ດອນໂຄ ຍາມນ້ຳທະເລແຫ້ງ ງາມດັ່ງໃນຝັນ

(VOVWORLD) -  ນັບແຕ່ເດືອນ ພຶດສະພາ ຫາເດືອນ ກໍລະກົດ ແມ່ນຈຸດເວລາທີ່ແຂກທ່ອງທ່ຽວມັກມາ ດອນໂຄ ຫຼາຍທີ່ສຸດ ຍ້ອນຄວາມງາມດັ່ງໃນຝັນ ເມື່ອກ້າວເຂົ້າສູ່ລະດູນ້ຳທະເລແຫ້ງ - ລະດູສາຫຼ່າຍທະເລ.

 
ດອນໂຄ ຍາມນ້ຳທະເລແຫ້ງ ງາມດັ່ງໃນຝັນ - ảnh 1
ໂດຍຫ່າງຈາກນະຄອນ ກຸຍເຍິນ ໄປທາງທິດເໜືອ ປະມານ 18 ກິໂລແມັດ, ດອນໂຄ ຢູ່ຕາແສງ ເຍິນຫາຍ ໄດ້ເປັນທີ່ຮູ້ຈັກກັນດີດ້ວຍດອກປະກາລັງ ແລະ ສາຫຼ່າຍທະເລອັນງາມຕາ, ດຶງດູດໃຈແຂກທ່ອງທ່ຽວ ແລະ ຊ່າງຖ່າຍພາບ. ພາບ. ຫງວຽນຢາ/VTC News
ດອນໂຄ ຍາມນ້ຳທະເລແຫ້ງ ງາມດັ່ງໃນຝັນ - ảnh 2
ນັບແຕ່ເດືອນ ພຶດສະພາ ຫາເດືອນ ກໍລະກົດ ແມ່ນລະດູສາຫຼ່າຍທະເລຢູ່ ດອນໂຄ. ພາບ: Binhdinhlove
ດອນໂຄ ຍາມນ້ຳທະເລແຫ້ງ ງາມດັ່ງໃນຝັນ - ảnh 3
ບັນດາຈຸ້ມສາຫຼ່າຍທະເລ ນັບແຕ່ນ້ອຍຫາໃຫຍ່ທີ່ຜຸດຂຶ້ນຜຸດລົງຢູ່ໜ້ານ້ຳທະເລ ໄດ້ສ້າງເປັນພາບທະເລທີ່ມະຫັດສະຈັນ. ພາບ: Nguyen Gia/VTC News
ດອນໂຄ ຍາມນ້ຳທະເລແຫ້ງ ງາມດັ່ງໃນຝັນ - ảnh 4
ອາດເວົ້າໄດ້ວ່າ ນີ້ແມ່ນໄລຍະເວລາທີ່ ດອນໂຄ ສວຍງາມທີ່ສຸດໃນປີ ເພາະວ່າ ເມື່ອນ້ຳທະເລແຫ້ງ, ສາຫຼ່າຍກໍ່ຈະພົ້ນຂຶ້ນໜ້ານ້ຳ ແລ້ວເຮັດໃຫ້ທະເລແຕ່ສີຟ້າກາຍເປັນສີເຫຼືອງ. ພາບ: Hon Kho Trip
ດອນໂຄ ຍາມນ້ຳທະເລແຫ້ງ ງາມດັ່ງໃນຝັນ - ảnh 5
ໃນລະດູສາຫຼ່າຍ, ບັນດາຊີວະສັດທະເລຄື ປາ, ກຸ້ງ, ປາມືກ…. ແລະ ບັນດາສັດນ້ອຍນາໆຊະນິດພັດມາຂະຫຍາຍພັນ ແລະ ເຕີບໂຕຢູ່ທີ່ນີ້. ອຳນາດການປົກຄອງໄດ້ອອກຄຳສັ່ງຫ້າມຂຸດຄົ້ນສາຫຼ່າຍ ເພື່ອປົກປັກຮັກສາລະບົບຊີວະພາບ. ປະຊາຊົນ ສາມາດຂຸດຄົ້ນໄດ້ແຕ່ສິນທະເລຢູ່ເຂດນີ້ເທົ່ານັ້ນ. ພາບ: Hon Kho Trip
ດອນໂຄ ຍາມນ້ຳທະເລແຫ້ງ ງາມດັ່ງໃນຝັນ - ảnh 6
ເບິ່ງຈາກມູມສູງ, ສີເຫຼືອງຂອງສາຫຼ່າຍ ປະສົບປະສານກັບສີຟ້າຂອງນ້ຳທະເລ ໄດ້ສ້າງເປັນພາບທຳມະຊາດທີ່ສວຍງາມທີ່ສຸດ. ພາບ: Hon Kho Trip
ດອນໂຄ ຍາມນ້ຳທະເລແຫ້ງ ງາມດັ່ງໃນຝັນ - ảnh 7
ໂດຍມີລະບົບຊີວະພາບທີ່ຫຼາກຫຼາຍ ແລະ ສາຫຼ່າຍທະເລທີ່ໜາແໜ້ນ, ທະເລ ດອນໂຄ ງາມຕື່ນຕາຕື່ນໃຈ ແລະ ດຶງດູດແຂກທ່ອງທ່ຽວມາຄົ້ນຫາເປັນຈຳນວນຫຼາຍ. ພາບ: Lang Chai – Nhon Hai
ດອນໂຄ ຍາມນ້ຳທະເລແຫ້ງ ງາມດັ່ງໃນຝັນ - ảnh 8
ແຂກທ່ອງທ່ຽວດຳນ້ຳຊົມປະກາລັງຢູ່ ດອນໂຄ. ພາບ: Xuan Sang/baobinhdinh.vn
ດອນໂຄ ຍາມນ້ຳທະເລແຫ້ງ ງາມດັ່ງໃນຝັນ - ảnh 9
ກິດຈະກຳລະຫຼີ້ນຢູ່ທະເລແມ່ນມີຫຼາຍຮູບຫຼາຍແບບ. ແຂກທ່ອງທ່ຽວສາມາດເລືອກຫຼີ້ນໄດ້… ພາບ: CocoCamp Hon Kho

ດອນໂຄ ຍາມນ້ຳທະເລແຫ້ງ ງາມດັ່ງໃນຝັນ - ảnh 10
ລະດູນ້ຳທະເລຫຼຸດລົງ, ດອນໂຄ ບໍ່ພຽງແຕ່ດູດດື່ມໃຈຜູ້ໃຫຍ່ເທົ່ານັ້ນ ຫາກຍັງດຶງດູດເດັກນ້ອຍທີ່ມັກຮັກການຄົ້ນຫາທຳມະຊາດອີກດ້ວຍ. ພາບ: Nguyen Gia/VTC News
ດອນໂຄ ຍາມນ້ຳທະເລແຫ້ງ ງາມດັ່ງໃນຝັນ - ảnh 11
ຫາກຸ້ງ, ຫາຫອຍຢູ່ເຂດນ້ຳຕື້ນແມ່ນການສຳຜັດຕົວຈິງທີ່ເປັນປະໂຫຍດ, ເຮັດໃຫ້ເດັກມີໂອກາດໄດ້ຄົ້ນຫາ ແລະ ໃກ້ຊິດກັບທະເລຫຼາຍກວ່າ. Nguyen Gia/VTC News

ຕອບກັບ

ຂ່າວ/ບົດ​ອື່ນ