ດອກໄຟ LED 4.0 ແລະ ຄາດຫວັງ Make in Vietnam ຂອງເຄື່ອງໝາຍຣ້າງດົງ

(VOVWORLD) -ດ້ວຍຄວາມຕັດສິນໃຈປະຕິບັດຄວາມຄາດຫວັງMake in Vietnam, ໃນຊຸມປີທີ່ຜ່ານມາ ບໍລິສັດຮຸ້ນສ່ວນດອກໄຟກະຕິກນ້ຳຣ້າງດົງ(ບໍລິສັດຣ້າງດົງ)ໄດ້ສະຫງວນບັນດາແຫຼ່ງກຳລັງອັນໃຫຍ່ຫຼວງໃຫ້ແກ່ການລົງທຶນໃນຂົງເຂດວິທະຍາສາດ, ຄົ້ນຄວ້າ ແລະ ຂະຫຍາຍຜະລິດຕະພັນໃໝ່. ໃນນັ້ນລະບົບດອກໄຟ LED 4.0 ໄດ້ຮັບການຜະລິດ. ນີ້ແມ່ນສ່ວນໜຶ່ງທີ່ສຳຄັນໃນມາດຕະການແກ້ໄຂລະບົບແສງສະຫວ່າງ G-S-HCL ຂອງບໍລິສັດເຊິ່ງໄດ້ຮັບການຕີລາຄາຢ່າງດີເດັ່ນແລະຖືກຈັດອັນດັບຫ້າດາວໃນລາຍການ “ວິທີການແກ້ໄຂໃຫ້ຕຶກອາຄານອັດສະລິຍະ”ແລະໄດ້ຮັບລາງວັນນະຄອນອັດສະລິຍະ ຫວຽດນາມ 2020. (Vietnam Smart City Award).
ດອກໄຟ LED 4.0 ແລະ ຄາດຫວັງ Make in Vietnam  ຂອງເຄື່ອງໝາຍຣ້າງດົງ - ảnh 1ລະບົບຜະລິດດອກໄຟ LED 4.0 ຂອງບໍລິສັດຣ້າງດົງ
 
  ລະບົບດອກໄຟ LED 4.0 ແມ່ນເຕັກໂນໂລຊີທີ່ທັນສະໄໝເຊິ່ງແມ່ນຜົນງານຂອງສາມຂະແໜງວິທະຍາສາດນັ້ນແມ່ນເຕັກໂນໂລຊີວັດສະດຸຂອງຂະແໜງຟີຊິກ, ເຕັກໂນໂລຊີຊີວະແລະເຕັກໂນໂລຊີຂໍ້ມູນຂ່າວສານ. ກົນໄກເຄື່ອນໄຫວຂອງລະບົບສິ່ງແວດລອ້ມແສງສະຫວ່າງLED 4.0ແມ່ນອີງໃສ່ລະບົບສຳຜັດເພື່ອເປີດລະບອບສົ່ງແສງສະຫວ່າງທີ່ແທດເໝາະຫຼືເປີດບັນດາດອກໄຟ, ກຸ່ມດອກໄຟຢູ່ຕາມບໍລິເວນຕ້ອງການແສງສະຫວ່າງ ຕາມລະບອບຕິດຕັ້ງມາແລ້ວ. ຈຸດດີທີ່ພົ້ນເດັ່ນຂອງມາດຕະການແກ້ໄຂນີ້ ແມ່ນສາມາດເຄື່ອນໄຫວແບບອັນຕະໂນມັດຢ່າງສູງແລະເປັນຕົ້ນແມ່ນສາມາດປະຢັດພະລັງງານໄຟຟ້າ. ທ່ານຫງວຽນຮວ່າງກຽນ ຜູ້ຮັບຜິດຊອບໂຮງຈັກ LED  ແລະ ເອເລັກໂຕນິກ - ບໍລິສັດຣ້າງດົງອະທິບາຍວ່າ:

    “ສຳລັບດອກໄຟມົນ 100 ວັດ ກໍ່ສາມາດສ້າງໃຫ້ມີປະມານ 1.200 ລູແມນ.ແຕ່ຖ້າຫາກແມ່ນດອກໄຟກອມປັກ, ເພື່ອສ້າງໃຫ້ມີ 1.200 ລູແມນນັ້ນ ກໍ່ຕ້ອງການໃຫ້ມີດອກໄຟ 20 ວັດເທົ່ານັ້ນ.ສ່ວນສຳລັບດອກໄຟ LED ກໍ່ຕ້ອງການດອກໄຟແຕ່ 8 ຫາ 9 ວັດເທົ່ານັ້ນໝາຍຄວາມວ່າສາມາດປະຢັດພະລັງງານໄຟຟ້າໄດ້ຫຼາຍທີ່ສຸດ”.

    ລະບົບສິ່ງແວດລ້ອມແສງສະຫວ່າງ LED 4.0 ລວມມີ 5 ໝວດຜະລິດຕະພັນຫຼັກຂອງ ຣ້າງດົງ ນັ້ນແມ່ນພາຫະນະອຸປະກອນເອເລັກໂຕນິກ; ລະບົບແລະມາດຕະການສົ່ງແສງສະຫວ່າງຂຽວ - ອັດສະລິຍະ - ເພື່ອສຸຂະພາບຂອງມະນຸດ;ລະບົບແລະ ມາດຕະການແກ້ໄຂແສງສະຫວ່າງໃຫ້ແກ່ຂົງເຂດກະສິກຳເຕັກໂນໂລຊີສູງ; ຜະລິດຕະພັນ  LED  ຄຸນນະພາບສູງສາມາດສ້າງແສງສະຫວ່າງປຽບເໝືອນແສງສະຫວ່າງທຳມະຊາດຮັບໃຊ້ການສົ່ງອອກໃຫ້ແກ່ບັນດາປະເທດພັດທະນາ;  ດອກໄຟ LED 4.0 ທຳມະດາທົດແທນໃຫ້ແກ່ບັນດາຜະລິດຕະພັນດອກໄຟທີ່ເຄີຍນຳໃຊ້ມາແຕ່ດົນນານ.  5 ໝວດຜະລິດຕະພັນນີ້ ໄດ້ຖືກປະສົມເຂົ້າກັນເປັນພື້ນຖານສັບພະສິ່ງເຊື່ອມຕໍ່ຂອງຣ້າງດົງແລະນຳໃຊ້ເຂົ້າໃນບັນດາກິດຈະກຳໄຟເຍືອງທາງຕາມແຕ່ລະຈຸດປະສົງ. ທ່ານຫງວຽນດວ່ານເກັດ ຮອງປະທານສະພາບໍລິຫານງານ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຣ້າງດົງຢືນຢັນວ່າລະບົບດອກໄຟ LED 4.0 ເປັນຂີດໝາຍບາດກ້າວຫັນປ່ຽນຂອງຣ້າງດົງໄປສູ່ເຕັກໂນໂລຊີທີສີ່ ຂອງລະບົບໄຟເຍືອງທາງ. ທ່ານຫງວຽນດວ່ານເກັດໃຫ້ຮູ້ວ່າ:

  “ນີ້ແມ່ນບັນດາຜະລິດຕະພັນທີ່ນຳໃຊ້ບັນດາເຕັກໂນໂລຊີໃໝ່ຄື Sensor, ເຕັກໂນໂລຊີສັບພະສິ່ງເຊື່ອມຕໍ່ (EOT). ນີ້ແມ່ນບັນດາຜະລິດຕະພັນຍຸດທະສາດ ຜະລິດຕະພັນຫຼັກແຫຼ່ງຂອງບໍລິສັດ. ພວກຂ້າພະເຈົ້າໄດ້ ແລະ ພວມໜູນໃຊ້ເຂົ້າໃນລະບົບດອກໄຟອັດສະລີຍະໃນເຮືອນອັດສະລິຍະ. ນັ້ນກໍ່ແມ່ນພື້ນຖານເພື່ອໜູນໃຊ້ໃນລະບົບໄຟເຍືອງທາງຢູ່ຕາມທ້ອງຖະໜົນອັດສະລິຍະແລະ ນະຄອນອັດສະລິຍະ”.

   ໂດຍສືບຕໍ່ຜົນສຳເລັດຂອງມາດຕະການແກ້ໄຂດ້ວຍລະບົບດອກໄຟ LED 4.0 ແລະ ປະຕິບັດການກຳນົດທິດພັດທະນາບັນດາຜະລິດຕະພັນເຕັກໂນໂລຊີສູງເພື່ອແນໃສ່ຫັນຄວາມຄາດຫວັງ Make in Vietnam ໃຫ້ປາກົດຜົນເປັນຈິງນັ້ນ, ໃນວັນທີ 27 – 28/ເມສາທີ່ຜ່ານມາ, ບໍລິສັດຣ້າງດົງ ໄດ້ຈັດຕັ້ງບັນດາເຫດການແນະນຳລະບົບສິ່ງແວດລ້ອມຜະລິດຕະພັນ 4.0. ໃນນັ້ນ, ແນະນຳບັນດາມາດຕະການຄື : ມາດຕະການ Smart Home ລຸ້ນທີ 2: ມາດຕະການ Smart City ແສງສະຫວ່າງສະຫຼາດໃຊ້ຢູ່ຕາມຖະໜົນຫົນທາງ ແລະ ທິວທັດຕ່າງໆ; ມາດຕະການ Smart Farm ແສງສະຫວ່າງຮັບໃຊ້ກະສິກຳ ເຕັກໂນໂລຊີສູງ, ການກະເສດທີ່ຊັດເຈນ ແລະ ພະລັງງານທົດແທນ.

    ຕີລາຄາກ່ຽວກັບຜົນສຳເລັດຂອງບໍລິສັດຣ້າງດົງດ້ວຍບັນດາຜະລິດຕະພັນ, ມາດຕະການນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າຕາມເປົ້າໝາຍກຳນົດທິດ Make in Vietnam. ທ່ານປອ ຫງວຽນວັນມິງ ຫົວໜ້າສະຖານບັນເສດຖະກິດແລະການຄ້າສາກົນ - ມະຫາວິທະຍາໄລການຄ້າຕ່າງປະເທດຖືວ່າ:

    “ຜົນສຳເລັດດີທີ່ສຸດຂອງບໍລິສັດແມ່ນການນຳບໍລິສັດຣ້າງດົງມີຄວາມສະດຸ້ງໄວທີ່ສຸດແລະມີວິໄສທັດທີ່ຍາວໄກແລະມີການກະກຽມນັບແຕ່ຫົວທີ. ເຂົາເຈົ້າໄດ້ກະກຽມໃຫ້ແກ່ການປ່ຽນແປງນັບແຕ່ເວລາພວມຢູ່ຍອດສູງ. ເຂົາເຈົ້າທັງປັບປຸງຮູບແບບດຳເນີນທຸລະກິດແບບເກົ່າແລະທັງເຮັດໃຫ້ຮູບແບບນີ້ປ່ຽນແປງໃໝ່ ດ້ວຍບັນດາເຄື່ອງມືດີຈີຕອນພ້ອມກັນນັ້ນກໍຜັນຂະຫຍາຍຮູບແບບໃໝ່”.

     ບໍລິສັດຣ້າງດົງວາງຄາດໝາຍເຖິງປີ 2025 ບັນລຸລາຍໄດ້ 17 ພັນຕື້ດົ່ງແລະເຖິງປີ 2030 ກາຍເປັນວິສາຫະກິດມີຍອດທຶນຕື້ໂດລາສະຫະລັດ. ທ່ານຫງວຽນກວນປະທານສະມາຄົມຫັນເປັນອັດຕະໂນມັດຫວຽດນາມຖືວ່າ ນີ້ແມ່ນສິ່ງທີ່ທ້າທາຍແຕ່ກໍ່ສາມາດປະຕິບັດໃຫ້ປາກົດຜົນເປັນຈິງດ້ວຍວິທະຍາສາດການປ່ຽນແປງໃໝ່ປະດິດຄິດສ້າງເປັນຕົ້ນແມ່ນຄວາມຕັດສິນໃຈຫັນຄວາມຄາດຫວັງ Make in Vietnam ຂອງຣ້າງດົງໃຫ້ປາກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ