Media /
ໂດຍໄດ້ກາຍເປັນປະເພນີ ແລະ ກົດລະບຽບຂອງໝູ່ບ້ານນົມ, ງານບຸນຖືກຈັດຂຶ້ນໃນສາມວັນ. ວັນບຸນຫຼັກຖືກຈັດຂຶ້ນໃນວັນທີ 12 ເດີນຈຽງໄລ່ຕາມຈັນທະປະຕິທິນ. ນີ້ແມ່ນ ງານບຸນເພື່ອແນໃສ່ອາໄລຫາ ອໍລະຫັນ ຕາມຢາງ, ຜູ້ກໍ່ຕັ້ງໝູ່ບ້ານ ຊຶ່ງແມ່ນນາຍພົນທີ່ເກັ່ງກ້າສາມາດ ໃນສະໄຫມສອງພະນາງຈຶງ.
ງານບຸນບ້ານນົມລວມມີ ພິທີແຫ່ນ້ຳຈາກວັດໄປຍັງສາລາ ຕາມຢາງ, ພິທີແຫ່ພະອໍລະຫັນໄປວັດ,ພິທີເຊີດ ມັງກອນ,ເຊີດສິງໂຕ.
ເຂົ້າຮ່ວມພິທີແຫ່ ກໍມີບັນດາຜູ້ອາຍຸສູງໃນໝູ່ບ້ານ, ຄະນະດົນຕີ, ຂັບກວານເຫາະ….
ບັນດາສະມາຊິກໃນກອງເຊີດສິງໂຕໃຕ້ທູບທຽນບູຊາຢູ່ວັດນົມ
ພາຍຫຼັງພິທີແຫ່, ກອງອະນຸຊົນນຸ່ງຊຸດທະຫານ ຈະເຂົ້າຮ່ວມການ ຟ້ອນໄມ້ຄ້ອນເທົ້າຕີສິງໂຕໃນບໍລິເວນວັດນົມ.
ນີ້ແມ່ນພິທີມີລັກສະນະເປັນສັນຍະລັກ ໃຫ້ແກ່ການລົບລ້າງ ສິ່ງທີ່ຊົ່ວຮ້າຍ ໃນຍາມຕົ້ນປີໃໝ່ ເພື່ອພາວະນາໃຫ້ໃນປີໃໝ່ມີຄວາມ ສະຫງົບສຸກແລະອິ່ມໜຳສຳລານ.
ລາຍການສະແດງສີລະປະ ໂດຍບັນດາເພື່ອນໜຸ່ມແລະ ແຂກທ່ອງທ່ຽວເຂົ້າຮ່ວມ
ພາຍຫຼັງຂັ້ນຕອນຈັດພິທີ ແມ່ນຂັ້ນຕອນງານບຸນ ຊຶ່ງລວມມີພີທີ ອວຍພອນຜູ້ອາຍຸຍືນ,ພິທີໄຫວ້ບູຊາຍາມຕົ້ນລະດູບານໃໝ່ຢູ່ຕາມຫໍບູຊາວົງຕະກຸນ.
ບັນດາຜູ້ອາຍຸສູງຖະຫວາຍທູບທຽນບູຊາຢູ່ສາລາຂອງໝູ່ບ້ານ.
ບັນດານັກທ່ອງທ່ຽວພາວະນາໃຫ້ມີຄວາມຢູ່ເຢັນເປັນສຸກ ເມື່ອກ້າວເຂົ້າ ສູ່ປີໃໝ່.
ເຂົ້າຮ່ວມງານບຸນໝູ່ບ້ານນົມ ຍາມຕົ້ນລະດູບານໃໝ່, ຄວາມເກົ່າແກ່ ແລະ ບັນຍາກາດສະຫງົບສຸກໄດ້ເຮັດໃຫ້ແຂກທ່ອງທ່ຽວ ຮູ້ສຶກສະຫວາດ ສະເຫວີຍ.
ແຂກທ່ອງທ່ຽວຈະໄດ້ຟັງສີລະປະຂັບກວານເຫາະ ທີ່ເປັນເອກະລັກ ຂອງເຂດບ້ານນາພາກເໜືອ.
ພາເຂົ້າຍາມຕົ້ນລະດູບານໃໝ່ທີ່ອົບອຸ່ນ ຂອງບັນດາຜູ້ຢູ່ຫ່າງໄກ ຈາກບ້ານເກີດເມືອງນອນ.
ໃນການດຳລົງຊີວິດທີ່ຟ້າວຟັ່ງຂອງຍຸກປະຈຸບັນ, ການເຂົ້າຮ່ວມ ງານບຸນບ້ານນົມຍາມຕົ້ນລະດູບານໃໝ່ເພື່ອຮັບຊົມຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອຢູ່ແຫ່ງນີ້ ໄດ້ເຮັດໃຫ້ຜູ້ຄົນທັງຫຼາຍ ເພີ່ມ ຄວາມຮັກດິນແດນ ແຫ່ງບ້ານເກີດເມືອງນອນຂອງຊາວຫວຽດນາມ.

ເຂົ້າຮ່ວມງານບຸນບ້ານນົມຍາມຕົ້ນລະດູບານໃໝ່

(VOVWORLD) -ເມື່ອລະດູບານໃໝ່ວຽນມາໃນແຕ່ລະປີ, ບ້ານນົມ ໃນຕາແສງດ້າຍດົງ, ເມືອງວັນເລີມ, ແຂວງຮຶງອຽນ ໄດ້ຈະຕັ້ງງານບຸນໝູ່ບ້ານ ອັນໄດ້ດຶງດູດ ແຂກທ່ອງທ່ຽວ ມາຮ່ວມຢ່າງຫຼວງຫຼາຍ