Media /
1. ພໍ່ຄົວ 10 ຄົນພ້ອມກັນເຂົ້າຮ່ວມການປຸງແຕ່ງ ກາວເຫຼົ່າ, ເຊິ່ງເປັນເຍື່ອງອາຫານໂດ່ງດັງຂອງ ໂຫ້ຍອານ, ແຂວງ ກ໋ວາງນາມ
ແຕ່ລະຄົນຮັບຜິດຊອບຂັ້ນຕອນປຸງແຕ່ງໜຶ່ງ ດ້ວຍຄວາມຫວັງນຳມາໃຫ້ແຂກທ່ອງທ່ຽວຄວາມປະທັບໃຈທີ່ບໍ່ອາດຫຼົງລືມໄດ້ເມື່ອມາຢາມ ໂຫ້ຍອານ
ແຂກທ່ອງທ່ຽວຮູ້ສຶກກປະທັບໃຈເມື່ອໄດ້ເຫັນປະຈັກຕາບັນດາພໍ່ຄົວປຸງແຕ່ງ ກາວເຫຼົ່າ
ພາຍຫຼັງປຸງແຕ່ງມາເປັນເວລາ 40 ນາທີ, ເຍື່ອງອາຫານນີ້ໄດ້ພ້ອມແລ້ວຮັບໃຊ້ແຂກທ່ອງທ່ຽວ
ກາວເຫຼົ່າແມ່ນເຍື່ອງອາຫານເປັນເອກະລັກສະເພາະຂອງ ໂຫ້ຍອານ. ມີເສັ້ນໝີ່ສີເຫຼືອງ, ມີກຸ້ງ, ຊີ້ນໝູ ແລະ ຜັກປະເພດຕ່າງໆ.
ເມື່ອໄດ້ຊີມເຍື່ອງອາຫານໃນງານບຸນນີ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມກະຕືລືລົ້ນ
ພາຍຫຼັງການປຸງແຕ່ງລວມ, ບັນດາພໍ່ຄົວໄດ້ປຸງແຕ່ງເຍື່ອງອາຫານນີ້ຕາມວິທີສະເພາະຂອງຕົນເພື່ອຮັບໃຊ້ແຂກທ່ອງທ່ຽວ
ພໍ່ຄົວຊາວ ຍີ່ປຸ່ນ Genta Miyagawa ໄດ້ດຳລົງຊີວິດຢູ່ ໂຫ້ຍອານ ເປັນເວລາ 10 ປີ ດັ່ງນັ້ນລາວມີຄວາມເຂົ້າໃຈຕໍ່ເຍື່ອງອາຫານນີ້
ພໍ່ຄົວຊາວ ອົດສະຕາລີ ປຸງແຕ່ງເຍື່ອງອາຫານນີ້ຕາມວິທີສະເພາະຂອງຕົນ
ແມ່ຄົວຊາວ ໄທ ໃຫ້ຮູ້ວ່າ ລາວ ມັກເຍື່ອງອາຫານນີ້ຫຼາຍດັ່ງນັ້ນຢາກຊອກຫາເພື່ອແຕ່ງເຍື່ອງອາຫານນີ້ມີລົດຊາດໄທ
ທ່ານ Cesar Combe, ພໍ່ຄົວຊາວ ຝຣັ່ງ ແຕ່ງອາຫານເຍື່ອງນີ້ຕາມວິທີການແບບ ຝຣັ່ງ
ບັນດາວັດຖຸດິບຂອງຊາວ ຝຣັ່ງ ໄດ້ນຳເຂົ້າເຍື່ອງອາຫານ ກາວເຫຼົ່າຂອງຊາວ ໂຫ້ຍອານ
ກາວເຫຼົ່າ ໄດ້ຫໍ່ໃນເຂົ້າໜົມ crepe ເພື່ອຮັບໃຊ້ໃຫ້ແຂກເອົາໄປຢ່າງງ່າຍດາຍ
ເສັ້ນໝີ່ເຫຼືອງຢູ່ຮ້ານຂອງພໍ່ຄົວຊາວ ອີຕາລີ
ແຂກທ່ອງທ່ຽວມີຄວາມປະທັບໃຈເມື່ອມາ ໂຫ້ຍອານ ແລະ ໄດ້ຊິມເຍື່ອງອາຫານພິເສດນີ້
ງານບຸນອາຫານການກິນແກ່ຍາວຮອດວັນທີ 14 ມິຖຸນາ

ພໍ່ຄົວ 10 ຄົນເຂົ້າຮ່ວມລາຍການງານບຸນອາຫານການກິນສາກົນຢູ່ໂຫ້ຍອານ

(VOVWORLD) - ດ້ວຍຫົວຂໍ້ທີ່ວ່າ: “ປະເຊີນໜ້າກັບ ກາວເຫຼົ່າ”, ງານບຸນອາຫານການກິນສາກົນ ໂຫ້ຍອານ ຄັ້ງທີ 3 ປີ 2017 ໄຂຂຶ້ນໃນຕອນຄ່ຳວັນທີ 12 ມິຖຸນາ ຢູ່ສວນຮູບປັ້ນ ໂຫ້ຍອານ, ດຶງດູດ ພໍ່ຄົວສາກົນພວມເຮັດວຽກຢູ່ບັນດາພັດທະຄານຂອງ ຫວຽດນາມ ເຂົ້າຮ່ວມ. ເຫດການນີ້ແມ່ນນອນໃນຂອບເຂດ Festival ມໍລະດົກ ກ໋ວາງນາມ ຄັ້ງທີ 6 ປີ 2017, ຜ່ານນັ້ນເພີ່ມທະວີການໂຄສະນາ, ຢັ້ງຢືນເຄື່ອງໝາຍການຄ້າ, ພາບພົດວັດທະນະທຳ, ການທ່ອງທ່ຽວຂອງ ໂຫ້ຍອານ ແຫ່ງໄມຕີຈິດ, ຮັກແພງແຂກຄົນເຖິງເພື່ອນມິດສາກົນ.

Lan Anh