ຕັດສິນໃຈນຳປະຊາຄົມວິສາຫະກິດດີີຈີຕອນ ຫວຽດນາມ ອອກ​ສູ່​ໂລກ

(VOVWORLD) - ລັດຖະບານ ຫວຽດນາມ ໄດ້ໃຫ້ສັດຕະຍາບັນ “ໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ການກຳນົດທິດຮອດປີ 2030” ໃນນັ້ນໄດ້ເນັ້ນໜັກເຖິງການຫັນເປັນດີຈີຕອນໃນທຸກຂົງເຂດຂອງຊີວິດສັງຄົມ. ເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ, ການຊຸກຍູ້ການຮ່ວມມືກັບບັນດາປະເທດພັດທະນາໃນຂົງເຂດດີຈີຕອນແມ່ນມາດຕະການທີ່ສຳຄັນ. ການໜູນຊ່ວຍໃຫ້ປະຊາຄົມວິສາຫະກິດດີຈີຕອນຂອງ ຫວຽດນາມ ອອກສູ່ໂລກ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມເຊິ່ງກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ພວມສຸມໃສ່ຜັນຂະຫຍາຍ.

ຕັດສິນໃຈນຳປະຊາຄົມວິສາຫະກິດດີີຈີຕອນ ຫວຽດນາມ ອອກ​ສູ່​ໂລກ - ảnh 1ບໍລິສັດ ສະຕາ ໂທລະຄົມ ຈຳກັດ ຢູ່ ລາວ (ພາບ: congthuong.vn)
 

ໃນຊຸມປີມໍ່ໆມານີ້, ວິສາຫະກິດອຸດສາຫະກຳດີຈີຕອນ ຫວຽດນາມ ໄດ້ພັດທະນາຢ່າງວ່ອງໄວກ່ຽວກັບຈຳນວນ ແລະ ກຳລັງແກ້ງແຍ້ງ, ໃນເບື້ອງຕົ້ນໄດ້ສະໜອງບັນດາຜະລິດຕະພັນ, ການບໍລິການ, ມາດຕະການດີຈີຕອນ ໃຫ້ແກ່ກິດຈະກຳແຫ່ງການເພີ່ມຄວາມໄວໃນການຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ ຂອງປະເທດຊາດ, ປະກອບສ່ວນຮັດແຄບໄລຍະຫ່າງດີຈີຕອນໃນທົ່ວໂລກ, ພ້ອມກັບປະຊາຄົມວິສາຫະກິດສາກົນ ຮ່ວມແຮງຮ່ວມໃຈກັນສ້າງໂລກດີຈີຕອນ. ທ່ານ ຟານເຕິມ, ຮອງລັດຖະມົນຕີກະຊວງຖະແຫຼງການ ແລະ ການສື່ສານ ຖືວ່າ:

ພາຍຫຼັງພະຍາດໂຄວິດ - 19 ໄດ້ຮັບການຄວບຄຸມນັ້ນ ຄວາມຕ້ອງການຫັນເປັນດີຈີຕອນພວມເກີດຂຶ້ນໃນທົ່ວໂລກ ແລະ ສ້າງຕະຫຼາດທີ່ໃຫຍ່ໃຫ້ແກ່ບັນດາຜະລິດຕະພັນ ແລະ ການບໍລິການເຕັກໂນໂລຢີດີຈີຕອນ. ແຕ່ໄລຍະຫ່າງດີຈີຕອນ ແລະ ຄວາມສາມາດໃນການນຳໃຊ້ການບໍລິການດີຈີຕອນຂອງປະຊາຊົນຢູ່ຫຼາຍເຂດ, ພິເສດແມ່ນບັນດາປະເທດພວມ ແລະ ດ້ອຍພັດທະນາ, ຍັງແມ່ນສິ່ງທ້າທາຍໃຫຍ່. ນີ້ແມ່ນກາລະໂອກາດໃຫຍ່ໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ເປີດກວ້າງຕະຫຼາດ, ນຳເອົາພູມປັນຍາດ້ານເຕັກໂນໂລຢີຂອງຕົນ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຫັນເປັນດີຈີຕອນ, ຍູ້ໄວວິວັດການກໍ່ສ້າງໂລກແຫ່ງດີຈີຕອນທົ່ວໂລກ.

ດ້ວຍເປົ້າໝາຍໂລກຮູ້ຈັກເຖິງ ຫວຽດນາມ ບໍ່ພຽງແຕ່ແມ່ນຈຸດນັດພົບເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ຊຸກຍູ້ບັນດາຜະລິດຕະພັນ Make in Vietnam ພິຊິດຕະຫຼາດທົ່ວໂລກ, ໃນຊຸມປີຜ່ານມາ, ວິສາຫະກິດເຕັກໂນໂລຢີດີຈີຕອນຂອງ ຫວຽດນາມ ໄດ້ບືນຕົວອອກສູ່ໂລກດ້ວຍຜົນສຳເລັດທີ່ດີ. ອາດເວົ້າເຖິງຄື: ກຸ່ມບໍລິສັດ Viettel ໄດ້ລົງທຶນຢູ່ຕ່າງປະເທດດ້ວຍລາຍຮັບກ່ວາ 3 ຕື້ USD ໃນປີ 2022. ກຸ່ມບໍລິສັດ FPT ສ້າງບັນດາມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນໃຫ້ແກ່ບັນດາປະເທດພັດທະນາຄື: ຍີ່ປຸ່ນ, ອາເມລິກາ ແລະ ມີລາຍຮັບກ່ວາ 1 ຕື້ USD ໃນປີ 2022. ລາຍຮັບຈາກການສົ່ງອອກການບໍລິການ ແລະ ມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານໃນປີ 2022 ຂອງວິສາຫະກິດ 1.000 ແຫ່ງ (ດ້ວຍການເຂົ້າຮ່ວມຂອງນັກວິສາວະກອນເຕັກໂນໂລຢີຂໍ້ມູນຂ່າວສານ) ບັນລຸກ່ວາ 2 ຕື້ 200 ລ້ານ USD.

ຕັດສິນໃຈນຳປະຊາຄົມວິສາຫະກິດດີີຈີຕອນ ຫວຽດນາມ ອອກ​ສູ່​ໂລກ - ảnh 2ທ່ານ ຟານເຕິມ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ (ພາບ:  nhadautu.vn)

ໃນຂະນະນັ້ນ, ຄາດວ່າ ໃນທົ່ວປະເທດພວມມີວິສາຫະກິດກ່ວາ 40.000 ແຫ່ງ ພວມເຄື່ອນໄຫວໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ດ້ວຍນັກວິສາວະກອນເຕັກໂນໂລຢີຂໍ້ມູນຂ່າວສານປະມານ 550.000 ຄົນ. ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຢູ່ ຫວຽດນາມ ມີຄວາມໝັ້ນໃຈວ່າ ມີຄວາມສາມາດຢ່າງພຽງພໍທີ່ຈະບືນຕົວຂຶ້ນອອກສູ່ໂລກ. ດັ່ງນັ້ນ, ໃນປີນີ້, ໜຶ່ງໃນບັນດາໜ້າທີ່ຈຸດສຸມເຊິ່ງກະຊວງຖະແຫຼງຂ່າວ ແລະ ການສື່ສານ ສຸມໃສ່ຜັນຂະຫຍາຍແມ່ນໜູນຊ່ວຍໃຫ້ແກ່ປະຊາຄົມວິສາຫະກິດດີຈີຕອນ ຂອງ ຫວຽດນາມ ອອກສູ່ໂລກ.

ຢູ່ເວທີປາໄສດີຈີຕອນ ຫວຽດນາມ - ອົດສະຕາລີ ທີ່ໄດ້ດຳເນີນຢູ່ນະຄອນ Syndey, ລັດ New South Wales ໃນວັນທີ 5 ສິງຫາ ຜ່ານມາແລ້ວ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ໄດ້ສົມທົບກັບບັນດາຄູ່ຮ່ວມມື ອົດສະຕາລີ ເຊື່ອມຕໍ່, ໜູນຊ່ວຍບັນດາວິສາຫະກິດແລກປ່ຽນ, ທຳຄວາມລຶ້ງເຄີຍ, ສ້າງບັນດາການພົວພັນຮ່ວມມືໂດຍກົງ ເພື່ອພັດທະນາ ແລະ ສະໜອງບັນດາມາດຕະການຂອງວິສາຫະກິດຫວຽດນາມ ໃຫ້ແກ່ຕະຫຼາດ ອົດສະຕາລີ. ທ່ານ Ben Seymour ຜູ້ອຳນວຍການຝ່າຍດຳເນີນທຸລະກິດຂອງ ກຸ່ມບໍລິສັດຊອບແວ ອັດສະລິຍະ Modica ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ແມ່ນປະເທດທີ່ມີເຕັກໂນໂລຢີພັດທະນາ ແລະ ກຳລັງແຮງງານໃນຂະແໜງເຕັກໂນໂລຢີກໍ່ອຸດົມສົມບູນ. ຫວຽດນາມ ມີຫຼາຍບໍລິສັດເຕັກໂນໂລຢີ. ພວກຂ້າພະເຈົ້າກໍ່ເຫັນໄດ້ວ່າມີບໍລິສັດ ຫວຽດນາມ ຫຼາຍແຫ່ງຢູ່ ອົດສະຕາລີ ໄດ້ປະສົບຜົນສຳເລັດຢູ່ທີ່ນີ້, ເພາະສະນັ້ນ ພວກຂ້າພະເຈົ້າຖືວ່າ ນີ້ແມ່ນຕະຫຼາດທີ່ມີຫຼາຍກາລະໂອກາດ. ພ້ອມທັງຂະແໜງເຕັກໂນໂລຢີ ຫວຽດນາມ ກໍ່ມີການພັດທະນາ, ອີງຕາມພື້ນຖານແມ່ນຂະແໜງອຸດສາຫະກຳຊອບແວ ແລະ ນີ້ແມ່ນບັນດາທັກສະສຳຄັນຕໍ່ພວກຂ້າພະເຈົ້າເມື່ອພວກຂ້າພະເຈົ້າແມ່ນບໍລິສັດຊອບແວ. ການດຶງດູດຜູ້ມີຄວາມເກັ່ງກ້າສາມາດ ຈະເຮັດໃຫ້ ຫວຽດນາມ ພັດທະນາໄວກ່ວາ ແລະ ນີ້ແມ່ນສິ່ງທີ່ເປັນປະໂຫຍດຕໍ່ພວກຂ້າພະເຈົ້າ.

ໂດຍມີທັດສະນະດຽວກັນ, ທ່ານຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດໃຫ້ຄຳປຶກສາ Windsor Place, ອົດສະຕາລີ ກໍ່ໃຫ້ຂໍ້ສັງເກດວ່າ:

ຫວຽດນາມ ໄດ້ມີ 20 ປີແຫ່ງການພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານທີ່ດີເລີດ. ບັນດາສິ່ງທີ່ພວກເພື່ອນບັນລຸໄດ້ໃນໄລຍະປ່ຽນແປງໃໝ່ໄດ້ຊຸກຍູ້ຂົງເຂດການຜະລິດ, ປຸງແຕ່ງ, ການບໍລິການ ແລະ ຂະແໜງອຸດສາຫະກຳຢູ່ ຫວຽດນາມ. ຂ້າພະເຈົ້າຖືວ່າ ຈະມີກາລະໂອກາດຫຼາຍຢ່າງໃຫ້ແກ່ອົດສະຕາລີ ເພື່ອເຂົ້າຮ່ວມວິວັດທະນາການນີ້. ຫວຽດນາມ ພວມຢູ່ໃນວິວັດທະນາການພັດທະນາ ແລະ ວິວັດທະນາການນີ້ຈະຊ່ວຍ ອົດສະຕາລີ ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ.

ພາຍຫຼັງໄລຍະຍາວທີ່ຖືກຜົນສະທ້ອນຈາກພະຍາດໂຄວິດ - 19, ພ້ອມກັບຄວາມຕ້ອງການກ່ຽວກັບການຫັນເປັນດີຈີຕອນເປັນຈຳນວນຫຼວງຫຼາຍໃນທົ່ວໂລກ, ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຫຼາຍກາລະໂອກາດ, ນັ້ນແມ່ນນຳພູມປັນຍາ, ເຕັກໂນໂລຢີດີຈີຕອນຂອງ ຫວຽດນາມ ອອກສູ່ຕະຫຼາດສາກົນ. ປັດຈຸບັນ, ອິນເຕີເນັດ ແລະ ເຕັກໂນໂລຢີດີຈີຕອນ ນັບມື້ນັບສວມບົດບາດສຳຄັນ, ແຕ່ຍັງມີ 49% ປະຊາກອນທົ່ວໂລກ, ປະມານເກືອບ 4 ຕື້ຄົນ ຍັງບໍ່ທັນນຳໃຊ້ອິນເຕີເນັດ. ນີ້ທັງແມ່ນໂອກາດ, ທັງແມ່ນຄວາມຮັບຜິດຊອບປະກອບສ່ວນເຂົ້າໃນການຮັດແຄບໄລຍະດີຈີຕອນ, ສ້າງອະນາຄົດດີຈີຕອນທີ່ຍືນຍົງ, ບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນຫາກຍັງໃນທົ່ວໂລກອີກດ້ວຍ. ໃນຄວາມມານະພະຍາຍາມນັ້ນ, ບໍ່ອາດຂາດບົດບາດຂອງລັດຖະບານ ຫວຽດນາມ ໃນການເຊື່ອມຕໍ່, ຮ່ວມເດີນທາງ, ໜູນຊ່ວຍບັນດາວິສາຫະກິດແລກປ່ຽນ, ສ້າງຕັ້ງການພົວພັນຮ່ວມມືໂດຍກົງເພື່ອພັດທະນາ ແລະ ສະໜອງບັນດາຜະລິດຕະພັນ, ວິທີການແກ້ໄຂຂອງວິສາຫະກິດ ຫວຽດນາມ ໃຫ້ແກ່ຕະຫຼາດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ