ຄວາມເຊື່​ອ​ໝັ້ນ​ຕໍ່​ອະ​ນາ​ຄົດ​ຂອງ​ເຕັກ​ໂນ​ໂລ​ຢີ “Make in Vietnam”

(VOVWORLD) - ປັດຈຸບັນ, ກະແສຟອງຫັນເປັນດີຈີຕອນຢູ່ ຫວຽດນາມ ພວມດຳເນີນຢ່າງແຮງດ້ວຍລະດັບໄວທີ່ສຸດ. ມີວິສາຫະກິດເຕັກໂນໂລຢີດີຈີຕອນປະມານ 70.000 ແຫ່ງຈົດທະບຽນດຳເນີນທຸລະກິດ, ໃນນັ້ນ ມີວິສາຫະກິດຫຼາຍແຫ່ງໄດ້ຂຸດຄົ້ນ ແລະ ເຄື່ອນໄຫວຢູ່ຕະຫຼາດຕ່າງປະເທດ, ມີຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam ຫຼາຍຢ່າງ ສາມາດຢັ້ງຢືນໄດ້ຈຸດຢືນຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ, ຫວຽດນາມ ພວມມີຄວາມໝັ້ນໃຈທີ່ອາດສາມາດເປັນເຈົ້າຂອງບັນດາເຕັກໂນໂລຢີທີ່ທັນສະໄໝ, ປະຕິບັດເປົ້າໝາຍກາຍເປັນປະເທດດີຈີຕອນໃນປີ 2045 ໂດຍໄວ.

 

  ບັນດາແບບຢ່າງວິສາຫະກິດເຕັກໂນໂລຢີດີຈີຕອນທີ່ປະສົບຜົນສຳເລັດ ດ້ວຍບັນດາຜະລິດຕະພັນ “Make in Vietnam” ມີ: Viettel ດ້ວຍອຸປະກອນກະຈາຍອິນເຕີເນັດ 5G ຢູ່ຕະຫຼາດຕ່າງປະເທດ ບັນລຸໄດ້ລາຍຮັບກວ່າ 3 ຕື້ USD; VinGroup ປະດິດລົດໂອໂຕສົ່ງອອກໄປຍັງ ອາເມລິກາ; FPT ດ້ວຍການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນ ຮັບໃຊ້ບັນດາປະເທດພັດທະນາ ເປັນຕົ້ນແມ່ນ ຍີ່ປຸ່ນ, ອາເມລິກາ ແລະ ມີລາຍຮັບຫຼາຍກວ່າ 1 ຕື້ USD; Zalo - ເຊິ່ງເປັນແອັບຟຼີເຄຊັນສື່ສັງຄົມອອນໄລຂອງ ຫວຽດນາມ ມີຈຳນວນຜູ້ນໍາໃຊ້ກວ່າ Facebook ຢູ່ ຫວຽດນາມ. ບັນດາວິສາຫະກິດນີ້  ໄດ້ ແລະ ກຳລັງສ້າງແຫຼ່ງບັນດານໃຈ, ສ້າງຄວາມເຊື່ອໝັ້ນຕໍ່ອະນາຄົດຂອງເຕັກໂນໂລຢີ “Make in Vietnam”.
ຄວາມເຊື່​ອ​ໝັ້ນ​ຕໍ່​ອະ​ນາ​ຄົດ​ຂອງ​ເຕັກ​ໂນ​ໂລ​ຢີ “Make in Vietnam” - ảnh 1Zalo - ແອັບຟຼີເຄຊັນສື່ສັງຄົມອອນໄລຂອງ ຫວຽດນາມ ມີຈຳນວນຜູ້ນໍາໃຊ້ກວ່າ Facebook ຢູ່ ຫວຽດນາມ (ພາບ: Zalo)
ການທີ່ບັນລຸໄດ້ໝາກຜົນໃນເບື້ອງຕົ້ນນີ້ແມ່ນຍ້ອນໃນໄລຍະຜ່ານມາ, ລັດຖະບານ ຫວຽດນາມ ຍາມໃດກໍວາງອອກຍຸດທະສາດທີ່ຈະແຈ້ງ, ຖືວິສາຫະກິດເຕັກໂນໂລຢີດີຈີຕອນເປັນໃຈກາງ, ຖືຄຸນນະພາບ ແລະ ເຄື່ອງໝາຍການຄ້າ “Make in Vietnam” ເປັນພື້ນຖານ, ຊັບພະຍາກອນມະນຸດທີ່ມີກຳລັງບົ່ມຊ້ອນເປັນແກ່ນສານ. ລັດຖະບານ ໄດ້ປະກາດໃຊ້ບັນດານະໂຍບາຍກ່ຽວກັບການປະຕິວັດອຸດສາຫະກຳ 4.0, ກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຢີດີຈີຕອນ; ສ້າງແຜນຮ່າງຫັນເປັນດີຈີຕອນແຫ່ງຊາດ ມຸ່ງໄປເຖິງພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ລັດຖະບານເອເລັກໂຕນິກ, ເປີດໂອກາດອັນໃຫຍ່ຫຼວງໃຫ້ແກ່ ຫວຽດນາມ ພັດທະນາຢ່າງກະໂດດຂັ້ນ. ຕາງໜ້າບໍລິສັດ FPT, ທ່ານ ຟານຮົ່ງເຕີມ, ຜູ້ອຳນວຍການຮັບຜິດຊອບເຕັກໂນໂລຢີ Cloud, FPT smart Cloud ຢັ້ງຢືນວ່າ:

“Cloud ແມ່ນໂຄງສ້າງພື້ນຖາດີຈີຕອນ, ເປັນ platform ພື້ນຖານເພື່ອຊຸກຍູ້ການຫັນເປັນດີຈີຕອນ, ສວມບົດບາດສຳຄັນໃຫ້ແກ່ການຊຸກຍູ້ພື້ນຖານເສດຖະກິດດີຕອນ. ດັ່ງນັ້ນ, ນະໂຍບາຍຂອງລັດ ທີ່ໜູຊ່ວຍວິສາຫະກິດ ຫວຽດນາມ ໄດ້ສະໜອງການບໍລິການດີກວ່ານັ້ນ, ແມ່ນທ່າໄດ້ຽບທີ່ໃຫຍ່ຫຼວງທີສຸດສຳລັບວິສາຫະກິດພວກຂ້າພະເຈົ້າ”.

ໄລຍະຜ່ານມາ, ລັດໜ້າທ່າອ່ຽງເຕັກໂນໂລຢີໃໝ່ຄື block – chain, Hyper – automation ໄດ້ຊ່ວຍໃຫ້ບັນດາຜະລິດຕະພັນເຕັກໂນໂລຢີ ຫວຽດ ຄ່ອຍໆສ້າງຄວາມປະທັບໃຈໃນຕະຫຼາດສາກົນ. ເຖິງຢ່າງໃດກໍຕາມ, ການແກ້ງແຍ້ງໃນຂົງເຂດເຕັກໂນໂລຢີນັບມື້ນັບສູງ, ຮຽກຮ້ອງໃຫ້ບັນດາວິສາຫະກິດຕ້ອງຍົກສູງຄຸນນະພາບຜະລິດຕະພັນ, ຄຸນນະພາບການບໍລິການ, ຄວາມສາມາດໃນການປະດິດສ້າງ, ຄວາມສາມາດໃນການອອກແບບເຕັກໂນໂລຢີສູງ, ສືບຕໍ່ຄົ້ນຄວ້າ, ພັດທະນາເຕັກໂນໂລຢີດີຈີຕອນໃໝ່, ອັບເດດທ່າອ່ຽງໂລກຢ່າງວ່ອງໄວ. ທ່ານ ຟານຮົ່ງເຕິມ ຖືວ່າ:

ບັນດາຜູ້ສະໜອງການບໍລິການໃຫຍ່ໃນໂລກ ໄດ້ໄປກ່ອນ ຫວຽດນາມ ເປັນຫຼາຍປີ ແລະ ເຂົາເຈົ້າກວມເອົຕະຫຼາດ ກໍຄືການໂຄສະນາສື່ສານ. ການສ້າງພື້ນຖານ Make in Vietnam ຽກຮ້ອງໃຫ້ຕ້ອງມີຄວາມານະພະຍາຍາມ ແລະ ຄວາມຕັດສິນໃຈໃນການເປັນເຈົ້າຂອງເຕັກໂນໂລຢີ. ວິສາຫະກິດພວກຂ້າພະເຈົ້າ ຍາມໃດກໍກຳນົດວ່າ ຕ້ອງສ້າງຖັນແຖວທີ່ມີຄຸນນະພາບດີຢ່າງພຽງພໍ, ມີຍຸດທະສາດພັດທະນາຍາວນານ, ເພື່ອມີກຳລັງແກ້ງແຍ້ງຢ່າງພຽງພໍ”.

ໄລ່ຮອດປັດຈຸບັນ, ພາຍຫຼັງ 4 ປີ ທີ່ສານ “Make in Vietnam” ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ຍົກອອກມາ, ຂະແໜງອຸດສາຫະກຳເຕັກໂນໂລຢີດີຈີຕອນ ສືບຕໍ່ແມ່ນຈຸດເດັ່ນຂອງພື້ນຖານເສດຖະກິດ ຫວຽດນາມ, ດ້ວຍລາຍຮັບຂອງປີຖັດໄປເຕີບໂຕດີກວ່າປີກ່ອນ.  ພິເສດ, ການສົ່ງອອກຂອງຂະແໜງເຕັກໂນໂລຢີດີຈີຕອນ ຫວຽດນາມ ປີ 2022 ຄາດວ່າບັນລຸ 136 ຕື້ USD.

ຄວາມເຊື່​ອ​ໝັ້ນ​ຕໍ່​ອະ​ນາ​ຄົດ​ຂອງ​ເຕັກ​ໂນ​ໂລ​ຢີ “Make in Vietnam” - ảnh 2ທ່ານ ຟ້າມດຶກລອງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ (ພາບ:  VOV)

ບັນດາອົງການຄຸ້ມຄອງກໍໄດ້ວາງອອກນະໂຍບາຍຢ່າງລຽນຕິດ ເພື່ອຊຸກຍູ້ບັນດາຜະລິດຕະພັນ “Make in Vietnam” ກໍຄືບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ໃຫ້ພັດທະນາ. ທ່ານ ຟ້າມດຶກລອງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໃຫ້ຮູ້ວ່າ:

ໄລຍະຜ່ານມາ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ໄດ້ປຸກລະດົມບັ້ນເຄື່ອນໄຫວໜູນຊ່ວຍວິສາຫະກິດເຕັກໂນໂລຢີດີຈີຕອນ ອອກໄປຕະຫຼາດຕ່າງປະເທດ. ພວກຂ້າພະເຈົ້າໄດ້ຮ່ວມສໍພັນກັບບັນດາກຸ່ມ, ໜ່ວຍງານໃຫ້ຄຳປຶກສາ ໜູນຊ່ວຍກ່ຽວກັບນະໂຍບາຍ, ໃຫ້ຄຳປຶກສາກ່ຽວກັບກົດໝາຍ, ໃຫ້ຄຳປຶກສາກ່ຽວກັບບັນດາຜະລິດຕະພັນທີ່ໄດ້ສົ່ງອອກໄປຍັງຕະຫຼາດຕ່າງປະເທດ. ນອກຈາກນັ້ນ, ພວກຂ້າພະເຈົ້າກໍສົ່ງເສີມໃຫ້ບັນດາວິສາຫະກິດໃຫຍ່, ວິສາຫະກິດທີ່ໄປກ່ອນ, ໄດ້ລົງທຶນສຳເລັດຜົນຢູ່ຕ່າງປະເທດແລ້ວນັ້ນ ໜູນຊ່ວຍບັນດາວິສາຫະກິດຂະໜາດນ້ອຍໃຫ້ມີຄວາມໝັ້ນໃຈບືນຕົວອອກສູ່ໂລກ”.

ຍຸດທະສາດແຫ່ງຊາດ “Make in Vietnam” ໄດ້ກຳເນີດ ແລະ ພວມໄດ້ຮັບການຜັນຂະຫຍາຍຢ່າງແຮງ. ອະນາຄົດຂອງຂະແໜງເຕັກໂນໂລໂຢດີຈີຕອນ ຫວຽດນາມ ພວມເປີດກວ້າງດ້ວຍຄວາມຕັດສິນຢ່າງແຮງໃນການແຜ່ຂະຫຍາຍຈາກລັດຖະບານ ເຖິງບັນດາກະຊວງ, ຂະແໜງການ ມາສູ່ວິສາຫະກິດແຕ່ລະແຫ່ງ ແລະ ປະຊາຊົນແຕ່ລະຄົນ. ຍ້ອນວ່າ, ຫວຽດນາມ ໄດ້ຮັບຮູ້ຢ່າງຈະແຈ້ງວ່າ ເມື່ອປະຊາຊົນ ຫວຽດນາມ ເປັນເຈົ້າຂອງເຕັກໂນໂລຢີທັນສະໄໝຢ່າງແທ້ຈິງ ເວລານັ້ນຈຶ່ງສາມາດເປັນເຈົ້າການສ້າງອະນາຄົດຂອງຕົນໄດ້. ນັ້ນແມ່ນເປົ້າໝາຍໃຫຍ່ຂອງຍຸດທະສາດ “Make in Vietnam”, ພັດທະນາວິສາຫະກິດເຕັກໂນໂລຢີ ຫວຽດນາມ, ຍູ້ແຮງການຫັນເປັນດີຈີຕອນແຫ່ງຊາດ, ນຳ ຫວຽດນາມ ຫຼຸດພົ້ນອອກຈາກສະພາບລາຍຮັບປານກາງ ແລະ ກາຍເປັນປະເທດພັດທະນາໃນປີ 2045./.

ຕອບກັບ

ຂ່າວ/ບົດ​ອື່ນ