media
Photos
Videos
ຂ່າວເດັ່ນ
ລາຍການ ຫວຽດນາມ - ລາວ, ລາວ - ຫວຽດນາມ
ຊາຍຄາອາຊຽນ
70 ປີໄຊຊະນະ ດ້ຽນບຽນຝູ
ເສດຖະກິດ
ເລື່ອງລາວເຂດບ້ານນາ
ລາຍການທັງໝົດ
ວັດທະນະທໍາ
ຄົ້ນຫາຫວຽດນາມ
ປະເທດຊາດ ແລະ ຊາວຫວຽດນາມ
ສີສັນ54ຊົນເຜົ່າຫວຽດນາມ
Media
/
ນີ້ແມ່ນການເຄື່ອນໄຫວໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວສົມທົບກັບຄະນະກຳມະການປະຊາຊົນແຂວງວີ້ງຟຸກຈັດຂຶ້ນ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳພື້ນເມືອງທີ່ເປັນເອກະລັກຂອງບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອໃນພື້ນຖານວັດທະນະທຳທີ່ເປັນເອກະພາບ ມີຫຼາຍຮູບຫຼາຍສີຂອງວົງຄະນະຍາດ 54 ຊົນເຜົ່າຫວຽດນາມ.
ເຂົ້າຮ່ວມພິທີໄຂມີທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ທ່ານນາງ ດັ້ງທິຫງອກທີ້ງ ຮອງປະທານປະເທດ, ທ່ານພົນເອກ ໂດ້ບ້າຕິ ຮອງປະທານສະພາແຫ່ງຊາດ, ທ່ານ ຫງວຽນຫງອກຖ້ຽນ ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານ Michael Croft ຫົວໜ້າຜູ້ຕາງໜ້າຫ້ອງການ UNESCO ພ້ອມກັບການນຳທຸ້ອງຖິ່ນ, ຜູ້ຕາງໜ້າກະຊວງ,ຂະແໜງການຕ່າງໆ.
M ທ່ານ ຫງວຽນຫງອກຖ້ຽນ ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຂຶ້ນກ່າວຄຳເຫັນທີ່ພິທີໄຂ.
ຜູ້ຕາງໜ້າ 4 ແຂວງ ແລະ ນະຄອນຄື : ຮ່າໂນ້ຍ, ລ່າວກາຍ, ບັກນິງ ແລະ ວີ້ງຟຸກ ຕ້ອນຮັບໃບຢັ້ງຢືນຮັບຮອງພິທີກຳ ແລະ ການຫຼິ້ນກິລາດຶງເຊືອກ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດຈາກອົງການ UNESCO.
ບັນດານັກສິລະປີນ, ນັກສະແດງເຂົ້າຮ່ວມການຫຼິ້ນກິລາດຶງເຊືອກ.
ວັນບຸນໂດຍມີການເຂົ້າຮ່ວມຂອງນັກສິລະປະການ, ນັກສິລະປີນ, ນັກສະແດງ, ນັກເສບດົນຕີ, ນັກກິລາມະຫາຊົນບັນດາເຜົ່າ ຈຳນວນກວ່າ ພັນຄົນທີ່ມາຈາກ 10 ແຂວງເຂດທາງທິດຕາເວັນອອກສ່ຽງເໜືອຫວຽດນາມ.
ການສະແດງເສບເຄື່ອງດົນຕີພື້ນເມືອງ
ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອຄັ້ງທີ 10 ປີ 2018 ດ້ວຍຫົວເລື່ອງ “ອະນຸລັກ,. ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອໃນໄລຍະປ່ຽນແປງໃໝ່-ເຊື່ອມໂຍງ ແລະ ພັດທະນາປະເທດຊາດແບບຍືນຍົງ” ຖືກດຳເນີນແຕ່ວັນທີ 2 ຫາວັນທີ 4 ພະຈິກ ຢູ່ນະຄອນວີ້ງອຽນ ແຂວງວີ້ງຟຸກ.
ບັນດານັກສິລະປີນ, ນັກສະແດງທີ່ມາຈາກແຂວງຮ່າຢາງ.
ຮູບພາບເສົາທຸງ ລຸ້ງກູ້-ດິນແດນຕອນເໜືອສຸດຂອງປະເທດຊາດ.
ການວາດພາບເຖິງພວກອ້າຍເອື້ອຍພວມຖືກຸບຕາມປະເພນີ.
ບັນຍາກາດງານບຸນ ເຂດພູສູງ.
ລາຍການສະແດງດ້ວຍລະບົບແສງໄຟທີ່ເປັນເອກະລັກ.
ວັນບຸນແມ່ນໂອກາດເພື່ອໃຫ້ນັກສິລະປະການ, ນັກສິລະປີນ, ນັກສະແດງ, ນັກເສບດົນຕີ, ນັກກິລາມະຫາຊົນໄດ້ພົບປະແລກປ່ຽນ, ຍົກສູງລະດັບຄວາມຮັບຮູ້ໃນການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນປະເພນີຂອງບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອ.
ຮູບພາບກ່ຽວກັບພິທີໄຂວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອ
03-11-2018 13:16
(VOVWORLD) -ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນອອກສ່ຽງເໜືອຄັ້ງທີ 10 ຖືກໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 2 ພະຈິກຢູ່ນະຄອນວີ້ງອຽນ, ແຂວງ ວີ້ງຟຸກ.
ຂ່າວ/ບົດອື່ນ
ຄົ້ນຫາ ຊາຮວິ່ງ - ສະຖານທີ່ມີຫາດຊາຍທະເລສວຍງາມທີ່ສຸດຢູ່ ກວ໋າງຫງາຍ
ຮັບຊົມດອກໄມ້ທີ່ເປັນເອກະລັກພິເສດປົກຄຸມໄປດ້ວຍສີເຫຼືອງຢູ່ມູມໜຶ່ງແຫຼມເກາະ ເຊີນຈ່າ
ໄກ່ອ່ອມໝໍ້ດິນ ເຍື່ອງອາຫານທີ່ຫອມແຊບຂອງເຂດ ໄຕບັກ
ບັນດາໝູ່ບ້ານງາມດັ່ງໃນເລື່ອງນິທານຢູ່ທີ່ແຂວງ ຮ່າຢາງ
ໂສມໜ້າໃໝ່ຂອງ ນະຄອນ ດ້ຽນບຽນຝູ ພາຍຫຼັງ 70 ປີແຫ່ງການປົດປ່ອຍ