ຫັນ​ເປັນ​ດີ​ຈີ​ຕອນ - ຂໍ້ກຸນ​ແຈ​ເພື່ອ​ຟື້ນ​ຟູ​ການ​ທ່ອງ​ທ່ຽວ ຢູ່​ກ໋​ວາ​ງ​ນາມ

(VOVWORLD) -ພາຍຫຼັງໄດ້ຮັບຜົນກະທົບແລະຜົນສະທ້ອນຢ່າງແຮງຈາກໂລລະບາດໂຄວິດ - 19, ການເຫັນເປັນດີຈີຕອນໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາມາດຕະການທີ່ມີປະສິດທິຜົນເພື່ອໃຫ້ຂະແໜງທ່ອງທ່ຽວຫວຽດນາມຟື້ນຟູແລະພັດທະນາ ແບບຍືນຍົງໃນອະນາຄົດແຂວງກ໋ວາງນາມເຊິ່ງແມ່ນທ້ອງຖິ່ນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2022, ພວມມານະພະຍາຍາມຫັນເປັນດີຈີຕອນນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການກໍ່ສ້າງບົບນິເວດແຫ່ງການທ່ອງທ່ຽວຂຽວນີ້ໄດ້ຮັບຖືວ່າແມ່ນຂໍ້ກຸນແຈສຳຄັນເພື່ອເຮັດໃຫ້ແຂວງກ໋ວາງນາມຟື້ນຟູໂດຍໄວແລະກັບຄືນສູ່ທ່າເຕີບໂຕໃຫ້ແກ່ຂະແໜງອຸດສາຫະກຳປອດຄວັນ.

ຫັນ​ເປັນ​ດີ​ຈີ​ຕອນ - ຂໍ້ກຸນ​ແຈ​ເພື່ອ​ຟື້ນ​ຟູ​ການ​ທ່ອງ​ທ່ຽວ ຢູ່​ກ໋​ວາ​ງ​ນາມ - ảnh 1ພາບປະກອບ: VOV

 

 ເພື່ອຍົກສູງທ່າໄດ້ປຽບໃນການແກ້ງແຍ່ງຂອງຂະແໜງການທ່ອງທ່ຽວ ຫວຽດນາມ ໃນໄລຍະປັດຈຸບັນ,  ໜຶ່ງໃນ 4 ຍຸດທະສາດສຳຄັນໄດ້ວາງອອກແມ່ນເຮັດແນວໃດ ເພື່ອຊຸກຍູ້ການຫັນເປັນດີຈີຕອນ, ພັດທະນາການທ່ອງທ່ຽວອັດສະລິຍະ ແລະ ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ. ຕາມທ່ານ ເລຮຸ່ງແອັງແລ້ວເຊິ່ງເປັນ ຜູ້ກໍ່ຕັ້ງເຄື່ອງໝາຍການຄ້າ Travelner ວິສາຫະກິດ ສ້າງບັນດາພື້ນຖານເຕັກໂນໂລຢີໃນການພັດທະນາການທ່ອງທ່ຽວອັດສະລິຍະ, ໃນຈຸດເວລານີ້, ແຂກທ່ອງທ່ຽວພວມປ່ຽນແປງທ່າອ່ຽງ ແລະ ວິທີການຊອກຫາຂໍ້ມູນຂ່າວສານການທ່ອງທ່ຽວ. ນີ້ແມ່ນສິ່ງທ້າທາຍແຕ່ກໍ່ແມ່ນກາລະໂອກາດ ເພື່ອໃຫ້ບັນດາວິສາຫະກິດ ເປັນເຈົ້າການປ່ຽນແປງຕົນເອງ, ຮັບມືຢ່າງປອດໄພໃນໄລຍະຈະມາເຖິງ. ທ່ານເລຮຸ່ງແອັງ ໃຫ້ຮູ້ວ່າ:

        ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນຈຸດເວລານີ້ ມີຄວາມໝາຍສຳຄັນທີ່ສຸດ. ປັດຈຸບັນ, ລູກຄ້າເກືອບທັງໝົດລ້ວນແຕ່ນຳໃຊ້ໂປແກຼມກ່ຽວກັບການຈ່ອງໂຮງແຮມ, ຊື້ປີ້ຍົນ ຜ່ານໂທລະສັບມືຖື. ນີ້ແມ່ນກາລະໂອກາດຫາຍາກທີ່ສຸດ.

        ໂດຍແມ່ນໜຶ່ງໃນ 5 ແຂວງໄດ້ທົດລອງການຕ້ອນຮັບແຂກທ່ອງທ່ຽວສາກົນໃນໄລຍະໃໝ່ (ຮັບມືກັບພະຍາດໂຄວິດ - 19 ຢ່າງປອດໄພ), ແຂວງກ໋ວາງນາມຖືການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເພື່ອຕ້ອນຮັບແຂກທ່ອງທ່ຽວແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ. ອຳນາດການປົກຄອງນະຄອນໂຮ້ຍອານ, ແຂວງກ໋ວາງນາມ ໄດ້ຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ກະກຽມພື້ນຖານໂຄງລ່າງເຕັກໂນໂລຢີຢູ່ບັນດາສະຖານທີ່ທ່ອງທ່ຽວ, ຕິດຕັ້ງ wifi ໂດຍບໍ່ເສຍຄ່າ,  ໂຄສະນາຜະລິດຕະພັນການທ່ອງທ່ຽວ ຜ່ານສື່ສັງຄົມອອນໄລຕ່າງໆ.  ເອື້ອຍ ເຈື່ອງທິເກິມຫຍຸງ ກໍ່ຄືແຂກທ່ອງທ່ຽວຫຼາຍຄົນທີ່ມາຈາກນະຄອນໂຮ່ຈີມິນມາຢ້ຽມຊົມໂຮ້ຍອານຄັ້ງນີ້ຮູ້ສຶກເພິ່ງພໍໃຈຕໍ່ບັນດາໂປແກຼມເຕັກໂນໂລຢີດີຈີຕອນ. ພຽງແຕ່ຂຸດຄົ້ນຜົນປະໂຫຍດໃນອຸປະກອນອັດສະລິຍະເທົ່ານັ້ນ ແຂກທ່ອງທ່ຽວກໍ່ສາມາດຄັດເລືອກການທ່ອງທ່ຽວໃຫ້ແກ່ຕົນຢ່າງວ່ອງໄວ. ເອື້ອຍຫຍຸງເວົ້າວ່າ:

        ການບໍລິການຢູ່ໂຮ້ຍອານມີຄຸນສົມບັດພິເສດທາງດ້ານໂປແກຼມເຕັກນິກໃຫ້ແກ່ແຂກທ່ອງທ່ຽວເມື່ອມາໂຮ້ຍອານ. ມັນໄວກ່ວາ, ສະດວກກ່ວາ ເຮັດໃຫ້ໄວໜຸ່ມສາມາດກຳໄດ້ຂໍ້ມູນຢ່າງວ່ອງໄວ ແລະ ແນະນຳໃຫ້ເພື່ອນມິດຂອງຕົນໄດ້ຢ່າງຊັດເຈນກ່ວາ.

ຫັນ​ເປັນ​ດີ​ຈີ​ຕອນ - ຂໍ້ກຸນ​ແຈ​ເພື່ອ​ຟື້ນ​ຟູ​ການ​ທ່ອງ​ທ່ຽວ ຢູ່​ກ໋​ວາ​ງ​ນາມ - ảnh 2ນະຄອນໂຮ້ຍອານຂາຍປິ້ແບບເອເລັກໂຕນິກ (ພາບ: VOV)

ນັບແຕ່ເວລາຄຸ້ມເມືອງເກົ່າໂຮ້ຍອານ ແລະ ເຂດວິຫານທາດ ໝີເຊີນ ໄດ້ຮັບຮອງເອົາເປັນມໍລະດົກວັດທະນະທຳໂລກຈາກອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ຂອງ ສປຊ (UNESCO), ອຳນາດການປົກຄອງ ແລະ ປະຊາຊົນ ກ໋ວາງນາມໄດ້ມານະພະຍາຍາມນຳຂະແໜງການທ່ອງທ່ຽວພັດທະນາກ່ຽວກັບຂະໜາດ ແລະ ຄຸນນະພາບ, ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະຟື້ນຟູການທ່ອງທ່ຽວປັດຈຸບັນ, ສິ່ງທ້າທາຍທີ່ວາງອອກສຳລັບອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດ ແມ່ນ ເຮັດແນວໃດເພື່ອນຳທັນທ່າອ່ຽງອຸດສາຫະກຳ 4.0 ກໍ່ຄືຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ທ່ອງທ່ຽວຂອງແຂກທ່ອງທ່ຽວ.

        ແຂວງກ໋ວາງນາມໄດ້ສ້າງແຜນການຜັນຂະຫຍາຍໂຄງການຫັນເປັນດີຈີຕອນໃນຂົງເຂດທ່ອງທ່ຽວຮອດປີ 2025. ແຜນການຫັນການທ່ອງທ່ຽວເປັນດີຈີຕອນ ຢ່າງຮອບດ້ານໄດ້ແບ່ງອອກເປັນ 2 ໄລຍະ. ຕາມນັ້ນແລ້ວ, ໄລຍະ 2021 – 2023 ຈະປະຕິບັດໃຫ້ສຳເລັດການຫັນທຸກຂໍ້ມູນກ່ຽວຜູ້ນຳທ່ຽວ, ວິສາຫະກິດການທ່ອງທ່ຽວ, ພື້ນຖານດຳເນີນທຸລະກິດການບໍລິການທ່ອງທ່ຽວ, ສະຖານທີ່ພັກເຊົາ, ສະຖານທີ່ທ່ອງທ່ຽວ, ປູຊະນີຍະສະຖານທັດສະນີຍະພາບໃນບໍລິເວນແຂວງເປັນດີຈີຕອນ. ໄລຍະ 2023 – 2025 ສືບຕໍ່ຍົກສູງຊອບແວການທ່ອງທ່ຽວອັດສະລິຍະ ຂອງຂະແໜງທ່ອງທ່ຽວ ແຂວງກ໋ວາງນາມ ໃຫ້ເໝາະສົມກັບບັນດາເຕັກໂນໂລຢີໃໝ່.

        ພາຍຫຼັງ ປິດປະຕູ ມາເປັນເວລາ 2 ປີ, ການທ່ອງທ່ຽວ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະຟື້ນຟູ, ກັບຄືນທ່າເຕີບໂຕ, ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ປະກອບສ່ວນເຂົ້າໃນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ດ້ວຍການເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຂະແໜງການທ່ອງທ່ຽວພວມມານະພະຍາຍາມກຽມພ້ອມການຕ້ອນຮັບແຂກທ່ອງທ່ຽວກັບຄືນຫວຽດນາມ ໃນປີ 2022 ແລະ ຊຸມປີຕໍ່ໄປ, ໃນນັ້ນການຫັນເປັນດີຈີຕອນ ແມ່ນຂໍ້ກຸນແຈເພື່ອໃຫ້ຂະແໜງທ່ອງທ່ຽວບຸກທະລຸ. ບັນຫານີ້ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍ່ໄດ້ເນັ້ນໜັກເຖິງຢູ່ພິທີໄຂປີທ່ອງທ່ຽວແຫ່ງຊາດ 2022. ທ່ານໃຫ້ຮູ້ວ່າ:

ຕ້ອງມີຈິນຕະນາການ ແລະ ມີວິທີການເຮັດວຽກໃໝ່ເພື່ອພິກຄວາມສ່ຽງໃຫ້ກາຍເປັນໂອກາດ. ໃນສະພາບການພະຍາດໂຄວິດ - 19 ຍັງມີຢູ່ ການເຄື່ອນໄຫວທ່ອງທ່ຽວຕ້ອງໄດ້ຈັດຕັ້ງຢ່າງປອດໄພ, ມີວິທະຍາສາດ, ປ່ຽນແປງໃໝ່ເຕັກໂນໂລຢີແມ່ນທ່າອ່ຽງທີ່ຈຳເປັນ ໃນໂລກປັດຈຸບັນ. ບັນດາຂໍ້ກຸນແຈຂອງການທ່ອງທ່ຽວຫວຽດນາມ ໃນໄລຍະຈະມາເຖິງແມ່ນ ການຮ່ວມມື, ພັດທະນາ, ຫັນເປັນສີຂຽວ,ຫັນເປັນດີຈີຕອນ ແລະ ເຊື່ອມຕໍ່ຢ່າງເປັນມິດ.

        ຄາດວ່າ, ຢູ່ແຂວງກ໋ວາງນາມ ປັດຈຸບັນມີເກືອບ 90% ວິສາຫະກິດການທ່ອງທ່ຽວ ເປີດປະຕູເຄື່ອນໄຫວຕ້ອນຮັບແຂກທ່ອງທ່ຽວຄືນໃໝ່, ຕົ້ນຕໍແມ່ນໂຮງແຮມພັກ, ບັນດາຮາກຖານການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ. ດ້ວຍຫຼາຍເຫດການ, ການເຄື່ອນໄຫວກະຕຸ້ນ, ຂະແໜງທ່ອງທ່ຽວແຂວງກວາງນາມມີສັນຍານທີ່ຕັ້ງໜ້າກ່ຽວກັບການຟື້ນຟູຕະຫຼາດແຂກທ່ອງທ່ຽວພາຍໃນປະເທດ, ແຂກທ່ອງທ່ຽວສາກົນ. ໃນ 6 ເດືອນຕົ້ນປີ 2022, ແຂກທ່ອງທ່ຽວທີ່ ມາຢ້ຽມຊົມ, ພັກອາໄສບັນລຸກ່ວາ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 4,8 ເທື່ອເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ດ້ວຍທ່າໄດ້ປຽບກ່ຽວກັບການທ່ອງທ່ຽວ ແລະ ຄວາມຮັບຮູ້ຄວາມສຳຄັນຂອງການຫັນເປັນດີຈີຕອນຢ່າງຈະແຈ້ງ, ແຂວງກ໋ວາງນາມພວມຍູ້ແຮງການຫັນເປັນດີຈີຕອນ, ກຳນົດແມ່ນຂໍ້ກຸນແຈເພື່ອບຸກທະລຸໃນການພັດທະນາເສດຖະກິດສັງຄົມ, ກາຍເປັນທ້ອງຖິ່ນນອນໃນ Top ແຖວໜ້າທົ່ວປະເທດກ່ຽວກັບການຫັນເປັນດີຈີຕອນໃນປີ 2030 ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ