ການ​ຫັນ​ເປັນຫໍ​ພິ​ພິ​ທະ​ພັນ​ດີ​ຈີ​ຕອນ ຢູ່ ຫວຽດ​ນາມ ແມ່ນ​ທ່າ​ອ່ຽງ​ທີ່​ຈຳ​ເປັນໃນການຮັບ​ໃຊ້​ເປົ້າ​ໝາຍ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ

(VOVWORLD) - ການຫັນເປັນຫໍພິພິທະພັນດີຈີຕອນ ແມ່ນທ່າອ່ຽງທີ່ຈຳເປັນຂອງບັນດາຫໍພິພິທະພັນໃນໂລກໃນສະພາບການທຸກຢ່າງລ້ວນແຕ່ພວມໄດ້ດຳເນີນໃນພື້ນທີ່ອອນໄລ. ການເຫັນເປັນດີຈີຕອນ ກໍແມ່ນວິທີເພື່ອຮັກສາ ແລະ ວາງສະແດງວັດຖຸພັນທີ່ດີໄວ້ໃຫ້ອະນາຄົດ. ຢູ່ ຫວຽດນາມ, ບັນດາຫໍພິພິທະພັນກໍພວມດຳເນີນວິວັດທະນາການຫັນເປັນດີຈີຕອນຢ່າງແຮງ ແລະ ແມ່ນທ່າອ່ຽງທີ່ຈຳເປັນ.

iMuseum ແມ່ນແອັບຟຣີເຄຊັນ (ແອັບ) ທີ່ຫໍພິພິທະພັນ ວິຈິດສິນ ຫວຽດນາມ ໄດ້ຜັນຂະຫຍາຍ ເພື່ອຊ່ວຍໃຫ້ຜູ້ຊົມມີການສຳຜັດທີ່ຈັບອົກຈັບໃຈເມື່ອເຂົ້າມາຊົມຫໍພິພິທະພັນ.

ການ​ຫັນ​ເປັນຫໍ​ພິ​ພິ​ທະ​ພັນ​ດີ​ຈີ​ຕອນ ຢູ່ ຫວຽດ​ນາມ  ແມ່ນ​ທ່າ​ອ່ຽງ​ທີ່​ຈຳ​ເປັນໃນການຮັບ​ໃຊ້​ເປົ້າ​ໝາຍ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ - ảnh 1ການຄົ້ນຫາຫໍພິພິທະພັນປະຫວັດສາດແຫ່ງຊາດແບບທາງໄກ (ພາບ: VOV)

ດ້ວຍຈຳນວນເງິນ 50.000 ດົ່ງ (2 USD ປາຍ) ສາມາດເຂົ້າຊົມໃນເວລາ 8 ຊົ່ວໂມງ, ແຂກທ່ອງທ່ຽວພຽງແຕ່ເປີດ ແອັບ iMuseum, ສະແກນລະຫັດ QR code ຂອງວັດຖຸພັນທີ່ໄດ້ວາງສະແດງໃນຫໍພິພິທະພັນ, ບັນດາຂໍ້ມູນກ່ຽວກັບວັດຖຸພັນກໍຈະປະກົດຂຶ້ນ ດ້ວຍທັງຮູບແບບເປັນຕົວໜັງສື ແລະ ເປັນສຽງເວົ້າ.   ເປັນອັນວ່າ ບໍ່ຕ້ອງການມີຜູ້ນຳທ່ຽວ, ຜູ້ບັນຍາຍ, ແຂກທ່ອງທ່ຽວກໍສາມາດເຂົ້າຢ້ຽມຊົມດ້ວຍຕົນເອງ, ເປັນເຈົ້າການໃນການໄປຄົ້ນຫາຂອງຕົນ. ອ້າຍ ເຈິ່ນດັງຄວາ, ຜູ້ກຳລັງຮຽນຕໍ່ປະລິນຍາເອກຢູ່ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ແບ່ງປັນວ່າ:

ຂ້າພະເຈົ້າເຫັນວ່າ ສິ່ງທີ່ສະດວກທີ່ສຸດເມື່ອທຽບໃສ່ຊຸມປີກ່ອນແມ່ນ ເມື່ອພວກເຮົານຳໃຊ້ ແອັບ iMuseum, ພວກເຮົາສາມາດຄົ້ນຫາຂໍ້ມູນຂອງແຕ່ລະວັດຖຸພັນໄດ້ຢ່າງລະອຽດ, ເຊິ່ງເມື່ອກ່ອນນີ້ ພວກເຮົາຕ້ອງເສຍເວລາໄປຊອກຫາ, ໄປຊື້ເອກະສານ, ປຶ້ມໜາໆ ແລະ ສັບສົນຫຼາຍ ຈຶ່ງມີຂໍ້ມູນຄົບຖ້ວນໄດ້ຄືແນວນີ້”.

ບໍ່ພຽງແຕ່ພັດທະນາແອັບດ້ວຍຫຼາຍຮູບຫຼາຍແບບ (ພາກສຽງ, ຕົວໜັງສື, ຮູບຖ່າຍທີ່ມີຄຸນນະພາບສູງ) ເທົ່ານັ້ນ, ຫາກຍັງຊ່ວຍໃຫ້ຜູ້ນຳໃຊ້ສາມາດເຂົ້າຢ້ຽມຊົມແບບທາງໄກໃນອຸປະກອນລະບົບສະມາດອີກດ້ວຍ, ພ້ອມກັນນັ້ນ ຫໍພິພິທະພັນວິຈິດສິນ ຫວຽດນາມ ກໍຍັງຍົກລະດັບເວັບໄຊ vnfam.vn ຕາມທິດຫັນເປັນດີຈີຕອນ, ເພີ່ມທະວີລັກສະນະເຊື່ອມຕໍ່ກັບປະຊາຄົມ. ຫຼາຍຂໍ້ມູນກ່ຽວກັບວັດຖຸພັນໄດ້ປະກົດ, ບັນດາເຂດວາງສະແດງ 3D ຫຼື 3D tour ຂອງຫໍພິພິທະພັນໄດ້ຊ່ວຍໃຫ້ຜູ້ຊົມທີ່ມາຈາກຫຼາຍບ່ອນໃນໂລກສາມາດສຳຜັດກັບຫໍພິພິທະພັນແຫ່ງນີ້ໄດ້ຢ່າງງ່າຍດາຍ. ທ່ານ ຫງວຽນແອັງມິງ, ຜູ້ອຳນວຍການຫໍພິພິທະພັນວິຈິດສິນ ຫວຽດນາມ, ໃຫ້ຮູ້ວ່າ:

ນີ້ແມ່ນໂປຼແກຼມ multimedia, ສາມາດເບິ່ງທັງຮູບພາບ, ທັງໄດ້ຮັບຟັງແລະ ຮັບຊົມຜົນງານຕ່າງໆດ້ວຍຄຸນນະພາບສູງ. ອາດເວົ້າໄດ້ວ່າ ມີຫຼາຍວິທີສຳຜັດກັບວັດຖຸພັນຢູ່ຫໍພິພິທະພັນວິຈິດສິນ ຫວຽດນາມ. ດ້ວຍ 8 ພາສາຕ່າງປະເທດ, ແຂກທ່ອງທ່ຽວຂອງຫຼາຍປະເທດໃນໂລກລ້ວນແຕ່ສາມາດສຳຜັດກັບຜົນງານຕ່າງໆຂອງຫໍພິພິທະພັນດ້ວຍພາສາຂອງປະເທດຕົນ”.

ບໍ່ພຽງແຕ່ຢູ່ຫໍພິພິທະພັນວິຈິດສິນ ຫວຽດນາມ ເທົ່ານັ້ນ, ຫໍພິພິທະພັນອີກຈຳນວນ 1 ຢູ່ ຫວຽດນາມ ກໍໄດ້ສ້າງຕັ້ງບັນດາລາຍການຢ້ຽມຊົມ 3D ໃນເວັບໄຊ, ວາງສະແດງແບບທາງໄກຕາມຫົວຂໍ້ຕ່າງໆ, ຫຼືໝູນໃຊ້ເຕັກໂນໂລຢີພາກດ້ວຍສຽງ ເພື່ອແນະນຳວັດຖຸພັນ. ທ່ານນາງ ຫວູທິຕວຽດງາ, ຮອງຜູ້ອຳນວຍການຮັບຜິດຊອບຫໍພິພິທະພັນ ໄຊຊະນະປະຫວັດສາດ ດ້ຽນບຽນຝູ, ໃຫ້ຮູ້ວ່າ: ທາງຫໍພິພິທະພັນກໍພວມຜັນຂະຫຍາຍສ້າງແຜນຮ່າງຫັນຫໍພິພິທະພັນເປັນດີຈີຕອນ, ທັນສະໄໝ, ໂຄສະນາບັນດາຄຸນຄ່າປະຫວັດສາດຂອງຫໍພິພິທະພັນ ກັບບັນດາແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

ພິພິທະພັນໄຊຊະນະດ້ຽນບຽນຝູ ແມ່ນບ່ອນເກັບຮັກສາ, ວາງສະແດງເອກະສານ, ວັດຖຸພັນ, ແນະນຳໄຊຊະນະບັ້ນຕໍ່ສູ້ທີ່ດັງກ້ອງກັງວານໄປທົ່ວ 5 ທະວີບ ແລະ ສັ່ນສະເທືອນໄປທົ່ວໂລກນີ້ ແມ່ນໄດ້ຮັບຄວາມເອົາໃຈໃສ່ລົງທຶນເປັນພິເສດ ບໍ່ວ່າພື້ນຖານທາງດ້ານວັດຖຸຕະຫຼອດຮອດການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ. ສິ່ງດັ່ງກ່າວໄດ່ວຍໃຫ້ການອະນຸລັກຮັກສາ, ການແນະນຳ, ໂຄສະນາບັນດາຄຸນຄ່າວັດທະນະທຳຂອງໄຊຊະນະບັ້ນຮົບດ້ຽນບຽນຝູພໍ່ແມ່ປະຊາຊົນທັງຢູ່ພາຍໃນປະເທດ ກໍຄືແຂກທ່ອງທ່ຽວສາກົນກໍລ້ວນແຕ່ໄດ້ຮັບຄວາມເອົາໃຈໃສເປັນພິເສດເຊັ່ນດຽວກັນ”.

ການ​ຫັນ​ເປັນຫໍ​ພິ​ພິ​ທະ​ພັນ​ດີ​ຈີ​ຕອນ ຢູ່ ຫວຽດ​ນາມ  ແມ່ນ​ທ່າ​ອ່ຽງ​ທີ່​ຈຳ​ເປັນໃນການຮັບ​ໃຊ້​ເປົ້າ​ໝາຍ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ - ảnh 2ບັນຍາກາດຢູ່ພາຍໃນຫໍພິພິທະພັນວິສະວະກອນ ຫວຽດນາມ (ພາບ: VOV)

ຢູ່ຫໍພິພິທະພັນ ກວາງນິງ, ເຊິ່ງເປັນໜຶ່ງໃນບັນດາຫໍພິພິທະພັນທີ່ຕ້ອນຮັບແຂກເຂົ້າຢ້ຽມຊົມຫຼາຍຄົນແວ່ຢາມ ເມື່ອມາຢາມນະຄອນ ຮະລອງ ຍ້ອນມີຫຼາຍລາຍການຢ້ຽມຊົມ 3 D ທີ່ຈັບໃຈ. ທ່ານ ຫງວຽນສີງອກ, ຫົວໜ້າຫ້ອງການເຕັກໂນໂລຢີ, ຂໍ້ມູນຂ່າວສານ ຫໍພິພິທະພັນ ກວ໋າງນິງ, ຢັ້ງຢືນວ່າ:

ທຸກເຂດວາງສະແດງຂອງຫໍພິພິທະພັນ ກວ໋າງນິງ ລ້ວນແຕ່ໄດ້ຫັນເປັນດີຈີຕອນ ພາຍໃຕ້ຮູບແບບ 3D ໃນເວັບໄຊ. ຖ້າຫາວ່າ ແຂກທ່ອທ່ຽວບໍ່ສາມາດເຂົ້າໄປຢ້ຽມຊົມຫໍພິພິທະພັນໄດ້ ກໍສາມາດຊອກຮູ້ຜ່ານ 3D Tour ໄດ້. ພວກຂ້າພະເຈົ້າກໍປາດຖະໜາວ່າ ຈະສືບຕໍ່ມີບັນດາໂຄງການລົງທຶນກ່ຽວກັບຫໍພິພິທະພັນອັດສະລິຍະຕື່ມອີກ”.

ປັດຈຸບັນ, ໃນທົ່ວປະເທດ ຫວຽດນາມ ມີຫໍພິພິທະພັນປະມານ 200 ແຫ່ງ ນັບທັງຂອງລັດ ແລະ ເອກະຊົນ, ພວມຄ່ອຍໆໄປທັນກັບທ່າອ່ຽງຫັນເປັນດີຈີຕອນໃນວຽກງານຄຸ້ມຄອງ, ໂຄສະນາຂໍ້ມູນຂ່າວສານ. ເລື່ອງຫັນເປັນດີຈີຕອນ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນວຽກງານຫໍພິພິທະພັນນັ້ນ ໄດ້ນຳມາເຊິ່ງປະສິດທິຜົນຢ່າງເຫັນໄດ້ຊັດ. ຕາມຕົວເລກທີ່ຫໍພິພິທະພັນວິຈິດສິນ ຫວຽດນາມ ສະໜອງມາໄດ້ສະແດງໃຫ້ເຫັນວ່າ ໃນເວລາພຽງແຕ່ 3 ເດືອນທີ່ນຳແອັບ iMuseum ເຂົ້າເຄື່ອນໄຫວໃນໄລຍະຕົ້ນຂອງການເກີດໂລກລະບາດໂຄວິດ - 19, ປະລິມານແຂກຢ້ຽມຊົມຫໍພິພິທະພັນແບບທາງໄກ ບັນລຸເກືອບ 8.000 ເທື່ອຄົນ, ເທົ່າກັບຈຳນວນແຂກທີ່ມາຢ້ຽມຢາມໂດຍກົງຂອງທັງປີ ເມື່ອຄາວທີ່ຍັງບໍ່ທັນມີໂລກລະບາດ. ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນວ່າ ເຕັກໂນໂລຢີດີຈີຕອນ ສາມາດເພີ່ມລັກສະນະເຊື່ອມຕໍ່ກັບປະຊາຄົມ, ດຶງດູດແຂກທ່ອງທ່ຽວ, ພິເສດແມ່ນເພື່ອນມິດສາກົນມາຢາມຫໍພິພິທະພັນແຫ່ງຕ່າງ, ຜ່ານນັ້ນ ກໍມີຄວາມເຂົ້າໃຈກ່ຽວກັບປະຫວັດສາດ, ວັດທະນະທຳ, ປະເທດຊາດ, ປະຊາຊົນ ຫວຽດນາມ ຕື່ມອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ