Media /
ຄືເປັນປະເພນີແລ້ວ, ໃນສອງສາມປີມໍ່ໆມານີ້, ລາຍການ “ຕ້ອນຮັບບຸນເຕັດຫວຽດນາມ” ຂອງກຸ່ມສາລາບ້ານ ຫວຽດນາມ ແມ່ນເຫດການວັດທະນະທຳເພື່ອແນໃສ່ວາດພາບເຖິງຄວາມງາມທີ່ເປັນປະເພນີຂອງບຸນເຕັດ ຫວຽດນາມ.
ລາຍການລວມມີບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ເຂັ້ມຂົ້ນດ້ວຍສີສັນທີ່ເປັນມູນເຊື້ອ ແຕ່ໃນຊີວິດຍຸກທັນສະໄໝກໍ່ໄດ້ຖືກສູນຫາຍໄປສ່ວນໃດສ່ວນໜຶ່ງເຊັ່ນ: ການຕັ້ງໄມ້ໄຜ່, ການຫໍ່ເຂົ້າຕົ້ມ, ໄປຢາມຕະຫຼາດເຂດບ້ານນາ… ອັນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຮ່ວມຢ່າງຫຼວງຫຼາຍ.
ລາຍການໄດ້ຖືກຈັດຂຶ້ນຕາມບັນດາຂັ້ນຕອນໃນບຸນເຕັດ ຫວຽດນາມ ເຊິ່ງລວມມີຂັ້ນຕອນຈັດພິທີ ແລະ ຂັ້ນຕອນຈັດງານບຸນ ເຊິ່ງຖືກດຳເນີນໃນບໍລິເວນສາລາບ້ານ ເລະເມິດ.
ຂັ້ນຕອນຈັດພິທີຖືກດຳເນີນດ້ວຍພິທີໄຫວ້ບູຊາພະອໍລະຫັນຜູ້ກໍ່ຕັ້ງໝູ່ບ້ານ, ບັນພະບູລຸດ, ໄຫວ້ບູຊາເຈົ້າເຕົາ.
ພາຍຫຼັງພິທີໄຫວ້ບູຊາເຈົ້າເຕົ່າແລ້ວ, ກໍ່ແມ່ນການປ່ອຍປາໃນລົງນ້ຳ. ຕາມຄວາມສຳນຶກຂອງຊາວ ຫວຽດນາມ, ປາໃນຈະສົ່ງເຈົ້າເຕົາກັບຄືນສູ່ສະຫວັນ ເພື່ອລາຍງານກ່ຽວກັບວຽກງານໃນໂລກມະນຸດ ໃນປີທີ່ຜ່ານມາ.
ຕາມປະເພນີແລ້ວ, ພາຍຫຼັງປ່ອຍປາໃນລົງນ້ຳ ສົ່ງເຈົ້າເຕົາຂຶ້ນສູ່ສະຫວັນແລ້ວ, ແມ່ນຮອດພິທີຕັ້ງໄມ້ໄຜ່ດ້ວຍຄວາມໝາຍ ແມ່ນເພື່ອຂັບໄລ່ຜີສາງນາງໄມ້, ກະກຽມຕ້ອນຮັບປີໃໝ່ດ້ວຍຄວາມຢູ່ເຢັນເປັນສຸກ.
ໄມ້ໄຜ່ຖືກຕັ້ງຂຶ້ນດ້ວຍເຄື່ອງຂອງຫຼາຍຢ່າງຖືກແຂວນນຳເຊັ່ນ: ໂຄມໄຟ, ແຜ່ນແພສີແດງ… ຊຶ່ງ ມີຄວາມໝາຍ ເພື່ອພາວະນາໃຫ້ມີຄວາມອິ່ມໜຳສຳລານ ແລະ ສົມບູນພູນສຸກ. ຢູ່ເຢັນເປັນສຸກ.
ບັນດາສະມາຊິກໃນຄະນະຈັດຕັ້ງພວມແນະນຳກ່ຽວກັບຄວາມໝາຍຂອງເຄື່ອງຂອງແຕ່ລະຢ່າງຖືກແຂວນໃສ່ໄມ້ໄຜ່.
ໂດຍແມ່ນໜຶ່ງໃນບັນດາພິທີສຳຄັນຂອງວັນບຸນເຕັດ, ພິທີຕັ້ງໄມ້ໄຜ່ໄດ້ດຶງດູດຄວາມສົນໃຈຈາກປະຊາຊົນ ຢ່າງຫຼວງຫຼາຍ.
ຕາມຄວາມສຳນຶກຂອງຊາວ ຫວຽດນາມແລ້ວ, ພາຍຫຼັງຕັ້ງໄມ້ໄຜ່ເປັນທີ່ຮຽບຮ້ອຍແລ້ວ, ຢູ່ກົກຂອງໄມ້ໄຜ່ກໍຈະແຕ້ມຮູບທະນູ ເຊິ່ງປາຍຂອງລູກທະນູແມ່ນມຸ່ງໄປສູ່ປະຕູ ເພື່ອຂັບໄລ່ຜີສາງນາງໄມ້.
ຢູ່ບໍລິເວນໄມ້ໄຜ່ທີ່ຖືກຕັ້ງຮຽບຮ້ອຍແລ້ວ, ຂັ້ນຕອນຈັດງານບຸນຂອງບຸນເຕັດ ໄດ້ຖືກເລີ່ມຂຶ້ນຢ່າງເປັນທາງການ.
ໃນຈຸດເວລານີ້ ບັນດາຜູ້ເຖົ້າຜູ້ແກ່ໃນໝູ່ບ້ານໄດ້ຍົກຈອກອວຍພອນກັນ ແລະ ຊົມເຊີຍພິທີໄດ້ດຳເນີນໄປຢ່າງສະດວກ ເຊິ່ງເປັນການບອກເຕືອນປີໃໝ່ຈະມີຄວາມຢູ່ເຢັນເປັນສຸກ.
ຂັ້ນຕອນຈັດງານບຸນໄດ້ຖືກຈັດຂຶ້ນ ດ້ວຍບັນດາລາຍການສະແດງສິນລະປະວັນນະຄະດີທີ່ເປັນເອກະລັກເຊັ່ນ ການສະແດງຂັບກາຈູ, ລະຄອນແຈວ, ຂັບຊວານຟູເຖາະ…
ພໍ່ຕູ້ ຮ່ວາງງອກເຢົ້າ ອາຍຸ 90 ປີ, ຊາວບ້ານເລະເມິດ ສວມບົດເປັນນາຍພົນໃນສະໄໝລາດຊະວົງຫຼີ ໃນບົດລະຄອນແຈວທີ່ສະແດງໃນງານບຸນໝູ່ບ້ານ.
ພ້ອມກັບບັນຫາລາຍສະແດງສິລະປະວັນນະຄະດີ ກໍ່ແມ່ນບັນດາການເຄື່ອນໄຫວເຄີຍມີຂຶ້ນໃນບຸນເຕັດ ຫວຽດນາມ ຄື ປະເພນີຂໍຕົວໜັງສືຍາມຕົ້ນລະດູບານໃໝ່, ຕະຫຼາດບຸນເຕັດ…
ນີ້ກໍ່ແມ່ນໂອກາດເພື່ອແນະນຳໃຫ້ໄວໜຸ່ມລຸ່ນຕ່າງໆ ກ່ຽວກັບພາບພື້ນເມືອງປະເພດຕ່າງໆ. ື ປະເພນີຂໍຕົວໜັງສືຍາມຕົ້ນລະດູບານໃໝ່, ຕະຫຼາດບຸນເຕັດ…
ແຈໜຶ່ງຢູ່ຕະຫຼາດເຂດບ້ານນາ ດ້ວຍອາຫານພິເສດຫຼາຍເຍື່ອງໃນເຂດບ້ານນາເຊັ່ນ: ເຂົ້າໜົມຈືນ, ບັ໋ນດຸກ, ບັ໋ນເນັບ…
ສິລະປິນໄວເດັກສະແດງຂັບຊວານ ໄດ້ຮັບການສະເໜີສະແດງຈາກຜູ້ຊົມຢູ່ເດີ່ນສາລາ.
ແຂກທ່ອງທ່ຽວສາກົນຖ່າຍຮູບເປັນທີ່ລະນຶກຮ່ວມກັບ ພໍ່ຕູ້ ຮ່ວາງງອກເຢົ້າ ນັກສິລະປິນຂັບແຈວ
ຢູ່ເດີ່ນສາລາບ້ານ, ພວກເດັກ ແລະ ແຂກທ່ອງທ່ຽວໄດ້ເຂົ້າຮ່ວມການຫໍ່ເຂົ້າຕົ້ມ.
ໃນຊຸດອາພອນເສື້ອຍາວທີ່ເປັນປະເພນີ, ອ້າຍ ເອຣິກ ມາຈາກອາເມລິກາພວມລົງເຮັດຕົວຈິງ ດ້ວຍການຫໍ່ເຂົ້າຕົ້ມ.
ຍາມຄ່ຳລົງເມື່ອໝໍ້ເຂົ້າຕົ້ມຄ້າງເຕົາໄຟທີ່ພວມລຸກໄໝ້, ບັນດາຜູ້ເຂົ້າຮ່ວມກໍ່ພ້ອມກັນນັ່ງອ້ອມເຕົາໄຟ ເພື່ອປີ້ງສາລີ, ປີ້ງມັນຕົ້ນ, ລໍ່ຖ້າເຂົ້າຕົ້ມສຸກ.
ບາງຄອບຄົວຍັງຕັ້ງຕູບເພື່ອນັ່ງລໍຖ້າເຂົ້າຕົ້ມສຸກໃນຕະຫຼອດຄືນ.
ຢູ່ເດີ່ນສາລາບ້ານ, ບັນດານັກສິລະປິນພ້ອມກັບຜູ້ຊົມໄດ້ຂັບກາບກອນ, ຂັບສຳ… ແນະນຳບັນດາຈຸດຄວາມງາມໃນບຸນເຕັດທີ່ເປັນປະເພນີຂອງຊາດ ຫວຽດນາມ ໃຫ້ແກ່ແຂກທ່ອງທ່ຽວຮັບຊາບ.
ດ້ວຍຈຸດປະສົງອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຈຸດຄວາມງາມທາງດ້ານວັດທະນະທຳຂອງບຸນເຕັດ ຫວຽດນາມ. ລາຍການ “ຕ້ອນຮັບບຸນເຕັດ ຫວຽດນາມ ປີ 2019” ໄດ້ຊ່ວຍແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດສາມາດເຂົ້າໃຈ ແລະ ຖະຫນຸຖະໜອມຄຸນຄ່າມໍລະດົກຂອງປູ່ຍ່າຕາຍາຍປະໄວ້ໃຫ້, ຈາກນັ້ນມີສະຕິອະນຸລັກຮັກສາ ແລະ ເສີມຂະຫຍາຍບັນຄຸນຄ່າທີ່ປະເສີດ ຂອງບຸນເຕັດ ຫວຽດນາມ ແລະ ມູນເຊື້ອອັນດີງາມຂອງຊາດ.

ຮັກສາຄວາມງາມທີ່ເປັນປະເພນີຂອງບຸນເຕັດຫວຽດນາມ

(VOVWORLD) -ດ້ວຍຈຸດປະສົງຮັກສາຈຸດຄວາມງາມທີ່ເປັນປະເພນີຂອງບຸນເຕັດ ຫວຽດນາມ, ສະໂມສອນສາລາບ້ານ ຫວຽດນາມ ແລະ ສະມາຄົມຊາວໜຸ່ມຕາແສງ ຫວຽດຮຶງ ໄດ້ສົມທົບກັນຈັດຕັ້ງລາຍການ “ຕ້ອນຮັບບຸນເຕັດ ຫວຽດນາມ 2019” ຢູ່ສາລາບ້ານ ເລະເມິດ ທີ່ເມືອງ ລອງບຽນ ຮ່າໂນ້ຍ. ລາຍການໄດ້ວາດພາບເຖິງຄວາມງາມໃນບຸນເຕັດ ຫວຽດນາມ ຄື ປະເພນີໄຫວ້ບູຊາເຈົ້າເຕົ່າ, ການປ່ອຍປາໃນລົງນ້ຳ, ການຕັ້ງໄມ້ໄຜ່ໃນວັນບຸນເຕັດ, ການຫໍ່ເຂົ້າຕົ້ມ…