Media /
ເມື່ອເວົ້າເຖິງດອກບານ, ຜູ້ຄົນທັງຫຼາຍຄິດເລີຍເຖິງດອກໄມ້ພິເສດຢູ່ເຂດພູຜາປ່າໄມ້ທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມເມື່ອລະດູບານໃໝ່ວຽນມາ. ແຕ່ດົນນານມາແລ້ວ, ດອກບານໄດ້ຖືກນຳມາປູກຢູ່ຮ່າໂນ້ຍ. ໃນລະຫວ່າງທ້າຍເດືອນກຸມພາຫາຕົ້ນເດືອນມີນາ, ດອກບານໄດ້ບານສະພັ່ງເອ້ຄວາມງາມຢູ່ຕາມຖະໜົນສາຍຕ່າງໆທີ່ຮ່າໂນ້ຍ.
ໂດຍອີງຕາມສີສັນດອກໄມ້, ດອກບານຖືກຈັດເປັນຫຼາຍຊະນິດເຊັ່ນ: ດອກບານຂາວ, ດອກບານແດງຫຼືດອກບານສີມ່ວງ.
ບໍລິເວນທາງບັກເຊີນ ໄດ້ດຶງດູດຜູ້ຄົນມາຖ່າຍຮູບດ້ວຍດອກບານຂາວຖືກປູກເປັນ 2 ແຖວພວມບານສະພັ່ງຢ່າງສວຍງາມ.
ດອກບານປູກຢູ່ນີ້ແມ່ນດອກບານຂາວມີກີບໃຫຍ່ ແລະ ບານສະເໝີ
ອາກາດໃນຊຸມມື້ນີ້ ອົບອຸ່ນແທດເໝາະກັບການຖ່າຍຮູບ.
ບັນດາເພື່ອນໜຸ່ມນຸ່ງຊຸດເສື້ອຍາວ ຖ່ຍຮູບກັບດອກບານຢູ່ບໍລິເວນຖະໜົນຮວ່າງຢ້ຽວ ຕໍ່ໜ້າກັບທາງບັກເຊີນ.
ພໍ່ລູກເຮົາພ້ອມກັບຖ່າຍຮູບກັບດອກບານເດີ.
2 ມື້ທ້າຍອາທິດ, ຖະໜົນຮ່ວາງຢ້ຽວຮຸ່ງແຈ້ງດ້ວຍສີສັນສວຍງານຂອງຊຸດເສື້ອຍາວພ້ອມກັບດອກບານ.
ດອກບານນອກຈາກຖືກປູກຢູ່ບັກເຊີນ-ຮ່ວາງຢ້ຽວແລ້ວ, ດອກບານຍັງຖືກປູກຢູ່ຫຼາຍບ່ອນເຊັ່ນ: ໜອງໂຮ່ໄຕ, ບໍລິເວນອະນຸສາວະລີ ເລນິນ, ຫງວຽນຢູ…
ຖະໜົນຫງວຽນຢູ, ໄປລຽບຕາມຝັ່ງໜອງ ຖ່ຽນກວາງ ແມ່ນຖະໜົນສາຍໜຶ່ງປູກດອກບານສີມ່ວງພວມບານສະພັ່ງຢ່າງຫຼວງຫຼາຍ.
ທາງ 5 ແຍກ ຫງວຽນທ້າຍຫອກ- ເກືອນາມ-ຮ່າງບົງ-ຟານໂບ້ຍເຈົາ
ສວນດອກໄມ້ຮ່າງເດົ້າ
ປະຈຸບັນ, ດອກບານໄດ້ກາຍເປັນດອກໄມ້ຊະນິດທີ່ລຶ້ງເຄີຍກັບຊາວນະຄອນຫຼວງເມື່ອລະດູບານໃໝ່ວຽນມາ ແລະ ພ້ອມກັບດອກໄມ້ນາໆຊະນິດ ເອ້ຄວາມງາມ, ປະກອບສ່ວນເຮັດໃຫ້ນະຄອນຫຼວງຮ່າໂນ້ຍເພີ່ມຄວາມສວຍງາມຫຼາຍຂຶ້ນ.

ຄວາມງາມຂອງດອກບານຢູ່ໃຈກາງຮ່າໂນ້ຍ

(VOVWORLD) - ພາຍຫຼັງບຸນເຕັດ, ບັນຍາກາດອົບອຸ່ນ, ຢູ່ຖະຫນົນສາຍຕ່າງໆໃນຕົວເມືອງຮ່າໂນ້ຍ ດອກບານພວມບານສະພັ່ງເອ້ຄວາມງາມຢູ່ຕາມຖະໜົນສາຍຕ່າງໆທີ່ຮ່າໂນ້ຍ, ອັນໄດ້ດຶງດູດຜູ້ຄົນມາຖ່າຍຮູບເປັນຈຳນວນຫຼວງຫຼາຍ.

Duc Anh