Media /
ວັດໂບດາຖືກຕັ້ງຢູ່ຕີນພູໂບດາ ຂຶ້ນກັບຕາແສງຕຽນເຊີນ, ເມືອງ ຫວຽດອຽນ, ແຂວງບັກຢາງ ແມ່ນສູນສາສະໜາພຸດໃຫຍ່ຂອງແຂວງບັກຢາງ.
ປະຈຸບັນໃນວັດໂບດາ ຍັງເກັບຮັກສາ ໄມ້ແມ່ພິມ 1953 ແຜ່ນ ໂດຍບັນດາພະອາຈານມະຫາ ນິກາຍ ເລີມເຕ້ ຄວັດເຈາະ ກ່ອນນີ້ 300 ປີ ຄືໃນສະໄໝເຈົ້າຊີວິດ ເລແກງຮຶງ (1740-1786) ແລະ ໄລຍະຕໍ່ໆໄປ
ແມ່ພິມທັງໝົດຖືກເຮັດດ້ວຍໄມ້ຈັນ ທັງໜຽວ ທັງແໜ້ນ ສາມາດໃຊ້ໄດ້ປະມານ 1200 ປີ.
ຕາມບັນດາເອກະສານປະຫວັດສາດແລ້ວ, ຄົນລຸ່ນກ່ອນໄດ້ຄວັດເຈາະແມ່ພິມຄຳພີ 84 ຊຸດ
ປະຈຸບັນ ຢູ່ແຫ່ງນີ້ຍັງເກັບຮັກສາຄຳພີ 36 ຊຸດ ພ້ອມກັບເວດມົນຄາຖາ ແລະ ເທດສະໜາຈຳນວນໜຶ່ງຂອງສາສະໜາພຸດ.
ຜ່ານໄລຍະເກືອບ 300 ປີ, ບັນດາລວດລາຍ, ໜັງສື ເບຼວໃນແມ່ພິມເຮັດດ້ວຍໄມ້ຈັນ ຍັງຖືກຮັກສາໄວ້ເໝືອນເດີມ.
ແມ່ພິມແຕ່ລະແຜ່ນ ໄດ້ຮັບຖືວ່າ ແມ່ນຜະລິດຕະພັນສິລະປະປະຕິມາກຳທີ່ໂດດເດັ່ນ.
ສິ່ງພິມແຕ່ລະແຜ່ນ ກໍໄດ້ຮັບຖືວ່າ ແມ່ນພາບຈິດຕະກຳທີ່ໂດດເດັ່ນ.
ປີ 2017, ສະຫະພັນສະຖີຕິໂລກ ໄດ້ຢັ້ງຢືນ ແມ່ພິມຄຳພີສາໜາພຸດຂອງ ວັດໂບດາ ແມ່ນ ແມ່ພິມຄຳພີສາໜາພຸດຖືກເຮັດດ້ວຍໄມ້ຈັນທີ່ເກົ່າແກ່ທີ່ສຸດໃນໂລກ.

ຮັບຊົມແມ່ພິມຄຳພີດ້ວຍໄມ້ຈັນທີ່ເກົ່າແກ່ຢູ່ວັດໂບດາ

(VOVWORLD) -ວັນທີ 31 ມີນາທີ່ຜ່ານມາ, ຄະນະກຳມະການປະຊາຊົນເມືອງ ຫວຽດອຽນ, ແຂວງບັກຢາງ ໄດ້ຈັດພິທີຕ້ອນຮັບຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການຮັບຮອງໄມ້ແມ່ພິມຢູ່ວັດໂບດາ ແມ່ນສົມບັດອັນລ້ຳຄ່າຂອງຊາດ.

Tra Xanh