Media /
ມີນັກກິລາ 108 ຄົນ ແຂ່ງຂັນຢູ່ 2 ປະເພດ: ຄູ່ຊາຍ ແລະ ຄູ່ຍິງ. ນີ້ແມ່ນໂອກາດ ເພື່ອໃຫ້ນັກກິລາຂອງບັນດາສະໂມສອນໃນທົ່ວປະເທດແລກປ່ຽນບົດຮຽນນຳກັນ.
ນີ້ກໍ່ແມ່ນໂອກາດເພື່ອແນະນຳ, ໂຄສະນາຮູບພາບເຂດທ່ອງທ່ຽວຊີວະພາບໜອງ ຟູ໋ນິງ - ຈຸດມັດພົບທີ່ຈັບອົກຈັບໃຈແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.
ຄະນະຈັດຕັ້ງມີຄວາມຫວັງວ່າ ໂດຍຜ່ານການເຄື່ອນໄຫວນີ້, ຈະສ້າງ ແລະ ພັດທະນາສະໂມສອນຊ່ວງເຮືອ Kayak ຂອງແຂວງ ແມ່ນປະເພດກິລາທີ່ມີຜົນງານສູງ.
ດ້ວຍນ້ຳໃຈກະຕືລືລົ້ນ, ນັກກິລາຂອງບັນດາສະໂມສອນ ໄດ້ສ້າງບັນຍາກາດທີ່ຟົດຟື້ນ, ດູດດື່ມໃຫ້ແກ່ຜູ້ທີ່ນິຍົມປະເພດກິລານີ້
ເຖິງວ່າໄດ້ຮັບໄຊຊະນະ ຫຼື ບໍ່ໄດ້ຮັບໄຊຊະນະກໍ່ຕາມ ແຕ່ນ້ຳໃຈກິລາຍາມໃດກໍ່ສະແດງໃຫ້ເຫັນໃນໃບໜ້າຂອງແຕ່ລະນັກກິລາ.
ການຊ່ວງເຮືອ Kayak ໄດ້ດຶງດູດໄວໜຸ່ມເຂົ້າຮ່ວມເປັນຈຳນວນຫລວງຫລາຍ
ສະໂມສອນ Kayak ໂຮງຮຽນພອນສະຫວັນວິຊາການກິລາກາຍຍະສຶກສາ ກວາງນາມ ຄວ້າໄດ້ລາງວັນທີ 1 ປະເພດຄູ່ຊາຍ
ສຳລັບການແຂ່ງຂັນຄູ່ຊາຍ, ຄູ່ຍິງ, ສະໂມສອນ ນາມຢາງ ກວາງນາມ ຄວ້າໄດ້ລາງວັນທີ 1; ສະໂມສອນ ດົ່ງທ໋າບ ຄວ້າໄດ້ລາງວັນທີ 2 ແລະ ສະໂມສອນ ດ່າໜັງ ຍາດໄດ້ລາງວັນທີ 3
ບັນດາເຮືອ Kayak ໄດ້ຮັບການປະດັບປະດາເປັນສີສັນຫລາກຫລາຍ ໄດ້ສຳເລັດໜ້າທີ່ພາຍຫລັງຊ່ວງເຮືອໃນເວລາມື້ໜຶ່ງ

ຊ່ວງເຮືອ Kayak ຢູ່ໜອງ ຟູ໋ນິງ

(VOVWORLD) -ໃນຂອບເຂດ Festival ມໍລະດົກ ກວາງນາມ ຄັ້ງທີ 6 ປີ 2017, ຕອນເຊົ້າວັນທີ 10/06, ຄະນະກຳມະການປະຊາຊົນແຂວງ ກວາງນາມ ຈັດຕັ້ງພິທີໄຂ Festival ຊ່ວງເຮືອ Kayak ບັນດາສະໂມສອນໃນທົ່ວປະເທດ 2017. ການຊ່ວງເຮືອ Kayak ດຳເນີນຢູ່ໜອງ ຟູ໋ນິງ ທີ່ສວຍສົດງົດງາມ ຂຶ້ນກັບເມືອງ ຟູ໋ນິງ ແຂວງ ກວາງນາມ.

Lan Anh - Lan Phuong