ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ ເດີນທາງໄປ ບາງກອກ ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີີ 34

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34.
ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ ເດີນທາງໄປ ບາງກອກ ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີີ 34 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ

ຕອນທ່ຽງວັນທີ 22 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34. ຕ້ອນຮັບທ່ານນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຫວຽດນາມຢູ່ສະໜາມບິນ, ສໍາລັບຝ່າຍ ໄທ ມີທ່ານ ພິເສດ ດຸຣົງຄະເວຣົດ ລັດຖະມົນຕີກະຊວງເສດຖະກິດດີຈີຕອນ - ສັງຄົມ ພ້ອມດ້ວຍ ພັນລະຍາ, ການນໍາກະຊວງການຕ່າງປະເທດ ໄທ ແລະ ທ່ານ ຫງວຽນຫາຍບັ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໄທ ພ້ອມດ້ວຍພັນລະຍາ. ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວາລະປະຊຸມຄົບຄະນະຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34; ພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ, ພົບປະກັບການນໍາບາງປະເທດທີ່ເຂົ້າຮ່ວມກອງປະຊຸມ.


ຕອບກັບ

ຂ່າວ/ບົດ​ອື່ນ