Media /
ຜ່ານການດຳເນີນເປັນເວລາ 4 ປີ, ວັນປຶ້ມອ່ານຫວຽດນາມໄດ້ກາຍເປັນວັນບຸນບັນດາຜູ້ນິຍົມອ່ານປຶ້ມ, ນີ້ແມ່ນ ຄວາມງາມທາງດ້ານວັດທະນະທຳໄດ້ຮັບການຕອບສະໜອງ ແລະ ເຊີດຊູຈາກສັງຄົມ.
ພິທີໄຂວັນປຶ້ມອ່ານຫວຽດນາມ ແລະ ງານບຸນປຶ້ມອ່ານຢູ່ສວນສາທາລະນະ ທົ້ງເຍິດທີ່ຮ່າໂນ້ຍ.
ງານບຸນປຶ້ມອ່ານຂ່ຳນັບຮັບຕ້ອນ ວັນປຶ້ມອ່ານຫວຽດນາມປີ 2018 ຢູ່ຮ່າໂນ້ຍ ແມ່ນເຫດການທີ່ເປັນຈຸດສຸມ ແລະ ເປີດສາກແກ່ການເຄື່ອນໄຫວຂ່ຳນັບຮັບຕ້ອນ ວັນປຶ້ມອ່ານຫວຽດນາມຄັ້ງທີ 5. ງານບຸນປຶ້ມອ່ານມີກ່ວາ 100 ຮ້ານວາງສະແດງຂອງເກືອບ 80 ສຳນັກພິມ, ບໍລິສັດຈຳໜ່າຍປຶ້ມອ່ານທົ່ວປະເທດ.
ປື້ມອ່ານປະມານ 5 ໝື່ນກ່ວາຫົວທີ່ຂຶ້ນກັບຂົງເຂດຕ່າງໆເຊັ່ນ: ການເມືອງ-ກົດໝາຍ, ເສດຖະກິດ, ວິທະຍາສາດ ເຕັກໂນໂລຊີ, ການສຶກສາ, ວັນນະຄະດີ…ໄດ້ຮັບການແນະນຳ, ອັນໄດ້ຕອບສະໜອງຄວາມຕ້ອງການຂອງຜູ້ນິຍົມອ່ານປື້ມຢ່າງຫຼວງຫຼາຍ.
ວັນປຶ້ມອ່ານຫວຽດນາມ ແມ່ນໂອກາດເພື່ອທຸກໆຄົນປຸກລຸກຄວາມຮັກປື້ມ, ຊຸກຍູ້ວັດນະນະທຳການອ່ານ.
ປຶ້ມອ່ານຫຼາຍຫົວ ຖືກສຳນັກພິມຫຼຸດລາຄາຂາຍເຖິງ 20%, 30% ຫຼືຕ່ຳກ່ວານັ້ນ ແມ່ນ 50%.
ບັນດາເພື່ອໜຸ່ມຢືນເປັນແຖວຍາວຂໍລາຍເຊັນຈາກຜູ້ແຕ່ງປຶ້ມ.
ປຶ້ມອ່ານຖືກວາງສະແດງດ້ວຍຮູບຈຳລອງ ຕົ້ນໄມ້ໃຫຍ່ປົກຄຸມຄວາມເຢັນ.
ບັນດາສະຖານທີ່ຖ່າຍຮູບກັບບັນດາຕົວລະຄອນໃນປຶ້ມອ່ານທີ່ໄດ້ຮັບນິຍົມຊົມຊອບ ໂດຍສຳນັກພິມໄດ້ສ້າງຂຶ້ນເພື່ອດຶງດູດຜູ້ອ່ານ.
ເຂດລະຫຼິ້ນຢ່ອນໃຈ ກໍໄດ້ຮັບຄວາມເອົາໃຈຈາກສຳນັກພິມເພື່ອ ດຶງດູດຜູ້ອ່ານ
ໃນເວລາດຳເນີນ ງານບຸນປຶ້ມອ່ານເປັນເວລາ 5 ວັນ ( 18-22 ເມສາ) ມີ 17 ເຫດການຈະຖືກຈັດຂຶ້ນຄື: ແນະນຳປຶ້ມອ່ານ “ ການປະຕິວັດອຸດສາຫະກຳຄັ້ງທີ 4, ການປະຕິວັດແຫ່ງການເຕົ້າໂຮມ ແລະ ປະຢັດມັດທະຍັດ ”, ການໂອ້ລົມສົນທະນາ “ ປຶ້ມອ່ານ-ຂົວເຊື່ອມຕໍ່ແຫ່ງການເຊື່ອມໂຍງ ແລະ ພັດທະນາ ” ແລະ ການສະເໜີຕົວຕໍ່ຜູ້ອ່ານ “ ປຶ້ມອ່ານເຊື່ອມໂຍງເຂົ້າກັບເສດຖະກິດສາກົນ”.

ວັນປຶ້ມອ່ານຫວຽດນາມຄັ້ງທີ 5 - ຄວາມງາມທາງດ້ານວັດທະນະທຳ

(VOVWORLD) - ຕອນເຊົ້າວັນທີ 18 ເມສາ ຢູ່ສວນສາທາລະນະ ທົ້ງເຍິດທີ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມໄດ້ຈັດພິທີໄຂວັນປຶ້ມອ່ານຫວຽດນາມຄັ້ງທີ 5 (21 ເມສາ) ພ້ອມທັງປຸກລະດົມຂະບວນການອ່ານປຶ້ມທົ່ວປະເທດປີ 2018.

​ນັ​ກ​ຂ່າວ VOV5