Media /
ເທດສະບານເມືອງຊາປາ ງົດງາມແບບລຶກລັບມະຫັດສະຈັນ
ກຸ່ມເມກພວມເລື່ອນລອຍຢູ່ຕາມຮອມພູ, ກີ່ວ ໂອກຸຍໂຮ່, ຊາປາ
ຢູ່ເຄິ່ງໄລຍະທາງກີ່ວ, ພວກເພື່ອນຍັງສາມາດຮັບຊົມທະເລເມກທີ່ງົດງາມແບບລຶກລັບມະຫັດສະຈັນ(ກີ່ວ ໂອກຸຍໂຮ່, ຊາປາ)
ທະເລເມກປຽບເໝືອນແດນສະຫວັນດຶງດູດແຂກທ່ອງທ່ຽວຊົມຊອບຖ່າຍຮູບ (ຫງາຍເທົ່າ - ບາດຊັດ - ລາວກາຍ)
ກຸ່ມເມກເພວມເລື່ອນລອຍ, ປົກຄຸມໄປທົ່ວໝູ່ບ້ານ ( ອີຕີ້ - ບາດຊັດ - ລາວກາຍ)
ມື້ໃໝ່ກັບເມກເຝື້ອ (ຫງາຍເທົ່າ - ບາດຊັດ - ລາວກາຍ)
ແຕ່ລະມື້, ເດັກນ້ອຍໃນບ້ານເຜົ່າມົ້ງມັກລະຫຼິ້ນຊົມເມກເຝື້ອ (ຫງາຍເທົ່າ - ບາດຊັດ - ລາວກາຍ)
ປູດາວ - ນ້ຳຍຸນ - ລາຍເຈົາ
ລຳແມ່ນ້ຳຍຸນຂຽວເຢັນ (ນ້ຳຍຸນ - ລາຍເຈົາ)
ທະເລເມກຍາມແລງ (ບ້ານໂມ - ຊີນໂຮ່ - ລາຍເຈົາ)
ບ້ານໂມ - ຊີນໂຮ່ - ລາຍເຈົາ
ນາງສາວພວມເຊື່ອມຕົວເຂົ້າກັບທຳມະຊາດດ້ວຍຄວາມໃຝ່ຝັນຢ່າງແຮງກ້າ (ບ້ານໂມ - ຊີນໂຮ່ - ລາຍເຈົາ)
ຕາຕົງ - ເມືອງແຕ - ລາຍເຈົາ
ແມ່ນ້ຳດາພ້ອມກັບເມກເຝື້ອ (ເມືອງແຕ - ລາຍເຈົາ)

ໄຕບັກຍາມເມກເຝື້ອ - ແດນສະຫວັນໃນໂລກມະນຸດ

(vovworld) - ຖ້າຫາກໄດ້ເຫັນປະຈັກຕາທະເລເມກພວມເລື່ອນລອຍບົນເສັ້ນທາງຕໍ່ໜ້າ, ພວກເພື່ອນຈະຮູ້ສຶກຕົນພວມຫຼົງໄຫຼຢູ່ໃນແດນສະຫວັນ. ຄວາມໃຫຍ່ໂຕມະໂຫຖານ, ທິວທັດລຶກລັບມະຫັດສະຈັນເປັນໜ້າຈັບໃຈໃນທ່າມກາງຄວາມຮົກເຮື້ອ, ໄດ້ສ້າງຄວາມງາມເປັນເອກະລັກສະເພາະໃຫ້ແກ່ເຂດພູຜາປ່າໄມ້. ບໍ່ຕ້ອງຜ່ານຜ່າຄວາມລຳບາກເພື່ອປີນເຖິງຈອມພູສູງຊັນ 2-3 ພັນແມດ, ເພື່ອນ ຍັງມີໂອກາດມີຊີວິດໃນທ່າມກາງທະເລເມກທີ່ບັນດາເຂດພູສູງ: ຕາຊົ່ວ (ບັກອຽນ - ເຊີນລາ); ຊາປາ (ລາວກາຍ); ງ່າຍເທົ່າ, ອີຕີ້ ( ບາດຊັດ - ລາວກາຍ); ຊີ່ນໂຮ່(ລາຍເຈົາ); ຕາຕົງ( ເມືອງແຕ - ລາຍເຈົາ )… ການປະສານກົມກືນລະຫວ່າງຄວາມງາມຂອງທຳມະຊາດກັບວິຖີຊີວິດ, ຮີດຄອງປະເພນີຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຈະໄດ້ສ້າງຄວາມປະທັບໃຈທີ່ຍາກຈະລືມໄດ້, ອັນພາໃຫ້ແຂກທ່ອງທ່ຽວບໍ່ວ່າຄົນໃດ ກໍຫວັງຢາກກັບຄືນສູ່ເຂດໄຕບັກອີກຫຼາຍຄັ້ງເພື່ອມີຊີວິດຢູ່ແດນສະຫວັນໃນໂລກມະນຸດ.

     ບາງຮູບພາບກ່ຽວກັບຄວາມງາມຂອງທະເລເມກປຽບເໝືອນແດນສະຫວັນໃນເທບນິຍາຍ.

Ngô Thanh Hải