Media /
ຢູ່ທີ່ນີ້ ບໍ່ພຽງແຕ່ວາງສະແດງເຄື່ອງອຸປະກອນຮັບໃຊ້ກະສິກຳເທົ່ານັ້ນ ຫາກຍັງແນະນຳຊີວິດດ້ານວັດທະນະທຳຂອງປະຊາຊົນເຂດ ແທງຕວານ ອີກດ້ວຍ
ມີນັກທ່ອງທ່ຽວຫລາຍຄົນແປກປະຫລາດໃຈເມື່ອເປັນຄັ້ງທຳອິດໄດ້ຊົມບັນດາເຄື່ອງອຸປະກອນຮັບໃຊ້ກະສິກຳ, ຮູບພາບການດຳເນີນຊີວິດຂອງຊາວກະສິກອນຫວຽດນາມໃນເມື່ອກ່ອນ
ມາຢ້ຽມຢາມຫໍພິພິທະພັນ, ນັກທ່ອງທ່ຽວຫລາຍຄົນ, ພິເສດແມ່ນພວກນ້ອງນ້ອຍມີຄວາມເຂົ້າໃຈວັດທະນະທຳ, ປະຫວັດສາດ, ເຂດບ້ານນາຂອງຊາວຫວຽດນາມກວ່າ
ຫໍພິພິທະພັນວາງສະແດງວັດຖຸພັນກວ່າ 200 ຢ່າງ ແລະ ພາບຖ່າຍເກືອບ 100 ແຜ່ນ ຕາມ 4 ຫົວເລື່ອງ: ປະຫວັດສາດ ແລະ ວັດທະນະທຳໝູ່ບ້ານ ແທງຕວານ, ອາຊີບເຮັດກະສິກຳ, ການຫາປາ ແລະ ຊີວິດປະຈຳວັນ
ໃນເຂດວາງສະແດງເຄື່ອງອຸປະກອນຮັບໃຊ້ກະສິກຳຂອງຊາວກະສິກອນ, ຜູ້ຊົມຍັງໄດ້ຮູ້ຈັກເຖິງເສື້ອກັນແດດ, ກັນຝົນຂອງຊາວກະສິກອນໃນເມື່ອກອ່ນ
ເຮືອນຄົວຂອງຊາວຫວຽນາມໃນເມື່ອກ່ອນ
ວາດພາບຄາບອາຫານຂອງຊາວກະສິກອນໃນເມື່ອກອ່ນ
ນັກທ່ອງທ່ຽວເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ເຂດຊົນນະບົດ
ເຄື່ອງສີເຂົ້າຂອງຊາວຫວຽດນາມໃນເມື່ອກ່ອນ
ຊຸດອາພອນປະຊາຊົນເຄີຍນຸ່ງເມື່ອເຂົ້າຮ່ວມງານບຸນຕ່າງໆ
ນັກທ່ອງທ່ຽວຖ່າຍຮູບທີ່ລະລຶກຄຽງຂ້າງເຄື່ອງຂອງໃນພິທີສູ່ຂໍຂອງຊາວເຫ້ວ
ເຄື່ອງເປັນທີ່ລະນຶກເຮັດດ້ວຍໄມ້ໄຝ່ແມ່ນສິ່ງທີ່ດຶງດູດພວກນ້ອງນ້ອຍທີ່ສຸດ

ໄປຢ້ຽມຢາມຫໍພິພິທະພັນເຄື່ອງອຸປະກອນຮັບໃຊ້ກະສິກຳຢູ່ນະຄອນເຫ້ວ

(VOVWORLD) - ຫໍພິພິທະພັນແຫ່ງນີ້ ເກັບຮັກສາເຄື່ອງອຸປະກອນຮັບໃຊ້ກະສິກຳ ແລະ ຫາປາຂອງຊາວເຫ້ວເປັນຈຳນວນຫລວງຫລາຍ. ເລື່ອງລາວໃນການດຳເນີນຊີວິດຢູ່ເຂດຊົນນະບົດໃນເຂດດິນແດນເຫ້ວໄດ້ຮັບການວາດພາບຜ່ານບັນດາເຄື່ອງອຸປະກອນທີ່ວາງສະແດງຢູ່ທີ່ນີ້. ມາຢ້ຽມຢາມນະຄອນເຫ້ວ, ນອກຈາກໄດ້ໄປຢ້ຽມຊົມບັນດາວັດວາອາຮາມ, ພະລາດຊະວັງ… ແລ້ວ ຫໍພິພິທະພັນເຄື່ອງອຸປະກອນຮັບໃຊ້ກະສິກຳຢູ່ໝູ່ບ້ານ ແທງຕວານ ຕາແສງ ຖູຍແທງ ເທດສະບານ ເຮືອງຖູຍ ຫ່າງຈາກນະຄອນເຫ້ວປະມານ 6 ກິໂລແມັດ ກໍ່ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລາຍ.

Lan Anh