Media /
ຝັ່ງທະເລຢູ່ຫຼີເຊີນງົດງາມທີ່ສຸດ. ຢູ່ເກາະແບ໋ ມີບັນດາຫາດຊາຍທະເລນ້ອຍທີ່ຮົກເຮື້ອ.
ນ້ຳທະເລຂຽວ ແລະ ໃສເຢັນ
ຫຼີເຊີນ ແຖວຕົ້ນໝາກພ້າວຂຽວອຸ່ມທຸ່ມປົກຄຸມຄວາມເຢັນທີ່ເປັນໜ້າຈັບໃຈ.
ຫຼີເຊີນ ດ້ວຍການໃສ່ແວນຕາດຳນ້ຳ, ແຂກທ່ອງທ່ຽວ ຈະໄດ້ຮັບຊົມຄວາມງາມຂອງຫີນປະກາລັງຢູ່ໃກ້ຝັ່ງ
ຜາຫີນສູງຊັນ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ
ເສົາທຸງແຫ່ງອຳນາດອະທິປະໄຕຢູ່ເກາະຫຼີເຊີນ ແມ່ນສະຖານທີ່ດູດດື່ມທີ່ຂາດບໍ່ໄດ້ສຳລັບແຂກທ່ອງທ່ຽວ
ຊຸມປີມໍ່ໆມານີ້, ຫຼີເຊີນ ແມ່ນຈຸດນັດພົບຂອງບັນດາຄູ່ຜົວເມຍໃໝ່ມາຖ່າຍຮູບງານດອງ
ເມືອງເກາະຫຼີເຊີນມີ 10 ພູເຂົາໄຟທີ່ເກົ່າແກ່. ໃນຮູບແມ່ນ ພູເຂົາໄຟ ເທີ້ຍເລີ້ຍ ທີ່ມີມາກ່ອນນີ້ປະມານ 11 ລ້ານປີ.
ວັດຮາງ ແມ່ນກິດຈະກຳປະຕິມາກຳທີ່ຍອດຍິ່ງຊຶ່ງທຳມະຊາດໄດ້ດົນບັນດານໃຫ້ແກ່ມະນຸດຢູ່ດິນແດນແຫ່ງນີ້.
ດ້ານໜ້າຂອງວັດຮ່າງ ມີຮູບປັ້ນເຈົ້າແມ່ກວນອີມ ມຸ່ງໜ້າສູ່ທະເລ
ທາງໃນຂອງວັດຮາງ
ຫົວຜັກທຽມຢູ່ ຫຼີເຊີນ ຍັງຖືກເອີ້ນວ່າ : ຫົວຜັກທຽມ “ໂກເດີນ” ແມ່ນສິນພິເສດຢູ່ເກາະ ຫຼີເຊີນ, ມີຄຸນຄ່າຫຼາຍທົບ 10 ເທົ່າເມື່ອທຽບໃສ່ຫົວຜັກທຽມຊະນິດທຳມະດາ ຍ້ອນຖືກປູກຢູ່ດິນແດງ ບາຊານ ແລະ ຊາຍຂາວ.
ເນື້ອທີ່ປູກຜັກຫອມບົວ ແລະ ຜັກທຽມຂອງຊາວ ຫຼີເຊີນ
ບັນດາເນື້ອທີ່ປູກຜັກຫອມບົວ ແລະ ຜັກທຽມຢູ່ຕີນພູເຂົາໄຟທີ່ເກົ່າແກ່
ຕະຫຼາດກາງຄືນຢູ່ຫຼີເຊີນ ຂາຍອາຫານທະເລສົດ ດ້ວຍລາຄາຖືກ ຍາມໃດກໍດຶງດູດໃຈແຂກທ່ອງທ່ຽວ.
ມີເຮືອທ່ອງທ່ຽວຖືກຕໍ່ໃໝ່ຫຼາຍລຳ, ປະກອບດ້ວຍເຄື່ອງໃຊ້ທັນສະໄໝ ເພື່ອຮັບໃຊ້ຕາມຄວາມຕ້ອງການຂອງແຂກທ່ອງທ່ຽວ, ທັງເປັນການຫຼຸດຜ່ອນເວລາໄປມາຈາກດິນຕໍ່ແຜ່ນຫາເກາະຫຼີເຊີນ.

ຫຼີເຊີນ-ສະຖານທີ່ທ່ອງທ່ຽວທີ່ຈັບໃຈຍາມລະດູຮ້ອນ

(VOVWORLD) -ຫຼີເຊີນແມ່ນເກາະແຫ່ງໜຶ່ງໄດ້ເປັນຮູບເປັນຮ່າງຂຶ້ນຈາກໄລຍະເຄື່ອນໄຫວຂອງພູເຂົາໄຟ ແລະ ການເປັນຮູບເປັນຮ່າງຂອງຫາດຊາຍທະເລ, ຫີນປະກາລັງກ່ອນນີ້ນັບລ້ານປີ. ເກາະຫຼີເຊີນໃນວັນນີ້ ຫ່າງຈາກດິນຕໍ່ແຜ່ນປະມານ 25 ກມ ໄປທາງທິດຕາເວັນອອກສ່ຽງເໜືອ ແລະ ແມ່ນເມືອງເກາະພຽງເມືອງດຽວຂອງແຂວງກວາງງ້າຍ.