(ພາບປະກອບ) ນີ້ແມ່ນຂໍ້ມູນຂ່່າວໂດຍທ່ານ ຫງວຽນຕ໋ວນແອງ, ຮອງຫົວໜ້າກົມລະບອບກົດໝາຍ, ອົງການກວດກາລັດຖະບານຍົກອອກມາທີ່ກອງປະຊຸມຂ່າວໄຕມາດທີ 1 ໂດຍຫົວໜ່ວຍນີ້ຈັດຕັ້ງ ຫວ່າງແລ້ວນີ້ຢູ່ຮ່າໂນ້ຍ. ທ່ານ ຫງວຽນຕ໋ວນແອງ ໃຫ້ຮູ້ວ່າ. “ປະຈຸບັນ, ອົງການກວດກາລັດຖະບານ ພວມເປັນປະທານ, ສົມທົບກັບບັນດາອົງການທີ່ກ່ຽວຂ້ອງເພື່ອສ້າງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ສົມບູນແບບ. ກົດໝາຍນີ້ໄດ້ປັບປຸງຢ່າງຮອບດ້ານ. ວິວັດການຮຽບຮຽງ ແລະ ການສ້າງໄດ້ສຸມໃສ່ບັນດາບັນຫາໃຫຍ່ນັ້ນແມ່ນ, ຍູ້ແຮງການເປີດເຜີຍ, ກະຈ່າງແຈ້ງ, ເນັ້ນໜັກເຖິງໜ້າທີ່ຮັບຜິດຊອບຂອງຜູ້ນຳຂອງບັນດາອົງການ, ສຳນັກງານ…”

ຮ່າງປັບປຸງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຈະຖືກຮັບຮອງເອົາໃນໄວໆນີ້

(VOVWORLD) - ອົງການກວດກາລັດຖະບານ ພວມເປັນປະທານ, ສົມທົບກັບບັນດາອົງການທີ່ກ່ຽວຂ້ອງເພື່ອສ້າງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ສົມບູນແບບ.

nguyenhoai