ພາບປະກອບ: AFP/TTXVN ວັນທີ 02/05, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ເນັ້ນໜັກວ່າ, ອາເມລິກາ ໄດ້ປະຕິບັດການກະທຳເກາະຜິດດ້ານການທະຫານ, ນັ້ນແມ່ນການຝຶກຊ້ອມຖິ້ມລະເບີດນິວເຄຼຍ ແນໃສ່ບັນດາເປົ້າໝາຍຕົ້ນຕໍຂອງສປປ.ເກົາຫຼີ ໃນເຂດນ່ານຟ້າສ.ເກົາຫຼີ ດ້ວຍວິທີຈັດສົ່ງກອງເຮືອບິນຖິ້ມລະເບີດນິວເຄຼຍຍຸດທະສາດ “ທີ່ມີຊື່ສຽງ” B-1B ພາຍຫຼັງບັນດາການຊ້ອມຮົບຮ່ວມອາເມລິກາ - ສ.ເກົາຫຼີ ໃນໄລຍະຜ່ານມາ. ກ່ອນໜ້ານັ້ນ, ກຳລັງກອງທັບອາກາດອາເມລິກາ ຢູ່ເຂດປາຊີຟິກ (PACAF) ຢືນຢັນວ່າ, ການມີໜ້າຂອງເຮືອບິນຖິ້ມລະເບີດຍຸດທະສາດ B-1B 2 ລຳ ໃນເຂດນ່ານຟ້າແຫຼມເກົາຫຼີ, ແມ່ນເພື່ອປະຕິບັດບາງໜ້າທີ່ຝຶກຊ້ອມກັບບັນດາຄູ່ຮ່ວມມືຂອງສ.ເກົາຫຼີ ແລະ ຍີ່ປຸ່ນ.

ປະຕິກິລິຍາຂອງສປປ.ເກົາຫຼີກ່ຽວກັບເລື່ອງອາເມລິກາຈັດສົ່ງເຮືອບິນຖິ້ມລະເບີດຍຸດທະສາດເຖິງແຫຼມເກົາຫຼີ

(VOVWORLD) -ສປປ.ເກົາຫຼີ ໄດ້ເອີ້ນການກະທຳດັ່ງກ່າວແມ່ນ “ສ່ຽງໄພທີ່ສຸດ” ອາດຈະພາໄປເຖິງການເກີດສົງຄາມນິວເຄຼຍໃນແຫຼມເກົາຫຼີ. 

nguyenhoai