ດອກອິນທະນິນສີມ້ວງທີ່ໂຣແມນຕິກຢູ່ຕາມຖະໜົນສາຍຕ່າງໆຢູ່ຮ່າໂນ້ຍ
Media VOV5 -  
(VOVWORLD) - ໃນຊຸມວັນຕົ້ນເດືອນພຶດສະພາ, ດອກອິນທະນິນ ພວມພາກັນເບັ່ງບານຢູ່ນະຄອນຫຼວງ ຮ່າໂນ້ຍ. ເບິ່ງຄືວ່າຖະໜົນສາຍຕ່າງໆຂອງ ຮ່າໂນ້ຍ ໄດ້ປົກຄຸມໄປດ້ວຍສີມ້ວງທີ່ໂຣແມນຕິກ.
![ດອກອິນທະນິນສີມ້ວງທີ່ໂຣແມນຕິກຢູ່ຕາມຖະໜົນສາຍຕ່າງໆຢູ່ຮ່າໂນ້ຍ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2024_05_18/media/1_zgix.jpg) |
ໂດຍເປັນທີ່ຮູ້ຈັກຄືດັ່ງດອກໄມ້ສັນຍາລັກຂອງເຂດອາກາດຮ້ອນ ອາຊີໃຕ້, ໃນເບື້ອງຕົ້ນ ດອກອິນທະນິນ ໄດ້ປູກເພື່ອປະດັບຄວາມງາມໃຫ້ແກ່ທັດສະນີຍະພາບຂອງຕົວເມືອງ ແລະ ເຮັດເປັນຮົມ ແຕ່ມັນໄດ້ຄ່ອຍໆກາຍເປັນຈຸດພົ້ນເດັ່ນທີ່ລຶ້ງເຄີຍສຳລັບ ຮ່າໂນ້ຍ ເມື່ອອາກາດຮ້ອນເລີ່ມວຽນມາ. |
![ດອກອິນທະນິນສີມ້ວງທີ່ໂຣແມນຕິກຢູ່ຕາມຖະໜົນສາຍຕ່າງໆຢູ່ຮ່າໂນ້ຍ - ảnh 2](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2024_05_18/media/2_rxcb.jpg) |
ດອກອິນທະນິນມີສີມ້ວງ ຫຼື ສີມ້ວງອ່ອນ, ໄດ້ອອກເປັນພົ້ວທີ່ມີຄວາມຍາວແຕ່ 20 – 40 cm. ແຕ່ລະດອກມີ 6 ກີບ, ແຕ່ລະກີບມີຄວາມຍາວປະມານ 2 – 3,5 cm. |
![ດອກອິນທະນິນສີມ້ວງທີ່ໂຣແມນຕິກຢູ່ຕາມຖະໜົນສາຍຕ່າງໆຢູ່ຮ່າໂນ້ຍ - ảnh 5](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2024_05_18/media/5_uhes.jpeg) |
ດອກອິນທະນິນພວມບານສະພັ່ງຢູ່ເດີ່ນສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ |
![ດອກອິນທະນິນສີມ້ວງທີ່ໂຣແມນຕິກຢູ່ຕາມຖະໜົນສາຍຕ່າງໆຢູ່ຮ່າໂນ້ຍ - ảnh 6](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2024_05_18/media/6_twpd.jpg) |
ປີນີ້, ຍ້ອນອາກາດເອື້ອອຳນວຍ ສະນັ້ນ, ນັບແຕ່ຕົ້ນເດືອນພຶດສະພາ, ດອກອິນທະນິນກໍໄດ້ພາກັນເບັ່ງບານຢູ່ຖະໜົນສາຍຕ່າງໆແລ້ວ ແລະ ດຶງດູດປະຊາຊົນ, ນັກທ່ອງທ່ຽວມາຖ່າຍຮູບເປັນຈຳນວນຫຼວງຫຼາຍ. |
![ດອກອິນທະນິນສີມ້ວງທີ່ໂຣແມນຕິກຢູ່ຕາມຖະໜົນສາຍຕ່າງໆຢູ່ຮ່າໂນ້ຍ - ảnh 8](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2024_05_18/media/8_lydi.jpg) |
ບັນດາເພື່ອນໜຸ່ມຍາດເວລາມາຖ່າຍຮູບຢູ່ກ້ອງຮົ່ມຕົ້ນດອກອິນທະນິນ |
![ດອກອິນທະນິນສີມ້ວງທີ່ໂຣແມນຕິກຢູ່ຕາມຖະໜົນສາຍຕ່າງໆຢູ່ຮ່າໂນ້ຍ - ảnh 9](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2024_05_18/media/9_ifan.jpg) |
ດອກອິນທະນິນຕົກເຕັມຕາມແຄມທາງ |
![ດອກອິນທະນິນສີມ້ວງທີ່ໂຣແມນຕິກຢູ່ຕາມຖະໜົນສາຍຕ່າງໆຢູ່ຮ່າໂນ້ຍ - ảnh 11](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2024_05_18/media/11_bzov.jpg) |
ດອກອິນທະນິນສີມ້ວງ ເບິ່ງຄືວ່າເຮັດໃຫ້ບັນດາຖະໜົນມີຄວາມໂຣແມນຕິກຂຶ້ນຕື່ມ ແລະ ບັນເທົາຄວາມອຶກກະທຶກຂອງຕົວເມືອງ./. |
Media VOV5