Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ

(VOVWORLD) - 

ຫວ່າງແລ້ວນີ້, ເປັນຄັ້ງທຳອິດ, Agoda - ເວບໄຊສະໜອງການບໍລິການທ່ອງທ່ຽວ, ໄດ້ສະເໜີບັນຊີລາຍຊີ Vietnam's New Horizons (ບັນດາສະຖານທີ່ພົ້ນເດັ່ນໃໝ່ຂອງ ຫວຽດນາມ) - ເຊິ່ງເປັນບັນດາສະຖານທີ່ໄດ້ຮັບການເຂົ້າຊອກຄົ້ນຫຼາຍສຸດໃນປີ. ບັນຊີລາຍຊື່ໄດ້ລວບລວມບັນດາສະຖານທີ່ໄດ້ຮັບຄວາມສົນໃຈຫຼາຍຈາກແຂກທ່ອງທ່ຽວທີ່ທັງຢູ່ພາຍໃນ ແລະ ຕ່າງປະເທດ ໂດຍ Agoda ປະກາດ, ລວມມີ: ຕາມດ໋າວ, ບັກນິງ, ຊ່ຳເຊີນ, ຝູກຸຍ ແລະ ກຸຍເຍິນ.

1. ຕາມດ໋າວ
Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ - ảnh 1
ນຳໜ້າບັນຊີລາຍຊື່ນັ້ນແມ່ນ ຕາມດ໋າວ (ແຂວງ ຫວີງຟຸກ) ນອນໃນເຂດພູດອຍທາງພາກເໜືອ ຫວຽດນາມ. ຈຳນວນການເຂົ້າຊອກຄົ້ນສະຖານທີ່ແຫ່ງນີ້ເພີ່ມຂຶ້ນ 279% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ
(ພາບ:phunugioi.com)
Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ - ảnh 2
ສະຖານທີ່ແຫ່ງນີ້ຫ່າງຈາກ ຮ່າໂນ້ຍ ພຽງ 80 ກມ, ແຂກທ່ອງທ່ຽວອາດສາມາດໄປຍັງສະຖານທີ່ແຫ່ງນີ້ດ້ວຍລົດໂອໂຕ, ລົດເມ, ລົດຈັກ ຊ້ຳບໍ່ໜຳແມ່ນລົດຖີບ
(ພາບ: Château De Tamdao)
Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ - ảnh 3
ແຕ່ເດືອນ ພະຈິກ ຫາເດືອນ ມັງກອນ ແມ່ນຈຸດເວລາເໝາະສົມທີ່ສຸດເພື່ອໄປຊົມທະເລເມກຢູ່ ຕາມດ໋າວ.
(ພາບ:phunugioi.com)
2. ບັກນິງ
Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ - ảnh 4
ໂດຍຫ່າງຈາກຮ່າໂນ້ຍ ພຽງ 40 ກມ, ນະຄອນ ບັກນິງ ໄດ້ຮັບຮູ້ການເຂົ້າຊອກຄົ້ນເພີ່ມຂຶ້ນ 234%
(ພາບ: soha.vn)
Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ - ảnh 5
ບັກນິງ, ນະຄອນແຫ່ງຈິດວິນຍານຢູ່ພາກເໜືອ, ນຳມາເຊິ່ງການເລືອກເຟັ້ນທີ່ຫຼາກຫຼາຍໃຫ້ແຂກທ່ອງທ່ຽວທີ່ນິຍົມວັດທະນະທຳສິລະປະ (ພາບ: soha.vn)
Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ - ảnh 6
ນະຄອນແຫ່ງນີ້ຍັງແມ່ນສະຖານທີ່ໂດ່ງດັງດ້ວຍສິລະປະຂັບກວານຫໍ້ ແລະ ງານບຸນປະເພນີທີ່ຈັດຂຶ້ນຕະຫຼອດປີ, ໂດຍສ່ວນຫຼາຍແມ່ນຈັດຂຶ້ນຢູ່ບັນດາວັດວາອາຮາມ ແລະ ວິຫານແຫ່ງຕ່າງໆໃນເຂດ
(ພາບ: ກົມໃຫຍ່ທ່ອງທ່ຽວ ຫວຽດນາມ)
3. ຊ່ຳເຊີນ
Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ - ảnh 7
ກໍ່ນອນຢູ່ພາກເໜືອ, ນະຄອນທະເລ ຊ່ຳເຊີນ (ແຂວງ ແທງຮ໋ວາ) ພົ້ນເດັ່ນດ້ວຍນ້ຳທະເລຂຽວໃສ, ຊາຍເຫຼືອງ ໄດ້ຮັບຮູ້ລະດັບການເຕີບໂຕເຂົ້າຊອກຄົ້ນບັນລຸລະດັບເພີ່ມຂຶ້ນ 228% ໃນໄລຍະລະດູຮ້ອນ.
(ພາບ:Agoda)
Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ - ảnh 8
FLC ຊ່ຳເຊີນ ແມ່ນໜຶ່ງໃນບັນດາເຂດຕາກອາກາດລະດັບ 5 ດາວຢູ່ພາກເໜືອ ບັນລຸມາດຖານບຳລຸງສຸຂະພາບສາກົນ. (ພາບ: elitetour.com.vn)
Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ - ảnh 9
ໃນຍາມຮຸງອາລຸນ, ຊ່ຳເຊີນ ຍິ່ງງາມ ແລະ ສະຫງົບງຽບ (ພາບ:songdaiduong.com)
4. ຝູກຸຍ
Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ - ảnh 10
ຝຸກຸຍ, ເຊິ່ງເປັນເກາະນ້ອຍຢູ່ເຂດນອກຝັ່ງທະເລແຂວງ ບິ່ງທ້ວນ (ທາງພາກກາງ), ພວມກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວດ້ວຍຫາດຊາຍທະເລທີ່ສວຍງາມ, ທິວທັດທຳມະຊາດຮົກເຮື້ອພ້ອມກັບບັນດາ homestay ທີ່ອົບອຸ່ນ. (ພາບ: chudus.vn 
Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ - ảnh 11
ຈຳນວນການເຂົ້າຊອກຄົ້ນຂໍ້ມູນກ່ຽວກັບເກາະ ຝູກຸຍ ໃນປີນີ້ເພີ່ມຂຶ້ນ 180% ເມື່ອທຽບໃສ່ປີກ່ອນ
(ພາບ:Homestay Lyti Sea)
Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ - ảnh 12
ເກາະ ຝູກຸຍ ແມ່ນສະຖານທີ່ທ່ອງທ່ຽວທີ່ບັນດາຜູ້ນິຍົມ, ມັກໄປທະເລບໍ່ຄວນຂາດໂອກາດແວ່ຢາມ
(ພາບ:@Tannhoang/thegioianh.diendandoanhnghiep.vn)
5. ກຸຍເຍີນ
Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ - ảnh 13
ນະຄອນທະເລ ກຸຍເຍີນ (ແຂວງ ບິ່ງດິ້ງ, ທາງພາກກາງ) ແມ່ນສະຖານທີ່ສຸດທ້າຍໃນບັນຊີລາຍຊື່. ການເປີດກ້ວາງ ແລະ ພັດທະນາຂອງບັນດາເຂດພັກຜ່ອນ ແລະ ພື້ນຖານໂຄງລ່າງຢູ່ທີ່ນີ້ໄດ້ຊຸກຍູ້ຄວາມສົນໃຈຂອງຜູ້ນຳໃຊ້ Agoda ປີນີ້ເພີ່ມຂຶ້ນ 178% ເມື່ອທຽບໃສ່ປີກາຍ (ພາບ: Dũng Nhân/dantri.com.vn)
Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ - ảnh 14
ບັນດາຫາດຊາຍທະເລທີ່ສວຍງາມ ແລະ ອາຫານການກິນທີ່ເປັນເອກະລັກສະເພາະຍາມໃດກໍ່ດຶງດູດແຂກທ່ອງທ່ຽວ ເມື່ອໄປຢາມ ກຸຍເຍີນ (ພາບ: TTXVN)
Agoda ຈັດ 5 ສະຖານທີ່ພົ້ນເດັ່ນໃໝ່ຢູ່ ຫວຽດນາມ - ảnh 15
ພາບ: nucuoimekong.com

ຕອບກັບ

ຂ່າວ/ບົດ​ອື່ນ