Media /
ເຈີນເຍີນຕົງ (1258-1308) ຊື່ແທ້ແມ່ນ ເຈີນເຄີມ, ແມ່ນລູກຊາຍກົກຂອງເຈົ້າຊີວິດ ເຈີນແທງຕົງ.
ເຈົ້າຊີວິດ ເຈີນເຍີນຕົງ ພາຍຫລັງສະຫລະບັນລັງໃຫ້ລູກຂອງຕົນ ຕັດສິນໃຈອອກຈາກພະລາດຊະວັງເພື່ອໄປບວດຢູ່ ພູອຽນຕື໋.
ພະພຸດທະເຈົ້າ ເຈີນເຍີນຕົງ ເປັນຜູ້ສ້າງຕັ້ງນິກາຍຈຸກເລີມອຽນຕື໋. ລະບົບວັດວາອາຮາມຢູ່ ອຽນຕື໋ ໄດ້ຮັບການກໍ່ສ້າງເປັນຈຳນວນຫລວງຫລາຍ.
ເຈີນເຍີນຕົງແມ່ນເຈົ້າຊີວິດພະອົງຫນຶ່ງດຽວຢູ່ ຫວຽດນາມ ໄດ້ສະຫລະບັນລັງເພື່ອໄປບວດ
ພະພຸດທະເຈົ້າເຈີນຍົງຕົງ ພ້ອມກັບພະສົງ ປູກຕົ້ນດອກເຫມີຍຕົ້ນທຳອິດຢູ່ ອຽນຕື໋
ຈິດໃຈພະພຸດທະເຈົ້າເຈີນເຍີນຕົງ ແລະ ນິກາຍຈຸກເລີມ ບໍ່ພຽງແຕ່ສະແດງອອກໃນພຸດທະສາສະຫນາເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນຢ່າງເລິກເຊິ່ງເຖິງສັງຄົມ ແລະ ມີຄຸນຄ່າດັ້ງເດີມມາຮອດປະຈຸບັນ ກາຍເປັນສັນຍາລັກຂອງວັດທະນະທຳພຸດທະສາສະຫນາ ແລະ ວັດທະນະທຳຂອງຊາດຫວຽດນາມ.
ປະຈຸບັນ ເຂດປູຊະນີຍະສະຖານຢູ່ ພູອຽນຕື໋ ໄດ້ຮັບການຟື້ນຟູ, ອະນຸລັກຮັກສາ ແລະ ເສີມຂະຫຍາຍ.
ແຂກທ່ອງທ່ຽວ ໄປຢ້ຽມຢາມ ວັດວາອາຮາມຢູ່ ອຽນຕື໋ ນັບມື້ນັບຫລາຍ.
ຄວາມປະທັບໃຈທີ່ສຸດເມື່ອໄປຢ້ຽມຢາມ ອຽນຕື໋ ແມ່ນພະພູດທະຮູບ ຢູ່ເຂດ ອານກີ່ຊີງ ມີນ້ຳຫນັກ 138 ໂຕນ ຫລອມດ້ວຍທອງ.
ງານບຸນ ອຽນຕື໋ ເຄີຍຈັດຂຶ້ນໃນຍາມຕົ້ນລະດູບານໃຫມ່ ແມ່ນງານບຸນໃຫຍ່ກວ່າໝູ່ ແລະ ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍ
ແຂກທ່ອງທ່ຽວມາ ອຽນຕື໋ ບໍ່ພຽງແຕ່ຊອກຮູ້ບັນດາຄຸນຄ່າດ້ານຈິດວິນຍານ, ວັດທະນະທຳ, ປະຫວັດສາດເທົ່ານັ້ໜ ຫາກຍັງຊົມທິວທັດທຳມະຊາດສວຍງາມອີກດ້ວຍ.
ພິທີສະແດງຄວາມຮູ້ບຸນຄຸນ ພະພຸດທະເຈົ້າ ເຈີນເຍີນຕົງ ພ້ອມທັງແມ່ນການໂຄສະນາບັນດາຄຸນຄ່າແນວຄິດ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງເພີ່ນ, ນິກາຍ ຈຸກເລີມ, ພຸດທະສາສະຫນາຫວຽດນາມ ຕໍ່ມວນຊົນ ແລະ ແຂກທ່ອງທ່ຽວມາຈາກທຸກສາລະທິດ.

ມໍລະດົກພົ້ນເດັ່ນຂອງ ເຈົ້າຊີວິດ - ພະພຸດທະເຈົ້າ ເຈີນເຍີນຕົງ ຢູ່ ພູ ອຽນຕື໋

(VOVWORLD) - ເຈົ້າຊີວິດ - ພະພຸດທະເຈົ້າ ເຈີນເຍີນຕົງ ແມ່ນນັກວັນນະຄະດີ, ປະຫວັດສາດມີຊື່ສຽງໃນສະໄຫມລາດຊະວົງເຈີນ. ບັນດາມໍລະດົກພົ້ນເດັ່ນຂອງເພີ່ນແມ່ນຕິດພັນກັບພູ ອຽນຕື໋ ຊື່ງແມ່ນບ່ອນເພີ່ນ ສ້າງຕັ້ງນິກາຍຈຸກເລີມອຽນຕື໋.

Hoang Giang - VOV Dong Bac