Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin

(VOVWORLD) -

ຫວ່າງແລ້ວນີ້, ສື່ເອເລັກໂຕນິກ “Business Insider” ຂອງ ອາເມລິກາ  ໄດ້ສະເໜີ 5 ປະເພດອາຫານແຄມທາງຂອງນະຄອນຫຼວງ ຮ່າໂນ້ຍ ສົມມີໜ້າໃນ ປຶ້ມຄູມື Michelin (Michelin Guide).

ໂດຍເປັນຜູ້ໄດ້ຂຽນກ່ຽວກັບ ຫວຽດນາມ ກ່ວາ 10 ປີ, ທ່ານ Joshua Zukas ປາດຖະໜາຢາກແນະນຳເຖິງຜູ້ອ່ານຮູ້ກ່ຽວກັບບັນດາສະຖານທີ່ກິນດື່ມ ທີ່ເປັນເອກະລັກສະເພາະ. ດ້ວຍມາດຕະຖານຕ່າງໆ, ຄື: ອາຫານແຊບ, ບັນຍາກາດຂອງຮ້ານ, ສະຖານທີ່, ເລື່ອງລາວຂອງຮ້ານ ແລະ ລັກສະນະເປັນເອກະລັກສະເພາະ, 5 ຮ້ານອາຫານທີ່ ທ່ານ Joshua Zukas ຕີລາຄາດັ່ງຕໍ່ໄປນີ້ແມ່ນບັນດາສະຖານທີ່ກິນດື່ມແຄມທາງແຖວໜ້າຂອງຮ່າໂນ້ຍ. ບົດຂຽນດັ່ງກ່າວໄດ້ເອົາລົງໃນສື່ເອເລັກໂຕນິກ  “Business Insider” ຂອງ ອາເມລິກາ ໃນຄໍລຳອາຫານການກິນ.

1.ເຂົ້າປຸ້ນ ປາ ຊຳ ໄກຊີ (ເຮືອນເລກທີ 5 ຈູງອຽນ, ຮ່ວານກ໋ຽມ)

ເປີດແຕ່: 7 ໂມງ - 17 ໂມງ

Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin - ảnh 1
ເຂົ້າປຸ້ນ ແມ່ນປະເພດ ອາຫານ ເຮັດດ້ວຍ ປາ ຈືນໃຫ້ກອບ, ພັກຊີ, ຜັກບົ່ວ ແລະ ຜັກປະເພດຕ່າງໆ.

ພາບ: HanoiToplist

Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin - ảnh 2
ໂດຍນອນໃນຮ່ອມນ້ອຍໆ, ເຂົ້າປຸ້ນ ປາ ຊຳ ໄກຊີ ມີອາຍຸ 20 ປີ, ດຶງດູດແຂກມາກິນຢູ່ພາຍໃນ ແລະ ຕ່າງປະເທດ ຍ້ອນປະເພດອາຫານ ຊີ້ນປາພັນຊີ້ນໝູ. ພາບ:Miley Asparagus
Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin - ảnh 3
ຊີ້ນປາພັນຊີ້ນໝູ ເປັນເຍື່ອງອາຫານໄດ້ຮັບຄວາມນິຍົມຂອງຮ້ານ. ພາບ:grab.com

2.ເຝີ ຮ່າງຈົ໋ງ (ເຮືອນ ເລກທີ 8, ຮ່າງຈົ໋ງ, ເມືອງ ຮ່ວານກ໋ຽມ)

ເວລາເປີດ: 15 ໂມງ - 21 ໂມງ

Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin - ảnh 4
ຮ້ານ ອາຫານນີ້ໄດ້ຄົງຕົວເປັນ 2 ທົດສະວັດຢູ່ຕາມຖະໜົນແລ້ວ. ຊຸມປີມໍ່ໆມານີ້, ຄອບຄົວໄດ້ຍ້າຍຮ້ານມາຂາຍຢູ່ເຮືອນຂອງເຂົາເຈົ້າ.

vietnamnet.vn

Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin - ảnh 5
ບ່ອນຂາຍ, ບ່ອນໃຫ້ແຂກນັ່ງກິນ ກໍ່ແມ່ນຫ້ອງນອນ, ຫ້ອງຮັບແຂກ, ແມ່ນບ່ອນບູຊາຂອງຄອບຄົວ, ນຳມາໃຫ້ແຂກມາກິນຮູ້ໄດ້ເຖິງການດຳລົງຊີວິດຢູ່ຄຸ້ມຖະໜົນເກົ່າ. ພາບ: vietnamnet.vn
Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin - ảnh 6
Joshua ຂຽນວ່າ: ຄືກັບເຝີດັ້ງເດີມຂອງຮ່າໂນ້ຍ, ນ້ຳເຝີຢູ່ຮ້ານນີ້ໄດ້ຕົ້ມຟົດໝົດມື້, ດັ່ງນັ້ນຈຶ່ງມີລົດຊາດແຊບນົວ. ພາບ:vietnamnet.vn

3.ເຝີ ແຫ້ງ (ເຮືອນເລກທີ 65 ຖະໜົນ ຫຼານອົງ, ເມືອງ ຮວ່ານກ໋ຽມ)

ເວລາເປີດ: ແຕ່ 18 ໂມງ - 23 ໂມງ

Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin - ảnh 7
ໂດຍມີຊື່ສຽງດ້ວຍເຝີໄກ່ແຫ້ງ, ຮ້ານເຝີ ແຫ້ງ ເຄີຍຖືກວາລະສານການທ່ອງທ່ຽວ The Culture Trip ສະເໜີແມ່ນສະຖານທີ່ເໝາະສົມເພື່ອໃຫ້ແຂກທ່ອງທ່ຽວຮັບປະທານອາຫານກ່ອນທີ່ຈະຄົ້ນຫາ ຮ່າໂນ້ຍ ຍາມຄ່ຳຄືນ. ພາບ:Vietnamnet.vn
Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin - ảnh 8
ເຝີແຫ້ງ ນອນໃນຖະໜົນສອງສາຍທີ່ມີອາຍຸຫຼາຍທີ່ສຸດຢູ່ນະຄອນຫຼວງ ຮ່າໂນ້ຍ, ນັ້ນແມ່ນຖະໜົນ ທວກບັກ ແລະ ຫຼານອົງ. ພາບ:Joshua Zukas
Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin - ảnh 9
ໜັງໄກ່ເຫຼືອງ, ແຊບ, ເປັນຕາກິນເມື່ອເຫັນຖ້ວຍເຝີແຫ້ງ. ພາບ: diemanuong365.blogspot.com

4.ບັນກວັນຮ້ອນ ໂຮ່ໄຕ (ເຮືອນເລກທີ 34 ອຽນຟູ້, ໄຕໂຮ່)

ເວລາເປີດ: ແຕ່ 6 ໂມງ 30 ນາທີ ຮອດບ່ອນທ່ຽງ

Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin - ảnh 10
ຮ້ານບັນກວັນຮ້ອນ ໂຮ່ໄຕ ໄດ້ມີມາກ່ອນນີ້ປະມານ 40 ປີ. ພາບ: Foody.vn
Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin - ảnh 11
ຮ້ານອາຫານແຫ່ງນີ້ໃຫຍ່, ສົມກັບກຸ່ມແຂກຫຼາຍຄົນ. ສິ່ງທີ່ແປກໆຢູ່ນີ້ແມ່ນ ເມື່ອກິນ ບັນກວັນ ຢູ່ນີ້ ແມ່ນຈະໄດ້ຊົມເບິ່ງພໍ່ຄົວແມ່ຄົວ ປຸ່ງແຕ່ງຢູ່ກັບທີ່. ພາບ: Nam Nắn Nót
Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin - ảnh 12
ບັນກວັນຮ້ອນໆ ກິນກັບນ້ຳແຈ່ວຫວານແຊບທີ່ສຸດ.ພາບ: Joshua Zukas

5.ເສັ້ນລ້ອນເປັດເທບ ເຈິ່ນຝູ໋ (ເຮືອນເລກທີ 3 ເຈິ່ນຝູ໋, ເມືອງ ຮວ່ານກ໋ຽມ)

ເວລາເປີດ: 24 ຊົ່ວໂມງ

Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin - ảnh 13
Joshua Zukas ຕີລາຄາວ່າ: ເຍື່ອງອາຫານນີ້ມີນ້ຳ ແກງແຊບນົວ, ບໍ່ມີກິນຄາວຈາກເປັດເທບ. ມີສອງວິທີກິນ, ເສັ້ນລ້ອນນ້ຳ ແລະ ເສັ້ນລ້ອນແຫ້ງ. ພາບ: Joshua Zukas
Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin - ảnh 14
ຮ້ານ ແທັງ ເປັດເທບ (ຮ້ານອາຫານ ແທັງ), ໄດ້ເລີ່ມເປີດຂາຍມາແຕ່ປີ 1994, ນັກຂ່າວ ອາເມລິກາ ໄດ້ສະເໜີມີບ່ອນນັ່ງກິ່ນທີ່ດູດດື່ມ, ນອນໃກ້ກັບເສັ້ນທາງລົດໄຟ.
Business Insider ສະເໜີ 5 ຮ້ານອາຫານແຄມທາງ ຮ່າໂນ້ຍ ສົມມີໜ້າໃນ Michelin - ảnh 15
Zukas ໄດ້ສະເໜີວ່າ: ແຂກທ່ອງທ່ຽວອາດສາມາດເລືອກຮ້ານນີ້, ທັງໄດ້ກິນແຊບ, ທັງໄດ້ຊົມເບິ່ງລົດໄຟແລ່ນ. ພາບ: Đắc Huy/VTCNews

ຕອບກັບ

ຂ່າວ/ບົດ​ອື່ນ