນພູຫຼືບ້ານຟາບໄປຢ້ຽມຊົມສວນດວກໄມ້
ຂົວຄຳແມ່ນຂົວທີ່ມີການອອກແບບຢ່າງເປັນເອກະລັກໃນໂລກດ້ວຍຮູບພາບ 2 ຝາມືຍັກຈັບເອົາຂົວຄຳ(ປຽບເໝືອນຈັບເອົາແຖບຜ້າໄໝຄຳທີ່ຖອດມາຈາກໃນພູ) ເພື່ອຊ່ວຍຊຸມຊົນໄປຮອດສວນທຽນທາຍໄດ້. ຂົວມີລວງສູງ 23,8 ແມັດ ເມື່ອທຽບໃສ່ໜ້າດິນ, ກ້ວາງ 12,8 ແມັດ, ເສັ້ນພາສູນກາງຂອງນີ້ວມືຕ່າງໆແມ່ນ 2ແມັດ.
ກົງກັນຂ້າມກັບຮູບພາບ 2 ຝາມືຍັກທີ່ພວມຖືກຕົກສີຕາມການເວລານັ້ນ, ແມ່ນ “ແຖບຜ້າໄໝຄຳ” ມີລວງຍາວເກືອບ 150 ແມັດ ປະກອບດ້ວຍ 8 ຕອນ, ຕອນຍາວສຸດແມ່ນ 21,2 ແມັດ.
ຍ່າງບົນຂົວຄຳ, ແຂກທ່ອງທ່ຽວມີຄວາມຮູ້ສຶກປຽບເໝືອນພວມຫຼົງທາງຂຶ້ນແດນສະຫວັນ.
ຈາກລວງສູງຂອງຂົວຄຳ, ແຂກທ່ອງທ່ຽວສາມາດມຸ່ງສາຍຕາໄປທາງໄກເພື່ອຢ້ຽມຊົມທັດສະນີຍະພາບທີ່ສວຍສົດງົດງາມ ແລະ ຂະຫຍັນຂັນເຄື່ອນຂອງນະຄອນ.
ຂົວຄຳໄດ້ກາຍເປັນ “ເວທີສະແດງໃຫຍ່” ຂອງລາຍການສະແດງ ແຟຊັນທີ່ມີຊື່ວ່າ“A walk to the sky” ເມື່ອວັນທີ 14 ກໍລະກົດປີ 2018
ຂົວຄຳ-ກິດຈະກຳໃໝ່ທີ່ໂດດເດັ່ນຢູ່ບ່ານ່າ Hills
ດານັ້ງ ແຕ່ລະປີ, ພັດມີສິ່ງທີ່ໃໝ່ອຽມຫຼາຍຢ່າງ, Sun World Ba Na Hills, ດານັ້ງ ໄດ້ຊ່ວຍໃຫ້ແຂກທ່ອງທ່ຽວເຫັນໄດ້ເຖິງກຳລັງດຶງດູດຢ່າງແຂງແຮງຂອງເຂດທ່ອງທ່ຽວແຖວໜ້າຂອງຫວຽດນາມ.

ຂົວຄຳ-ກິດຈະກຳໃໝ່ທີ່ໂດດເດັ່ນຢູ່ບ່ານ່າ Hills

(VOVWORLD) -ວາລະສານເຄຫາສະຖານ Archdaily ໄດ້ຕີລາຄາວ່າ: ນີ້ແມ່ນຂົວຖືກອອກແບບທີ່ມີລັກສະນະອັນໂດດເດັ່ນຂອງຫວຽດນາມ. ສຳນັກ ຂ່າວສານ Reuters, BBC, CNN… ກໍແນະນຳ ຂົວຄຳຄືດັ່ງສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທອ່ງທ່ຽວ.

Hoàng Xuân