Media /
ພວກນ້ອງນ້ອຍເປີດຊາກໃຫ້ລາຍການດົນຕີປະສານສຽງ
ບັນດາວາດຟ້ອນເພງພື້ນເມືອງ
ນັກສິລະປິນ 1.000 ກວ່າຄົນ, ສັງກັດ 32 ກອງສິລະປະທີ່ມາຈາກ 10 ປະເທດ ແລະ ເຂດແຄ້ວນໃນໂລກ ໄດ້ເຕົ້າໂຮມຢູ່ໂຮ້ຍອານ ເພື່ອເຂົ້າຮ່ວມງານປະກວດ
ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເລວັນແທງ, ຮອງປະທານຄະນະກຳມະການແຂວງກວາງນາມ, ຖືວ່າ, ການເສັງຈະນຳມາໃຫ້ຜູ້ຊົມ ແລະ ນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ບັນດາລາຍການທີ່ດູດດື່ມ, ມີຈຸດທີ່ເປັນເອກະລັກສະເພາະພິເສດຂອງບັນດາປະເທດ.
ລາຍການໜຶ່ງຂອງກອງດົນຕີປະສານສຽງຫວຽດນາມ
ກອງດົນຕີປະສານສຽງ ຟິລິບປິນ ສະແດງໃນຄ່ຳຄືນໄຂລາຍການເພງພື້ນເມືອງທີ່ມ່ວນຊື່ນ
ງານປະກວດຄັ້ງນີ້ຈະນັບມື້ນັບຮັດແໜ້ນຄວາມສາມັກຄີນ້ຳໃຈມິດຕະພາບ, ເຊື່ອມຕໍ່ລະຫວ່າງໂຮ້ຍອານ, ກວາງນາມ ກັບບັນດາທ້ອງຖິ່ນຢູ່ພາຍໃນ ແລະ ຕ່າງປະເທດ.
ການຕ້ອນຮັບແຂກຂອງປະເທດເຈົ້າພາບຫວຽດນາມ ໄດ້ນຳມາເຊິ່ງຄວາມຮູ້ສຶກໃກ້ສິດສະໜິດສະໜົມໃຫ້ແກ່ບັນດານັກສິລະປິນເຂົ້າຮ່ວມລາຍການດົນຕີປະສານສຽງ.
ງານປະກວດດົນຕີປະສານສຽງສາກົນຫວຽດນາມ ຄັ້ງທີ 6, ໂຮ້ຍອານ ແມ່ນແຫ່ງເພື່ອໃຫ້ປະຊາຊົນຮັບຟັງບັນດາທຳນອງເພງມ່ວນຊື່ນ.

ດົນຕີປະສານສຽງສາກົນ 2017 ໂດຍມີການເຂົ້າຮ່ວມຂອງນັກສິລະປິນ 1.000 ກວ່າຄົນທີ່ມາຈາກ 10 ປະເທດແລະເຂດແຄ້ວນໃນໂລ

(VOVWORLD) -ໂດຍນອນໃນບັນດາການເຄື່ອນໄຫວຂອງ Festival ມໍລະດົກ ກວາງນາມ ຄັ້ງທີ 6 ປີ 2017, ການເສັງດົນຕີປະສານສຽງສາກົນຄັ້ງທີ 5 ຢູ່ຫວຽດນາມ ແລະ ຄັ້ງທີ 4 ຢູ່ໂຮ້ຍອານ ຖືກດຳເນີນໃນລະຫວ່າງວັນທີ 07 – 10 ມິຖຸນາ. ງານປະກວດດົນຕີປະສານສຽງສາກົນ ແມ່ນການເຄື່ອນໄຫວມີຄວາມໝາຍສຳຄັນໃນການໂຄສະນາບັນດາຄຸນຄ່າມໍລະດົກ, ວັດທະນະທຳ, ສິລະປະ ແລະ ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງໂຮ້້ຍອານ, ແຂວງກວາງນາມ ເຖິງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

Lan Anh