Media /
ເມື່ອບຸນເຕັດ, ລະດູບານໃໝ່ວຽນມາ, ວັນມ້ຽວ-ກ໋ວກຕືຢາມ ຊຶ່ງແມ່ນມະຫາວິທະຍາໄລແຫ່ງທຳອິດຢູ່ຫວຽດນາມ ພັດກາຍເປັນສະຖານທີ່ລຶ້ງເຄີຍຂອງປະຊາຊົນນັບພັນຄົນຈາກທຸກແຖບຖິ່ນໃນທົ່ວປະເທດຊາດມາຂໍຕົວໜັງສືຍາມຕົ້ນປີໃໝ່.
ງານບຸນຕົວໜັງສືຢູ່ໂຮ່ວັນທີ່ຂຶ້ນກັບ ວັນມ້ຽວ-ກ໋ວກຕືຢາມ ຍາມໃດກໍຟົດຟື້ນມ່ວນຊື່ນດ້ວຍບັນດາລາຍການສະແດງສິລະປະພື້ນເມືອງ.
ຢູ່ແຫ່ງນີ້ ບໍ່ພຽງແຕ່ແມ່ນສະຖານທີ່ລະຫຼິ້ນຍາມລະດູບານໃໝ່ຂອງຊາວຮ່າໂນ້ຍເທົ່ານັ້ນ, ຫາກຍັງຂອງຊາວຕ່າງປະເທດຢາກມາຊອກຮູ້ກ່ຽວກັບປະເພນີຕ່າງໆຍາມລະດູບານໃໝ່ອີກດ້ວຍ.
ງານບຸນຕົວໜັງສື ຍາມລະດູບານໃໝ່ປີນີ້ ມີການເຂົ້າຮ່ວມຂອງຜູ້ແຕ້ມຕົວໜັງສື 63 ຄົນ; ມີການວາງສະແດງຮູບແຕ້ມຕົວໜັງສື 34 ແຜ່ນທີ່ດີເດັ່ນ ພ້ອມກັບບັນດາການເຄື່ອນໄຫວອື່ນໆເຊັ່ນ: ການວາດພາບເຖິງການສອບເສັງເມື່ອກ່ອນນີ້, ແນະນຳບັນດາຜະລິດຕະພັນຂອງຫມູ່ບ້ານອາຊີບຫັດຖະກຳ, ຈັດການລະຫຼິ້ນພື້ນເມືອງຕ່າງໆ…
ຕາມປະເພນີ, ປະຊາຊົນເຄີຍມາຂໍຕົວໜັງສືເມື່ອແຂວນເທິ່ງຝາເຮືອນດ້ວຍຄວາມຫວັງປີໃໝ່ມີຂຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ ແລະ ໂຊກດີ.
ສຳລັບໄວເດັກ, ນັກຮຽນ, ນັກສຶກສາເຄີຍມາຂໍຕົວໜັງສື: ເກັ່ງກ້າ, ສະຕິ, ປັນຍາ, ສຳເລັດ…ເພື່ອພາວະນາໃຫ້ມີລະດັບຄວາມຮູ້, ເສັງໄດ້ຄະແນນດີ. ສ່ວນຜູ້ເປັນໄວກາງ ເຄີຍມາຂໍຕົວໜັງສື: ສະຫງົບສຸກ, ບຸນ, ນ້ຳໃຈ…ເພື່ອພາວະນາໃຫ້ມີຄວາມຢູ່ເຢັນເປັນສຸກໃນປີໃໝ່.
ພາບພື້ນເມືອງ ກິມຮ່ວາງ ແມ່ນຮ້ານວາງສະແດງໄດ້ຮັບຄວາມນິຍົມຈາກເດັກຫຼາຍຄົນ.
ພວກນ້ອງນ້ອຍໄດ້ຊອກຮູ້ກ່ຽວກັບວາດແຕ້ມ ແລະ ສີສັນຂອງພາບ ແລະ ໄດ້ແຕ້ມຕົວຈິງ.
ພາບແກະຄວັດສະຫຼັກກໍໄດ້ຮັບຄວາມນິຍົມຈາກພວກເດັກ
ປຶ້ມຂຽນທີ່ເຮັດດ້ວຍເຈ້ຍສາຂອງໝູ່ບ້ານອາຊີບບັກນິງ ໄດ້ຮັບຄວາມນິຍົມເລືອກຊື້ຈາກຫຼາຍຄົນ.
ຮູບປັ້ນຕໍ່ແຮ ຊຶ່ງແມ່ນເຄື່ອງຫຼິ້ນຂອງເດັກ.
ການຫຼິ້ນໝາກເສິກ.
ການແຂ່ງຂັນດຶງເຊືອກ.
ການທົດລອງຫໍ່ເຂົ້າຕົ້ມ ໄດ້ດຶງດູດໃຈພວກເດັກ.
ງານບຸນຕົວໜັງສືຍາມລະດູບານໃໝ່ຈະດຳເນີນຮອດວັນທີ 25 ກຸມພາປີ 2018 ຈຶ່ງອັດລົງ.

ຊາວຮ່າໂນ້ຍພາເດັກໄປຂໍຕົວໜັງສືຍາມຕົ້ນປີໃໝ່ຢູ່ໂຮ່ວັນ

(VOVWORLD) -ປະເພນີຂໍ ແລະ ໃຫ້ຕົວໜັງສືຍາມຕົ້ນປີ ໄດ້ກາຍເປັນຄວາມງາມດ້ານວັດທະນະທຳທີ່ຂາດບໍ່ໄດ້ໃນຊຸມວັນຕົ້ນລະດູບານໃໝ່ຂອງຊາວຫວຽດນາມເວົ້າລວມ ແລະ ຊາວຮ່າໂນ້ຍເວົ້າສະເພາະ.

Hoàng Xuân