Hue - S : ລະບົບການບໍລິການຕົວເມືອງອັດສະລິຍະແຂວງ ເທື່ອທຽນເຫວ້

(VOVWORLD) -ລະບົບການບໍລິການຕົວເມືອງອັດສະລິຍະແຂວງເທື່ອທຽນເຫວ້ ຫຼື Hue – S ໄດ້ຮັບລາງວັນ ຜະລິດຕະພັນ ເຕັກໂນໂລຊີດິີຈີຕອນ Make in Viet Nam ເມື່ອປີກາຍນີ້ ໃນບັນຊີລາຍຊື່ 10 ກິດຈະກຳຜະລິດຕະພັນດີຈີຕອນທີ່ດີເດັ່ນ ໃຫ້ແກ່ສັງຄົມດີຈີຕອນ. Hue – S ແມ່ນຜະລິດຕະພັນເປັນຕົວແບບ ໃນການສ້າງອຳນາດການປົກຄອງເປັນມິດ ແລະ ທັນສະໄໝ. 
Hue - S : ລະບົບການບໍລິການຕົວເມືອງອັດສະລິຍະແຂວງ ເທື່ອທຽນເຫວ້ - ảnh 1ພາບປະກອບ
  Hue – S ແມ່ນ ໂປຣແກມ ຖືກສ້າງຕາມທິດ Super – app ໃນລະບົບເຄື່ອນທີ່ ທັງມີການບໍລິການຕົວເມືອງອັດສະລິຍະ ຮັບໃຊ້ປະຊາຊົນ ວິສາຫະກິດ ທັງເປັນອຳນາດການປົກຄອງດີຈີຕອນ ຮັບໃຊ້ວຽກງານ ຫັນເປັນ ດີຈີຕອນໃນບັນດາອົງການສຳນັກງານ ແຫ່ງລັດຂັ້ນແຂວງ. ທັງໝົດເຫຼົ່ານັ້ນ ຖືກ ສ້າງຂຶ້ນ ໃນ ລະບົບເຕັກໂນໂລຊີດີຈີຕອນ ທັນສະໄໝ ສາມາດນຳໃຊ້ຢ່າງ ສະດວກສະບາຍ.  ທ່ານ ບຸ່ຍຮວ່າງມິງ ຜູ້ອຳນວຍການສູນ ຕິດຕາມກວດກາ ແລະບໍລິຫານຕົວເມືອງອັດສະລິຍະ ໃຫ້ຮູ້ວ່າ:

    “ເພື່ອຜັນຂະຫຍາຍບັນດາການບໍລິການຕົວເມືອງອັດສະລິຍະ,ທາງສູນຕ້ອງຄົ້ນຄວ້າ ແລະ ນຳໃຊ້ຫຼາຍວິທີການທາງດ້ານເຕັກໂນໂລຊີໃນ ໂປຣແກມ Hue – S ເພື່ອວິເຄາະກໍ່ຄືຮັບໃຊ້ບັນດາແຜນຄຸ້ມຄອງ. ການນຳໃຊ້ບັນດາວິທີການແກ້ໄຂຖືກຜັນຂະຫຍາຍຢູ່ສູນ, ພິເສດຜ່ານບັນດາມາດຕະການເຕັກໂນໂລຊີໃໝ່, ທາງລະບົບຈະຄົ້ນພົບໂດຍອັດຕະໂນມັດ ກ່ຽວກັບບັນຫາລະເມີດກົດໝາຍ ເພື່ອສົ່ງເຖິງບັນດາອົງການສຳນັກງານທ້ອງຖິ່ນແກ້ໄຂ. ນີ້ແມ່ນ ໂປຣແກມ ບັນລຸປະສິດທິຜົນທີ່ສຸດໃນໄລຍະຜ່ານມາ”.

   ຄວາມປະທັບໃຈທຳອິດຂອງHue - Sນັ້ນແມ່ນການຮອງຮັບສ່ອງແສງຂອງປະຊາຊົນກ່ຽວກັບສິ່ງທີ່ຄົງຄ້າງຄວາມຮ້ອນເຮັ່ງໃນຊີວິດປະຈຳວັນ; ການແກ້ໄຂແລະໃຫ້ຄຳຕອບຕໍ່ການສ່ອງແສງໃນລະບົບດີຈີຕອນດ້ວຍວິທີສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບເພື່ອແກ້ໄຂກໍລະນີຢ່າງທັນການ.

“ສະບາຍດີເອື້ອຍ! ຂ້າພະເຈົ້າໂທຈາກສູນ Hue - S. ທາງສູນຫາກໍ່ໄດ້ຮັບຜົນໃຫ້ຄຳຕອບຂອງຫົວໜ່ວຍຕົນ, ແຕ່ໃນນັ້ນກໍ່ມີເນື້ອໃນສ່ວນໜຶ່ງ, ທາງຕຳຫຼວດຕາແສງໄດ້ເຮັດບັນທຶກການລະເມີດທາງບໍລິຫານ ແຕ່ຫົວໜ່ວຍຂອງຕົນຍັງບໍ່ທັນຄັດຕິດພ້ອມ. ບັນຫານີ້ ສະເໜີເອື້ອຍ ກວດກາຄືນ ແລະຄັດຕິດພ້ອມຊ່ວຍຂ້າພະເຈົ້າເພື່ອໃຫ້ຂ້າພະເຈົ້າສົ່ງຜົນການແກ້ໄຂໃຫ້ແກ່ປະຊາຊົນ”.

  ມາຮອດປັດຈຸບັນໄດ້ມີການສ່ອງແສງຫຼາຍກວ່າ 80.000 ກໍລະນີໄດ້ຮັບການແກ້ໄຂ, 230 ຫົວໜ່ວຍໄດ້ເຂົ້າຮ່ວມໃນລະບົບ, ອັດຕາການຕີລາຄາທີ່ເພິ່ງພໍໃຈບັນລຸເກືອບ 80%. ເມື່ອປະຊາຊົນຖ່າຍຮູບອັດສຽງຖ່າຍທຳວີດີໂອທາງໂທລະສັບມືຖືແລ້ວກໍ່ສ່ອງງແສເຖິງHue – S,ຖັນແຖວພາລະກອນຢູ່ທີ່ນີ້ຈະຮອງຮັບເພື່ອແກ້ໄຂ.

   “ສະບາຍດີອ້າຍ! ອ້າຍໄດ້ສົ່ງຄຳສ່ອງແສງເຖິງສູນ ປັດຈຸບັນອ້າຍມີເວລາຫວ່າງບໍ່? ຂ້າພະເຈົ້າຂໍແລກປ່ຽນຂໍ້ມູນຂ່າວສານໄດ້ບໍ່. ອ້າຍໄດ້ສ່ອງແສງເຖິງສູນໃນເວລາ 20 ໂມງ 15 ນາທີຢູ່ສີ່ແຍກຖະໜົນບາຈ້ຽວ - ຫງວຽນກົງຈື໊ ມີຜູ້ໜຶ່ງຂີ່ລົດຈັກໄດ້ທູບຕີຄົນຢູ່ຕາມທາງ. ດັ່ງນັ້ນອ້າຍໄດ້ມີ ກຣິບວີດີໂອ ບັນທຶກເລື່ອງນີ້ບໍ່ອ້າຍ”.

   ດ້ວຍການເຂົ້າຮ່ວມຂອງບັນດາວິດສາຫະກິດ, Hue – S ຍັງແມ່ນບ່ອນພົວພັນຫຼາຍການບໍລິການຂອງສັງຄົມທີ່ມີປະໂຫຍດຄືການບໍລິການໄຟຟ້ານ້ຳປະປາ, ການສັ່ງຈອງລົດແທັກຊີທາງອອນລາຍ… ດ້ວຍການກຳນົດທິດພັດທະນາແມ່ນ ໂປຣແກມ ທາງລະບົບດີຈີຕອນເປີດ, ທ່ານ ບຸ່ຍຮວ່າງມິງ ຜູ້ອຳນວຍການສູນຕິດຕາມກວດກາ ແລະ ບໍລິຫານຕົວເມືອງອັດສະລິຍະໃຫ້ຮູ້ວ່າ:

“ໃນໄລຍະທີ່ຈະມາເຖິງ ພວກຂ້າພະເຈົ້າຈະສືບຕໍ່ຄົ້ນຄວ້າບັນດາໂປຣແກມເຕັກໂນໂລຊີໃໝ່ເພື່ອຍົກສູງຄຸນນະພາບການບໍລິການສ່ອງແສງ, ການບໍລິການຕົວເມືອງອັດສະລິຍະແລະພິເສດອັບເດດ Hue – S ຢ່າງເປັນປະຈຳເພື່ອຕອບສະໜອງທາງດ້ານເຕັກໂນໂລຊີໃໝ່ຢ່າງທັນການ”.

  ໂດຍແມ່ນ ໂປຣແກມ ນຳໃຊ້ໃນລະບົບໂທລະສັບມືຖື ຖືກສ້າງຂຶ້ນຕາມທິດທັນສະໄໝ, Hue – S ຖືກນຳເຂົ້າເຄື່ອນໄຫວທົດລອງນັບແຕ່ເດືອນມິຖຸນາປີ 2018 ແລະໄດ້ເຄື່ອນໄຫວຢ່າງເປັນທາງການໃນເດືອນ ພຶດສະພາປີ 2019.Hue – S ໄດ້ສ້າງຊ່ອງເຊື່ອມຕໍ່ຢ່າງເປັນເອກະພາບລະຫວ່າງລັດ, ວິສາຫະກິດແລະປະຊາຊົນດ້ວຍການບໍລິການຕົວເມືອງອັດສະລີຍະນັບສິບຢ່າງ. ພາຍຫຼັງ 4 ປີທີ່ໄດ້ເຂົ້າສູ່ການເຄື່ອນໄຫວ, ມາຮອດປະຈຸບັນ, ເຫ້ວ - S ໄດ້ດຶງດູດການດາວໂຫຼດຫຼາຍກ່ວາ 900.000 ເທື່ອ, ກາຍເປັນໂປຣແກມດີຈີຕອນທີ່ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນຢູ່ແຂວງ ເທື່ອທຽນເຫ້ວ.

     ແຂວງເທື່ອທຽນເຫ້ວໄດ້ວາງເປົ້າໝາຍ ຮອດປີ 2025, 50% ຈຳນວນຜູ້ໃຊ້ອຸປະກອນມືຖືຈະມີການເຂົ້າເຖິງການບໍລິການອຳນາດການປົກຄອງດີຈີຕອນ, ການບໍລິການອັດສະລີຍະ ແລະ ການຕິດຕໍ່ສື່ສານໃນສະພາບແວດລ້ອມເຄືອຂ່າຍອິນເຕີເນັດ. ເພື່ອບັນລຸເປົ້າໝາຍນັ້ນ, Hue – S ແມ່ນເຄື່ອງມື ທີ່ສາມາດຮັບໃຊ້ປະຊາຊົນຢ່າງໄດ້ການໄດ້ງານ.

ຕອບກັບ

ຂ່າວ/ບົດ​ອື່ນ