Media /
ເສັ້ນທາງໄປເຂົ້າ ຫງູ໋ໂຮ່
ເສັ້ນທາງນີ້ມີຄວາມຍາວ 2 ກິໂລແມັດ ໄປຜ່ານບັນດາທາງຊອຍ, ຫ້ວຍ ດ້ວຍທິວທັດທຳມະຊາດທີ່ສ້າງຄວາມງາມດັ່ງໃນຝັນ
ຫງູ໋ໂຮ່ ລວມມີ ຫນອງນ້ຳ 5 ແຫ່ງ ແມ່ນມີຂຶ້ນຈາກບັນດາຫ້ວຍນ້ຳນອ້ຍ
ໃນລະດູໃບໄມ້ຫລົ່ນ ນ້ຳຢູ່ຫ້ວຍບົກແຫ້ງ
ເສັ້ນທາງຜ່ານ ຫງູ໋ໂຮ່ ມີບາງເປັນສູງຊັນ
ພະພຸດທະຮູບໃນເສັ້ນທາງໄປ
ຕອນຫນຶ່ງໃນເສັ້ນທາງເຂົ້າປ່າເຮັດໃຫ້ນັກທ່ອງທ່ຽວມີຄວາມຈັບອົກຈັບໃຈຫລາຍ
ດອກ Camellia
ນ້ຳຕົກຕາດ ໂດ໋ກວຽນ ມີຄວາມສູງ ປະມານ 300 ແມັດ
ນ້ຳຕົກຕາດນີ້ແມ່ນເອົາຊື່ຂອງດອກໄມ້ຊະນິດຫນຶ່ງ ຊື່ງໃນລະດູບານໃຫມ່ຢູ່ແຫ່ງນີ້ ດອກໄມ້ໄດ້ເບັ່ງບານ ສ້າງເປັນຮູບພາບທີ່ຈັບອົກຈັບໃຈ

ເສັ້ນທາງທ່ອງທ່ຽວພະຈົນໄພ ຫງູ໋ໂຮ່ ແລະ ນ້ຳຕົກຕາດ ໂດ໋ກວຽນ

(VOVWORLD) -ຖ້າຫາກທ່ານແມ່ນຜູ້ມີຄວາມຮັກຕໍ່ທຳມະຊາດ, ຢາກຄົ້ນຫາພູຜາປ່າໄມ້, ແມ່ນ້ຳລຳເຊ, ນ້ຳຕົກຕາດ … ແຕ່ຍັງບໍ່ທັນໄປຢ້ຽມຢາມ ປ່າສະຫງວນແຫ່ງຊາດ ແບກໝ໋າ ແຂວງ ເທື່ອທຽນເຫ້ວ ເພື່ອໄປທ່ຽວບົນເສັ້ນທາງພະຈົນໄພຜ່ານ ຫງູ໋ໂຮ່ ເຖິງນ້ຳຕົກຕາດ ໂດ໋ກວຽນ ນັ້ນຈະເປັນຫນ້າເສຍດາຍແທ້.

Mỹ Trà