Media /
ບ້ານນາ ຕາແສງ ເຟືອງໂດ້ ຫ່າງຈາກນະຄອນ ຮ່າຢາງປະມານ 10 ກິໂລແມັດ ແມ່ນບ່ອນດຳລົງຊີວິດຂອງຊາວເຜົ່າໄຕ
ເຮືອນຮ້ານຫລັງຫນຶ່ງຂອງຊາວເຜົ່າໄຕເຮັດບໍລິການ homestay ຢູ່ບ້ານທາ
ຢູ່ຄຽງຂ້າງເຮືອນຮ້ານຫລັງຫນຶ່ງຢູ່ບ້ານນາ ລ້ວນແຕ່ມີບຶງນ້ອຍ
ຢູ່ເສັ້ນທາງອ້ອມບ້ານ, ເດັກນ້ອຍເຄີຍພາກັນຖີບລົດຖີບ
ນັກທ່ອງທ່ຽວຍ່າງເລາະຫລິ້ນອ້ອມບ້ານ ແລະ ສາມາດແວ່ຢາມເຮືອນຫລັງໃດກໍ່ໄດ້
ຢູ່ເທິງເຮືອນຮ້ານ ລ້ວນແຕ່ມີເດີນນ້ອຍເພື່ອໃຫ້ຊາວບ້ານຕາກເຂົ້າ, ສາລີ, ໝາກຖົ່ວດິນ
ແມ່ຍິງຊາວເຜົ່າໄຕ
ເຮືອນຮ້ານຂອງຊາວເຜົ່າໄຕໄດ້ປຸກສ້າງດ້ວຍອຸປະກອນທຳມະຊາດ
ບ້ານທາດຶງດູດນັກທ່ອງທ່ຽວຍ້ອນມີຄວາມງາມແບບດັ້ງເດີມເປົ່າຫວ່າງ ແລະ ສະຫງົບສຸກ.
ປະຈຸບັນບ້ານທາ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວດຶງດູດນັກທ່ອງທ່ຽວສາກົນມາຄົ້ນຫານັບມື້ນັບຫລາຍ
ຄາບເຂົ້າຂອງຊາວເຜົ່າໄຕ
ນັກທ່ອງທ່ຽວມາຢ້ຽມຢາມບ້ານທາ ຍັງໄດ້ຮັບປະທານອາຫານຫລາຍເຍື່ອງທີ່ເປັນເອກະລັກຂອງຊາວເຜົ່າໄຕ ພິເສດແມ່ນຜັກປ່າຫລາຍຊະນິດ

ຄວາມສະຫງົບສຸກຢູ່ ບ້ານທາ

(VOVWORLD) -

ມາຢ້ຽມຢາມບ້ານທາ ນັກທ່ອງທ່ຽວໄດ້ຊົມບັນດາເຮືອນຮ້ານທີ່ສວຍງາມແບບດັ້ງເດີມ ແລະ ໄດ້ເຊື່ອມຕົວເຂົ້າກັບການດຳເນີນຊີວິດປະຈຳວັນຂອງຊາວເຜົ່າໄຕ. ຢ້ຽມຢາມບ້ານທາໃນເວລາມື້ຫນຶ່ງ ນັກທ່ອງທ່ຽວໄດ້ຍ່າງເລາະຫລິ້ນລຽມຕາມເສັ້ນທາງນ້ອຍ ຊົມທິວທັດທຳມະຊາດ, ບັນຍາກາດສະຫງົບສຸກຂອງບ້ານພູດອຍ. ນອກນັ້ນ ນັກທ່ອງທ່ຽວຍັງໄດ້ຮັບປະທານອາຫານຫລັກຫລາຍເຍື່ອງຂອງຊາວບ້ານອີກດ້ວຍ.

Lan Anh