Media /
ງານແຂ່ງຂັນກິລາຈ້ອງເວີນ ເປີດກ້ວາງ “ບິນເທິງ ຕຽນຊາ 2018” ໂດຍຄະນະກຳມະການປະຊາຊົນນະຄອນດານັ້ງ, ພະແນກວັດທະນະທຳ - ຖະແຫຼງຂ່າວນະຄອນດານັ້ງ ສົມທົບກັບສະໂມສອນຈ້ອງເວີນ ດານັ້ງ ສົມທົບກັນຈັດຂຶ້ນ.
ນີ້ແມ່ນເຫດການພິເສດ ໂດຍສືບຕໍ່ບັນດາເຫດການສິລະປະ, ກິລາ, ທ່ອງທ່ຽວ “ ຈຸດນັດພົບລະດູຮ້ອນ 2018” ໂດຍຄະນະກຳມະການປະຊາຊົນນະຄອນດານັ້ງຈັດຕັ້ງ, ແນໃສ່ນຳສາຍລົມໃໝ່ມາສູ່ເຄື່ອງໝາຍການທ່ອງທ່ຽວນະຄອນດານັ້ງ
ໃນວັນທີ 23 ແລະ 24 ມິຖຸນາ, ບັນດານັກກິລາຈ້ອງເວີນ ແຂ່ງຂັນໃນລາຍການບິນລົງຈອດຕາມເປົ້າໝາຍຊັດເຈນ ດ້ວຍຈຸດເລີ່ມບິນຈາກຈອມພູ ບານເກີ, ແຫຼມເຊີນຈາ, ມີຄວາມສູງ 600 ແມັດ ແລະ ຈຸດລົງຈອດແມ່ນຢູ່ຫາດຊາຍທະເລ ເມິນທ້າຍ.
ພິເສດ, ແຂກທ່ອງທ່ຽວເມື່ອມາດານັ້ງເຂົ້າຮ່ວມລາຍການ ຍັງມີໂອກາດໄດ້ບິນຈ້ອງເວີນ, ຮັບຊົມທິວທັດດານັ້ງຈາກກາງຫາວ ດ້ວຍການບໍລິການບິນຄູ່ກັບນັກກິລາຈ້ອງເວີນ.
ຈຸດເລີ່ມບິນຈາກຈອມພູ ບານເກີ, ແຫຼມເຊີນຈາ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາສະຖານທີ່ງາມກ່ວາໝູ່ສຳລັບການຈັດການບິນຈ້ອງເວີນ. ຈາກກາງຫາວ, ນັກກິລາຈ້ອງເວີນ ແລະ ແຂກທ່ອງທ່ຽວ ຈະໄດ້ຮັບຊົມຄວາມງາມທີ່ໃຫຍ່ໂຕມະໂຫຖານຂອງພູຜາປ່າໄມ້, ທິວທັດທຳມະຊາດທີ່ງົດງາມດັ່ງໃນຝັນຂອງທະເລ ແລະ ທົ່ວນະຄອນດານັ້ງ

ບິນເທິງ ຕຽນຊາ 2018 : ໂອກາດຮັບຊົມທິວທັດດານັ້ງຈາກກາງຫາວ

(VOVWORLD) -“ ບິນເທິງ ຕຽນຊາ 2018”  ແມ່ນເຫດການບິນຈ້ອງເວີນຊຶ່ງຖືກຈັດຂຶ້ນຢູ່ນະຄອນດານັ້ງແຕ່ວັນທີ 22 ຫາ 24 ມິຖຸນາປີ 2018. ນິ້ແມ່ນການແຂ່ງຂັນຂອງນັກກິລາຈ້ອງເວິນເກືອບ 100 ຄົນຈາກທຸກແຫ່ງໃນທົ່ວປະເທດຫວຽດນາມ ແລະ ສາກົນມາຮ່ວມ.

Cong Thanh