Media /
ຂົວລອງບຽນຊຶ່ງແມ່ນຂົວເຫຼັກແຫ່ງທຳອິດຕັ້ງຂ້າມແມ່ນ້ຳແດງ ຕອນໄຫລຜ່ານບໍລິເວນນະຄອນຫຼວງຮ່າໂນ້ຍ ເຊື່ອມຕໍ່ລະຫວ່າງເມືອງຮ່ວານກ້ຽມ ແລະ ເມືອງລອງບຽນ
ຂົວລອງບຽນໄດ້ຮັບການກໍ່ສ້າງໃນໄລຍະເວລາແຕ່ປີ 1899 ຫາປີ 1902.
ບັນດາຂະບວນລົດໄຟຈາກຮ່າໂນ້ຍໄປນະຄອນທ້າຍງວຽນ, ເທດສະບານເມືອງດົງດັງໃນແຂວງລ້າງເຊີນ, ໄປແຂວງລາວກາຍ, ນະຄອນຫາຍຟ່ອງ ຫຼືກັບມາສະຖານີລົດໄຟຮ່າໂນ້ຍຈາກສະຖານີລົດໄຟຢາເລີມ ກໍລ້ວນແຕ່ນຳໃຊ້ລະບົບທາງລົດໄຟຂອງ ຂົວລອງບຽນ.
ຮ້ານຂາຍຜະລິດຕະພັນກະເສດທີ່ປູກຢູ່ຫາດດອນກາງແມ່ນ້ຳແດງ.
ຢູ່ກ້ອງຂົວ ບໍລິເວນແຄມແມ່ນ້ຳແດງ ແມ່ນສະຖານທີ່ເກັບມ້ຽນສິນຄ້າຂອງຕະຫຼາດຂາຍຍົກລອງບຽນ
ຂົວລອງບຽນໃນທ່າມກາງນ້ຳໝອກກົ້ວຍາມລະດູໜາວ
ຊີວິດທີ່ຟ້າວຟັ່ງຂອງຊາວນະຄອນຫຼວງໃນບໍລິເວນຂົວລອງບຽນ
ໂດຍຜ່ານບັນດາໄລຍະທາງແຫ່ງປະຫວັດສາດ, ຂົວລອງບຽນໄດ້ກາຍເປັນສັນຍາລັກຂອງນະຄອນຫຼວງຮ່າໂນ້ຍ
ພາຍຫຼັງກ່ວາສະຕະວັດ, ປະຈຸບັນ, ຂົວລອງບຽນຖືກເສື່ອມຄຸນນະພາບຢ່າງຮ້າຍແຮງ. ວຽກງານສ້ອມແປງຂົວແຫ່ງນີ້ພວມໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ເພື່ອຮັບປະກັນຄວາມປອດໄພໃນການສັນຈອນໄປມາໃຫ້ແກ່ປະຊາຊົນ.
ຂົວລອງບຽນຕັ້ງບົນ 20 ເສົາ ມີລວງສູງກວ່າ 40 ແມັດ. ປະຈຸບັນ ເສົາທັງໝົດໄດ້ຖືກເສື່ອມຄຸນນະພາບຕາມວັນເວລາ ຕ້ອງໄດ້ຮັບການສ້ອມແປງຫຼາຍຄັ້ງ.
ປ້າຍປະກາດຂົວຖືກເສື່ອມຄຸນນະພາບ
ຊັ້ນເບຕົງເກົ່າໜ້າຂົວຖືກທົດແທນດ້ວຍດ້ວຍວັດສະດຸໃໝ່
ເພື່ອຮັບປະກັນຄວາມປອດໄພໃນການຂົນສົ່ງທາງລົດໄຟຜ່ານຂົວລອງບຽນເຖິງປີ 2020, ຂົວແຫ່ງນີ້ໄດ້ຮັບການສ້ອມແປງຄືນ, ເຫຼັກຕະປູແຕ່ລະອັນ ລ້ອນແຕ່ຖືກກວດເພື່ອທົດແທນອັນໃໝ່.
ພວກກຳມະກອນພວມປະຕິບັດວຽກງານສ້ອມແປງທາງລົດໄຟຜ່ານຂົວ
ພາຍຫຼັງສຳເລັດວຽກງານສ້ອມແປງຂົວ, ຮູບຮ່າງຂອງຂົວລອງບຽນເກືອບຄືວ່າບໍ່ປ່ຽນແປງ, ເວັ້ນເສຍແຕ່ໄດ້ທານ້ຳສີໃໝ່.
ໄມ້ຕາແວດເກົ່າຖືກທົດແທນໃໝ່.
ຍານພາຫະນະຂົນສົ່ງໄມ້, ວັດສະດຸຖືກທົດແທນໄດ້ລົດຕຸກໆຂະໜາດນ້ອຍ, ເພາະຂົວລອງບຽນຖືກອອກແບບກໍ່ສ້າງໃຫ້ລົດຂົນສົ່ງຂະໜາດນ້ອຍແລ່ນຜ່ານເທົ່ານັ້ນ
ການດຳເນີນບູລະນະສ້ອມແປງຂົວຢູ່ຕາມຈຸດທີ່ເປັນອັນຕະລາຍ, ດັ່ງນັ້ນຮຽກຮ້ອງໃຫ້ກຳມະກອນຕ້ອງຕັ້ງໃຈເຮັດເພື່ອທັງຮັບປະກັນຄຸນນະພາບ ແລະ ທັງຮັບປະກັນຄວາມປອດໄພໃຫ້ແກ່ຕົນເອງ.
ໃນມື້ບໍ່ຊ້ານີ້, ຂົວແຫ່ງປະຫວັດສາດນີ້ ຈະໄດ້ຮັບການຟື້ນຟູ, ສືບຕໍ່ຮ່ວມເດີນທາງພ້ອມກັບນະຄອນຫຼວງຮ່າໂນ້ຍບົນເສັ້ນທາງແຫ່ງການປ່ຽນແປງໃໝ່ ແລະ ຂະຫຍາຍຕົວ.

ຂົວລອງບຽນ ຜ່ານບັນດາໄລຍະທາງແຫ່ງປະຫວັດສາດ

(VOVWORLD) - ຂົວລອງບຽນຊຶ່ງແມ່ນຂົວເຫຼັກແຫ່ງທຳອິດຕັ້ງຂ້າມແມ່ນ້ຳແດງ ຕອນໄຫລຜ່ານບໍລິເວນນະຄອນຫຼວງຮ່າໂນ້ຍ, ໂດຍແມ່ນຊາວຝະລັ່ງກໍ່ສ້າງໃນຊຸມປີຕົ້ນສະຕະວັດທີ 20. ພາຍຫຼັງກ່ວາສະຕະວັດ, ປະຈຸບັນ, ຂົວແຫ່ງນີ້ຖືກເສື່ອມຄຸນນະພາບຢ່າງຮ້າຍແຮງ. ວຽກງານສ້ອມແປງຂົວແຫ່ງນີ້ພວມໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ເພື່ອຮັບປະກັນຄວາມປອດໄພໃນການສັນຈອນໄປມາໃຫ້ແກ່ປະຊາຊົນ ແລະ ຮັກສາຄວາມງາມຂອງຂົວ. 

Duc Anh