CMC Telecom ແລະ ເປົ້າ​ໝາຍ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນ Digital Hub ຂອງ ອາ​ຊີ

(VOVWORLD) -   ຮ່າງວາງແຜນພື້ນຖານຖະແຫຼງຂ່າວ ແລະ ການສື່ສານ ໄລຍະ 2021  2030 ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ກໍ່ສ້າງ ໄດ້ວາງອອກຄວາມຮຽກຮ້ອງຕ້ອງການພັດທະນາຮອດປີ 2030, ຫວຽດນາມ ຈະກາຍເປັນ Digital Hub”- ຈຸດປ່ຽນຖ່າຍ, ເຊື່ອມຕໍ່ຮັກສາສຳເນົາ ແລະ ແກ້ໄຂຂໍ້ມູນຂອງພາກພື້ນ ແລະ ໂລກ. ດ້ວຍເນື້ອໃນຈິດໃຈ “ຮັກສາຂໍ້ມູນຂອງຄົນ ຫວຽດນາມ”, CMC Telecom   (ສັງກັດບໍລິສັດເຕັກໂນໂລຢີ CMC) ໄດ້ລົງທຶນສ້າງລະບົບ Data Center (ສູນຂໍ້ມູນ) ທີ່ທັນສະໄໝ, ປະກອບສ່ວນເຂົ້າໃນການສ້າງພື້ນຖານໂຄງລ່າງດີຈີຕອນແຫ່ງຊາດໃຫ້ສຳເລັດ, ຄົບຊຸດ, ມຸ່ງໄປເຖິງເປົ້າໝາຍນີ້.
 
 

ຄຳນິຍາມ Digital Hub ໄດ້ເຂົ້າໃຈວ່າເປັນບ່ອນເກັບຮັກສາ, ແກ້ໄຂບັນດາຂໍ້ມູນໃຫຍ່ຂອງບໍລິສັດເຕັກໂນໂຢລີແຖວໜ້າຂອງໂລກ, ອະນຸຍາດໃຫ້ຖ່າຍ - ໂອນຂໍ້ມູນ, ພ້ອມດຽວກັນນັ້ນຍັງສາມາດສະໜອງການບໍລິການນີ້ອອກນອກພາກພື້ນອີກດ້ວຍ. Digital Hub ບໍ່ພຽງແຕ່ມີຄວາມໝາຍວ່າ ແກ້ໄຂຂໍ້ມູນຢູ່ທ້ອງຖິ່ນເທົ່ານັ້ນ ແຕ່ຍັງເປີດກວ້າງລະບົບນິເວດເຕັກໂນໂລຢີ (ecosystem) ລະດັບພາກພື້ນອີກດ້ວຍ.

        ຄວາມຈິງ, ຫວຽດນາມ ພວມມີໂອກາດທີ່ໃຫຍ່ຫຼວງເພື່ອກາຍເປັນຈຸດເຊື່ອມຕໍ່ ແລະ ເກັບຮັກສາຂໍ້ມູນຂອງພາກພື້ນ ອາຊຽນ ກໍຄືພາກພື້ນ ອາຊີ - ປາຊີຟິກ. ກ່ອນອື່ນໝົດ, ນັ້ນແມ່ນບາດກ້າວປ່ຽນແປງຂະໜາດໃຫຍ່ກ່ຽວກັບລະບອບລະບຽບການ, ນະໂຍບາຍ, ສ້າງກຳລັງໜູນໃຫ້ບັນດານັກລົງທຶນເຕັກໂນໂລຢີດີຈີຕອນ ຫວຽດນາມ. ທ່ານ ດັ້ງຕຸງເຊີນ, ຮອງຜູ້ອຳນວຍການໃຫຍ່ CMC Telecom  ຖືວ່າ:

CMC Telecom  ແລະ ເປົ້າ​ໝາຍ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນ Digital  Hub ຂອງ ອາ​ຊີ - ảnh 1ທ່ານ ດັ້ງຕຸງເຊີນ, ຮອງຜູ້ອຳນວຍການໃຫຍ່ CMC Telecom (ພາບ: CMC)

“ພວກເຮົາພວມມີບາດຫຼວງປ່ຽນແປງຢ່າງໃຫຍ່ຫຼວງ. ຫວຽດນາມ ເຊັນອະນຸມັດການກຳນົດທິດພື້ນຖານໂຄງລ່າງຂໍ້ມູນ ແລະ ການສື່ສານ ຮອດປີ 2025, ວິໄສທັດຮອດປີ 2030. ພວກເຮົາໄດ້ກຳນົດຢ່າງຈະແຈ້ງກັບແຕ່ລະບາດກ້າວການຫັນປ່ຽນ ຈາກພື້ນຖານໂຄງລ່າງໄປສະນີແບບເກົ່າ ໄປເປັນພື້ນຖານໂຄງລ່າງການຈັດສົ່ງ ແລະ ການຄ້າເອເລັກໂຕນິກ, ພື້ນຖານໂຄງລ່າງໂທລະຄົມມະນາຄົມ ຫັນປ່ຽນເປັນພື້ນຖານໂຄງລ່າງດີຈີຕອນ, ຫຼື ແມ່ນພື້ນຖານໂຄງລ່າງເຕັກໂນໂລຢີຂໍ້ມູນຂ່າວສານ ໄປເປັນພື້ນຖານໂຄງລ່າງຫັນເປັນດີຈີຕອນ. ໃນຖະແຫຼງການຫຼ້າສຸດກ່ຽວກັບ Local Zones (ໂດຍ Amazon Web Services ປະກາດພື້ນຖານໂຄງລ່າງ A cloud  AWS Local Zone), ຫວຽດນາມ ນອນໃນກຸ່ມ 22 ປະເທດ, ຊ້ຳບໍ່ໜຳ, ຫຼາຍປະເທດໃນ ອາຊຽນ ຍັງບໍ່ທັນມີຊື່ຢູ່ໃນບັນຊີນີ້. ສິ່ງດັ່ງກ່າວໄດ້ຢັ້ງຢືນການປ່ຽນແປງຢ່າງໃຫຍ່ຫຼວງ, ຢັ້ງຢືນທີ່ຕັ້ງບົດບາດຂອງ ຫວຽດນາມ.”

        ຍ້ອນມີການກຳນົດທິດຍຸດທະສາດຈາກລັດຖະບານ, ແມ່ນວິສາຫະກິດພື້ນຖານໂຄງລ່າງໂທລະຄົມມະນາຄົມໜຶ່ງດຽວຂອງ ຫວຽດນາມ ທີ່ມີຜູ້ຖືຫຸ້ນຕ່າງປະເທດ, CMC Telecom ໄດ້ລົງທຶນເປີດກວ້າງຕາໜ່າງພື້ນຖານໂຄງລ່າງເຊື່ອມຕໍ່ເທື່ອລະກ້າວ ຢູ່ທຸກປະເທດໃນພາກພື້ນ ແລະ ໂລກ.

        ປັດຈຸບັນ, CMC Telecom ພວມຖືກຳມະສິດລະບົບສາຍໄຍແກ້ວຂ້າມປະເທດ CVCS (Cross Vietnam Cable System), ສາຍໄຍແກ້ວທຳອິດເຊື່ອມຕໍ່ຊອດອາຊີຕາເວັນອອກສ່ຽງໃຕ້, ເຊື່ອມຕໍ່ໂດຍກົງກັບພື້ນຖານໂຄງລ່າງໂທລະຄົມມະນາຄົມ A – Grid, ເຊື່ອມຕໍ່ໂດຍກົງກັບ 05 ສາຍໃຍແກ້ວທະເລສາກົນ AAE1, APG, A-Grid, Unity ແລະ Faster. CMC Telecom ກໍແມ່ນ 1 ໃນ 3 ຫົວໜ່ວຍທຳອິດໃນໂລກທີ່ບັນລຸໃບຢັ້ງຢືນ MEF 3.0 – ໃບຢັ້ງຢືນກໍາລັງຄວາມສາມາດໃນການສະໜອງການບໍລິການເຊື່ອມຕໍ່ Ethernet ດ້ວຍຄຸນນະພາບສູງທີ່ສຸດໃນຕະຫຼາດ. ໃນປັດຈຸບັນ, CMC Telecom ຖືກຳມະສິດ 3 Data Center. ນີ້ແມ່ນບັນດາ Data Center ທຳອິດຢູ່ ຫວຽດນາມ ທີ່ມີໃບຢັ້ງຢືນຮັກສາຄວາມລັບການຊຳລະ PCI DSS (Payment Card Industry Data Security Standard) ໃນຂົງເຂດການເງິນ, ທະນາຄານ. ບັນດາ Data Center ຂອງ CMC Telecom ລ້ວນແຕ່ໄດ້ເຄື່ອນໄຫວໂດຍຖັນແຖວນັກຊ່ຽວຊານ, ນັກເຕັກນິກ ທີ່ໄດ້ຮັບການບຳລຸງສ້າງຢ່າງມີແບບມີແຜນ ດ້ວຍໃບຢັ້ງຢືນສາກົນຄື CDCE, CDCS, CDCP, CDFOM,….

CMC Telecom  ແລະ ເປົ້າ​ໝາຍ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນ Digital  Hub ຂອງ ອາ​ຊີ - ảnh 2 ຖັນແຖວນັກຊ່ຽວຊານປ້ອງກັນຄວາມລັບ CMC Cyber Security (ພາບ: CMC) 

        ຕົ້ນປີ 2022, CMC Telecom ຫາກໍສ້າງຂຶ້ນ ແລະ ນຳເຂົ້າເຄື່ອນໄຫວ Data Center ເຕິນທ້ວນ (ຢູ່ນະຄອນ ໂຮ່ຈີມິນ) ບັນລຸມາດຕະຖານ Uptime Tier III ໂດຍມີເນື້ອທີ 10.000 m2 ສະໜອງ 1.200 rack ດ້ວຍສະມັດຕະພາບສູງຂຶ້ນເຖິງ  20 kw/rack. ເດືອນພຶດສະພາ 2022, Uptime Institute ກໍໄດ້ປະກາດວ່າ Data Center ເຕິນທ້ວນ ໄດ້ປະສົບຜົນສຳເລັດ ແລະ ໄດ້ຮັບໃບຢັ້ງຢືນ TCCF (Tier Certification of Constructed Facility) ທຳອິດ ດ້ວຍຈຳນວນບົດກວດກາສູງສຸດ ຫວຽດນາມ ໄລ່ມາຮອດປັດຈຸບັນ, ກາຍເປັນ Data Center ທີ່ທັນສະໄໝ ແລະ ປອດໄພທີ່ສຸດຢູ່ ຫວຽດນາມ. ການກຳນົດທິດຂອງ CMC Telecom ໃນໄລຍະຈະມາເຖິງ ແມ່ນສືບຕໍ່ຫັນປ່ຽນຈິນຕະນາການຈາກບໍລິສັດພາຍໃນປະເທດໃຫ້ກາຍເປັນບໍລິສັດລະດັບໂລກ, ສ້າງຖັນແຖວຊັບພະຍາກອນມະນຸດສາມາດຕອບສະໜອງໄດ້ບັນດາຄຸນຄ່າຫຼັກແຫຼ່ງແກ່ນສານ ແລະ ຫັນຜະລິດຕະພັນການບໍລິການໃຫ້ໄດ້ມາດຕະຖານມຸ່ງໄປເຖິງການບັນລຸມາດຖານສາກົນ. ທ່ານຮອງຜູ້ອຳນວຍການໃຫຍ່ CMC Telecom ດັ້ງຕຸງເຊີນ ຢັ້ງຢືນວ່າ:

        “ການລົງທຶນ Digital Hub ແມ່ນວິວັດທະນາການໜຶ່ງ.  CMC ຂອງພວກຂ້າພະເຈົ້າ ໄດ້ວາງແຜນກ່ຽວກັບ Data Center ແຕ່ມື້ນີ້ຮອດປີ 2025 ເຮັດແນວໃດ ເພື່ອຮັບປະກັນການເປັນເຈົ້າການ 40 Megawat Data Center ແລະ ບັນດາ Data Center ລ້ວນແຕ່ຕ້ອງຕອບສະໜອງມາດຕະຖານສາກົນ, ຄວາມໝັ້ນຄົງປອດໄພທາງຂໍ້ມູນຂ່າວສານ ແລະ ພິເສດແມ່ນບັນດາ Data Center ນີ້ ຕ້ອງເປີດ, ເຊື່ອມຕໍ່ການເປີດ, ເປັນສູນກາງ, ລູກຄ້າມີສິດເລືອກຫຼາຍ. ນັ້ນແມ່ນການກຳນົດທິດ ເຊິ່ງພວກຂ້າພະເຈົ້າໄດ້ມຸ່ງໝັ້ນປະຕິບັດໃນຫຼາຍປີຜ່ານມາ.”

        ຫວຽດນາມ ຢາກໄປທັນກັບການປະຕິວັດອຸດສາຫະກຳ 4.0 ຫຼືບໍ, ເພື່ອໃຫ້ປະເທດພັດທະນາອີງໃສ່ເຕັກໂນໂລຢີສູງ ແລະ ກາຍເປັນສູນດີຈີຕອນນັ້ນ, ເງື່ອນໄຂຕັດສິນຊີ້ຂາດນັ້ນແມ່ນ ພື້ນຖານໂຄງລ່າງດີຈີຕອນ. ຕາມທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຟານເຕິມ ແລ້ວ, “ປະດິດສ້າງຢູ່ ຫວຽດນາມ, ອອກແບບຢູ່ ຫວຽດນາມ, ຜະລິດຢູ່ ຫວຽດນາມ” ແມ່ນແຜນນະໂຍບາຍ, ການກຳນົດທິດໃຫຍ່ຂອງລັດຖະບານ ຫວຽດນາມ ເພື່ອແນໃສ່ປຸກລຸກກຳລັງຄວາມສາມາດ, ຄວາມຄາດຫວັງພັດທະນາຢູ່ພາຍໃນປະເທດ ໃນການປະຕິວັດອຸດສາຫະກຳຄັ້ງທີ 4. ເລື່ອງເປັນເຈົ້າການສ້າງບັນດາຜະລິດຕະພານ “Make in  Viet Nam” ຄື CMC Telecom ແມ່ນເພື່ອແນໃສ່ຢັ້ງຢືນຄວາມຕັດສິນໃຈຍາດເອົາເອກະລາດທາງດ້ານເຕັກໂນໂລຢີຂອງ ຫວຽດນາມ.

        “ພັດທະນາຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam ແມ່ນເສັ້ນທາງເພື່ອໃຫ້ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ເປັນເຈົ້າ ທັງໃນດ້ານເຕັກໂນໂລຢີ ແລະ ຜະລິດຕະພັນ, ໄປພ້ອມກັບຈັ່ງຫວະຂອງບັນດາປະເທດມະຫາອຳນາດໃນໂລກໃນການຄົ້ນຄວ້າ, ພັດທະນາ ແລະ ໝູນໃຊ້ເຕັກໂນໂລຢີໃໝ່, ນຳ ຫວຽດນາມ ກາຍເປັນປະເທດເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ນີ້ກໍແມ່ນຂໍ້ກຸນແຈເພື່ອໃຫ້ ຫວຽດນາມ ບືນຂຶ້ນລະດັບທີ່ສູງກວ່າໃນລະບົບມູນຄ່າ, ໄປທັນກັບບັນດາປະເທດພັດທະນາ”.

        ນັບແຕ່ໄດ້ສ້າງຕັ້ງມາແຕ່ປີ 2008, CMC Telecom ໄດ້ກຳນົດໃຫ້ກາຍເປັນບໍລິສັດສະໜອງບໍລິການທົ່ວໂລກ. ບໍ່ພຽງແຕ່ເທົ່ານັ້ນ, CMC Telecom ຍັງຝັກໄຝ່ເປົ້າໝາຍກວ້າງໄກກວ່ານັ້ນອີກ ໃນໄລຍະຈະມາເຖິງ ນັ້ນແມ່ນ ນຳ ຫວຽດນາມ ກາຍເປັນໜຶ່ງໃນບັນດາສູນເຊື່ອມຕໍ່ຂອງ ອາຊີ. ຍຸດທະສາດຂອງ CMC Telecom ແມ່ນຮ່ວມມືກັບບໍລິສັດເຕັກໂນໂລຢີແຖວໜ້າໃນໂລກ ແນໃສ່ນຳ ຫວຽດນາມ ກາຍເປັນ Digital Hub ປ່ຽນຖ່າຍໃນພາກພື້ນ, ທຽບທັນກັບ ຮົ່ງກົງ (ຈີນ) ຫຼື ສິງກະໂປ. ຖ້າຫາກວ່າ ເບິ່ງໃນສິ່ງທີ່ CMC Telecom ບັນລຸໄດ້ໃນໄລຍະຜ່ານມາ, ເປົ້າໝາຍນີ້ແມ່ນມີຄວາມເປັນໄປໄດ້ສູງ./.

ຕອບກັບ

ຂ່າວ/ບົດ​ອື່ນ