ຄວາມງາມຂອງເຂດພູພຽງ ດົ່ງວັນ, ແຂວງ ຮ່າຢາງ ຫວຽດນາມ

(VOVWORLD) - ຫວ່າງມໍ່ໆມານີ້, ເຂດພູພຽງຫີນດົ່ງວັນ ສືບຕໍ່ໄດ້ຮັບການຮັບຮອງຈາກສະພາເຄືອຂ່າຍອຸທິຍານທໍລະນີສາດທົ່ວໂລກ UNESCO (global geoparks network, UNESCO) ວ່າ ເປັນເຂດອຸທິຍານທໍລະນີສາດທົ່ວໂລກ UNESCO  ຄັ້ງທີ 3.

ຄວາມງາມຂອງເຂດພູພຽງ ດົ່ງວັນ, ແຂວງ ຮ່າຢາງ ຫວຽດນາມ - ảnh 1
ພິທີຮັບນາມມະຍົດ ເຂດອຸທິຍານທໍລະນີສາດທົ່ວໂລກ UNESCO ຂດພູພຽງຫີນ ດົ່ງວັນ ຄັ້ງທີ 3 ໂດຍຄະນະກຳມະການປະຊາຊົນແຂວງ ຮ່າຢາງ ຈັດຂຶ້ນຢ່າງສົມກຽດ ຢູ່ສະໜາມຫຼວງ ແທງນຽນ (ເມືອງ ດົ່ງວັນ) ໃນຕອນຄ່ຳວັນທີ 28 ຕຸລາ 2023. ພາບ: tienphong.vn
ຄວາມງາມຂອງເຂດພູພຽງ ດົ່ງວັນ, ແຂວງ ຮ່າຢາງ ຫວຽດນາມ - ảnh 2
ບັນດາທັດສະນີຍະພາບ ແລະ ສະຖາປັດຕະຍາກຳທໍລະນີສາດ, ພູມສັນຖານ, ເສັ້ນທາງທີ່ໂຄດລ້ຽວຕາມພູຢ່າງສວຍງາມ, ແສງແດດສີເຫຼືອງເທິງບັນດາຈອມພູ, ນາຂັ້ນໄດທີ່ຊ້ອນກັນ ບວກກັບສີສັນວັດທະນະທຳຂອງຊົນເຜົ່າຕ່າງໆຢູ່ເຂດພູສູງ ຍິ່ງເຮັດໃຫ້ເຂດພູພຽງຫີນ ດົ່ງວັນ ເປັນໜ້າອອນຊອນໃຈຕໍ່ແຂກທ່ອງທ່ຽວຫຼາຍຂຶ້ນ. ພາບ: toquoc.vn
ຄວາມງາມຂອງເຂດພູພຽງ ດົ່ງວັນ, ແຂວງ ຮ່າຢາງ ຫວຽດນາມ - ảnh 3
ເຂດພູພຽງຫີນດົ່ງວັນ ມີຄວາມສູງແຕ່ 1.100 – 1.600 ແມັດ ເມື່ອທຽບໃສ່ລະດັບນ້ຳທະເລ ແລະ ຕັ້ງຢູ່ລຽບຕາມ 4 ເມືອງ ແມ່ວວາກ, ດົ່ງວັນ, ອຽນມິງ, ກວ໋ານບະ ຂອງແຂວງ ຮ່າຢາງ. ໃນພາບແມ່ນໃຈກາງເທດສະບານເມືອງ ໂຝບ໋າງ - ໜຶ່ງໃນ 2 ເທດສະບານເມືອງຂອງແຂວງ ດົ່ງວັນ. ພາບ: tienphong.vn
ຄວາມງາມຂອງເຂດພູພຽງ ດົ່ງວັນ, ແຂວງ ຮ່າຢາງ ຫວຽດນາມ - ảnh 4
ຈາກເຂດພູຫີນທີ່ປະສົບກັບຄວາມຫຍຸ້ງຍາກ, ມີໜ້ອຍຄົນຮູ້ຈັກເຖິງ, ແຕ່ປັດຈຸບັນນີ້, ເຂດພູພຽງຫີນ ດົ່ງວັນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ຈັບໃຈສຳລັບທັງແຂກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ພາບ: tienphong.vn
ຄວາມງາມຂອງເຂດພູພຽງ ດົ່ງວັນ, ແຂວງ ຮ່າຢາງ ຫວຽດນາມ - ảnh 5
ພະລາດສະວັງຂອງວົງຕະກຸນ ເວືອງ (ຫຼືຍັງເອີ້ນວ່າ ພະລາດສະວັງເຈົ້າຊີວິດເຜົ່າມົ້ງ), ມີເນື້ອທີ່ເກືອບ 3.000 m2, ຕັ້ງຢູ່ກາງຮ່ອມພູ ຊ່າຟິນ (ເມືອງ ດົງວັນ, ຮ່າຢາງ). ພະລາດສະວັງດັ່ງກ່າວມີຂອບຂະໜາດໃຫຍ່ເໝືອນກັບປ້ອມປືນໃຫຍ່ຢູ່ເຂດພູພຽງຫີນ. ກິດຈະກຳໄດ້ເລີ່ມກໍ່ສ້າງເມື່ອປີ 1898 ແລະ ກໍ່ສ້າງສຳເລັດໃນປີ 1907, ຕິດພັນກັບຊື່ສຽງ ແລະ ພາລະກິດຂອງສອງພໍ່ລູກຊາວເຜົ່າມົ້ງ ນັ້ນແມ່ນ ເຈົ້າຊີວິດເຜົ່າມົ້ງ ເວືອງຈິງດຶກ ແລະ ເວືອງຈີ້ສິ່ງ. ພາບ: tienphong.vn
ຄວາມງາມຂອງເຂດພູພຽງ ດົ່ງວັນ, ແຂວງ ຮ່າຢາງ ຫວຽດນາມ - ảnh 6
ຮ່ອມພູ ຕູສານ ມີຄວາມເລິກທີ່ສຸດຢູ່ ອາຊີຕາເວັນອອກາງສ່ຽງໃຕ້, ຝາຫີນມີຄວາມສູງເຖິງ 800 ແມັດ, ມີລວງຍາວ 1,7 ກິໂລແມັດ, ເລິກເກືອບ 1 ກິໂລແມັດ. ຮ່ອມພູດັ່ງກ່າວຕັ້ງຢູ່ຕີນກິ່ວ ໝ້າປີແລ່ງ (ເມືອງ ແມ່ວວາກ, ຮ່າຢາງ), ຢູ່ທາງລຸ່ມແມ່ນແມ່ນ້ຳ ຍໍເກັວ. ພາບ: tienphong.vn
ຄວາມງາມຂອງເຂດພູພຽງ ດົ່ງວັນ, ແຂວງ ຮ່າຢາງ ຫວຽດນາມ - ảnh 7
ງານບຸນດອກບັກວິດຂອງ ຮ່າຢ່າງ ໄດ້ຈັດຂຶ້ນຄັ້ງທຳອິດໃນປີ 2015, ມາຮອດປັດຈຸບັນ ແມ່ນປີທີ 9 ແລ້ວ, ດ້ວຍຂອບຂະໜາດ, ເນື້ອທີ່ປູກຕົ້ນໄມ້ນັບມື້ນັບເປີດກວ້າງ, ໄດ້ສ້າງເງື່ອນໄຂໃຫ້ແຂກທ່ອງທ່ຽວມາຢ້ຽມຊົມ, ຖ່າຍຮູບ. ພາບ: tienphong.vn
ຄວາມງາມຂອງເຂດພູພຽງ ດົ່ງວັນ, ແຂວງ ຮ່າຢາງ ຫວຽດນາມ - ảnh 8
ຜ່ານ 14 ປີ ແຫ່ງການສ້າງສາ ແລະ ພັດທະນາ, ເຂດອຸທິຍານທໍລະນີສາດທົ່ວໂລກ UNESCO ເຂດພູພຽງຫີນ ດົ່ງວັນ ຍັງຮັກສາໄດ້ນາມມະຍົດ, ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາແຂວງ ຮ່າຢາງ. ພາບ: tienphong.vn
ຄວາມງາມຂອງເຂດພູພຽງ ດົ່ງວັນ, ແຂວງ ຮ່າຢາງ ຫວຽດນາມ - ảnh 9
ມາຢ້ຽມຢາມເຂດພູພຽງຫີນ ດົ່ງວັນ ໃນລະດູໃດກໍງາມຫຼາຍ, ພິເສດແມ່ນລະດູບານໃໝ່ ຊ່ວງທ້າຍເດືອນ ກຸມພາ, ຕົ້ນເດືອນ ມີນາ-ໄລຍະເວລາທີ່ດອກຄາຍ, ດອກໝັ້ນ, ດອກໝາກຈອງ ພາກັນເບັ່ງບານ ແລະ ອວດສີ ພ້ອມກັບບັນດາຫຼັງເຮືອນມຸງດິນຂໍບູຮານ, ມີຝາໂບກດ້ວຍດິນດາກສີເຫຼືອງ ແລະ ກຳແພງຫີນທີ່ເປັນເອກະລັກຂອງຊາວເຜົ່າມົ້ງ. ທັງໝົດໄດ້ປະສົມປະສານເຂົ້າກັນຢ່າງກົມກຽວ, ງາມເໝືອນດັ່ງພາບແຕ້ມທີ່ໃຫຍ່ໂຕມະໂຫຖານ ຢູ່ດິນແດນເຂດພູພຽງ. ພາບ: VOV
ຄວາມງາມຂອງເຂດພູພຽງ ດົ່ງວັນ, ແຂວງ ຮ່າຢາງ ຫວຽດນາມ - ảnh 10
ພາບ: VOV
ຄວາມງາມຂອງເຂດພູພຽງ ດົ່ງວັນ, ແຂວງ ຮ່າຢາງ ຫວຽດນາມ - ảnh 11
ພາບ: VOV
ຄວາມງາມຂອງເຂດພູພຽງ ດົ່ງວັນ, ແຂວງ ຮ່າຢາງ ຫວຽດນາມ - ảnh 12
ຄວາມໃຫຍ່ໂຕມະໂຫຖານຂອງພູພາປ່າໄມ້, ທິວທັດທຳມະຊາດແບບປະຖົມປະຖານ, ງາມດັ່ງໃນຝັນ ພ້ອມດ້ວຍວັດທະນະທຳ ແລະ ຄວາມສະໜິດສະໜົມຮັກແພງແຂກຄົນຂອງປະຊາຊົນເຂດພູພຽງຫີນ ຄືວ່າແມ່ນຄຳເຊີນຊວນແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ ຈົ່ງມາຢາມ ຮ່າຢາງ ເພື່ອເຊື່ອມຕົວເຂົ້າກັບກັບບັນຍາກາດ ແລະ ຄົ້ນຫາຄວາມງາມແບບປະຖົມປະຖານ, ໃຫຍ່ໂຕມະໂຫຖານທີ່ຫາຍາກ ໂດຍທຳມະຊາດດົນບັນດານໃຫ້. ພາບ: VOV./.

ຕອບກັບ

ຂ່າວ/ບົດ​ອື່ນ