Media /
ກ່ອນນີ້ ປາກະເດີດແມ່ນມີຢູ່ທົ່ງນາ. ແຕ່ມາຮອດປີ 2010, ປາປະເພດນີ້ໄດ້ນຳມາລ້ຽງຢູ່ຫລາຍແຫ່ງ ໃນແຂວງ ກາເມົາ
ເຂດທີ່ມີປາກະເດີດຫລາຍສຸດແມ່ນຢູ່ເມືອງ ເຈີນວັນເທີຍ
ໃນປີ 2011, ກົມຊັບສິນທາງປັນຍາ ໄດ້ຮັບຮອງເອົາເຄື່ອງໝາຍການຄ້າ “ປາແຫ້ງ ອູມີງ” ໃຫ້ແກ່ ແຂວງ ກາເມົາ ແລະ ປະຈຸບັນ ສະມາຄົມຊາວ ກະສິກອນ ເມືອງ ເຈີນວັນເທີຍ ພວມກຳມະສິດເຄື່ອງໝາຍການຄ້ານີ້.
ການຄັດເລືອກເອົາປາມາເຮັດປາແຫ້ງ
ມາຮອດຊ່ວງເວລານີ້, ບັນດາໝູ່ບ້ານຜະລິດປາແຫ້ງໄດ້ ຫ້າງຫາກະກຽມຮັບໃຊ້ບຸນເຕັດ
ມີຫລາຍຄອບຄົວຢູ່ ຕາແສງ ແຄງຮືງ ແລະ ເທດສະບານເຈີນວັນເທີຍ ລ້ຽງຊີບດ້ວຍການຜະລິດປາແຫ້ງ
ປະຊາຊົນຢູ່ທີ່ນີ້ຜະລິດປາແຫ້ງຕະຫລອດປີ
ແຕ່ວ່າໃກ້ຈະຮອດບຸນເຕັດ ຈຳນວນປາແຫ້ງສະຫນອງໃຫ້ຕະຫລາດແມ່ນເພີ່ມຂຶ້ນຢ່າງກະໂດດຂັ້ນ
ບັນດາຮາກຖານນີ້ ປະກອບສ່ວນເຂົ້າໃນການແກ້ໄຂວຽກເຮັດງານທຳໃຫ້ຄົນງານຫລາຍຄົນ
ປະຈຸບັນ ປາແຫ້ງຢູ່ ກາເມົາ ມີລາຄາແຕ່ 150.000-300.000 ດົງ/ກິໂລກາມ ອີງຕາມແຕ່ລະປະເພດ
ຕາມຊາວທ້ອງຖິ່ນຢູ່ທີ່ນີ້ແລ້ວ, ຮອດເດືອນ 12 ໄລ່ຕາມຈັນທະປະຕິທິນປະຈຳປີ, ລາຄາປາແຫ້ງຈະເພີ່ມຂຶ້ນອີກ
ປີນີ້ ຄາດວ່າ ປາແຫ້ງຈະນຳມາເຊິ່ງລາຍຮັບສູງ, ຊ່ວຍໃຫ້ຫລາຍຄອບຄົວຢູ່ ກາເມົາ ຕ້ອນຮັບບຸນເຕັດຢ່າງອົບອຸ່ນກວ່າ.

ໝູ່ບ້ານຜະລິດປາແຫ້ງ (ປາກະເດີດ) ກຽມຮັບໃຊ້ຕະຫຼາດບຸນເຕັດ

(VOVWORLD) -ກ່ອນປີໃຫມ່ປະຈຳຊາດ(ບຸນເຕັດ) ຫນຶ່ງເດືອນ, ບັນດາໝູ່ບ້ານຜະລິດປາແຫ້ງ (ປາກະເດີດ) ຢູ່ ກາເມົາ ພັດຫ້າງຫາກະກຽມຜະລິດຕະພັນເພື່ອຮັບໃຊ້ຕະຫລາດບຸນເຕັດ ດ້ວຍອາຫານພິເສດ “ປາແຫ້ງ ອູມີງ”

Tran Hieu