ຄວາມງາມທີ່ສະຫງົບງຽບເຂດພູພຽງ ຕາວານຈື ໃນລະດູດອກໝັ້ນຂາວ

(VOVWORLD) - ເມື່ອມາຢ້ຽມຢາມຕາແສງ ຕາວັນຈື (ແຂວງ ລາວກາຍ) ໃນຊຸມມື້ນີ້, ແຂກທ່ອງທ່ຽວມີໂອກາດຄົ້ນຫາຄວາມງາມດັ່ງໃນຝັນຂອງສວນດອກໝັ້ນຢູ່ບັນດາຄອບຄົວຊາວເຜົ່າ ມົ້ງ.
ຄວາມງາມທີ່ສະຫງົບງຽບເຂດພູພຽງ ຕາວານຈື ໃນລະດູດອກໝັ້ນຂາວ - ảnh 1
ໂດຍຫ່າງຈາກເທດສະບານເມືອງ ບັກຮ່າ, ແຂວງ ລາວກາຍ ໄປທາງທິດຕາເວັນຕົກສ່ຽງເໜືອ ປະມານ 16 ກມ, ໃນຊຸມມື້ນີ້, ຕາແສງ ຕາວານຈື ມີຄວາມງາມດັ່ງໃນຝັນ ເມື່ອດອກໝັ້ນເບັ່ງບານຂາວຈຸ່ນພູ່ນຢູ່ທົ່ວເຂດ.
ຄວາມງາມທີ່ສະຫງົບງຽບເຂດພູພຽງ ຕາວານຈື ໃນລະດູດອກໝັ້ນຂາວ - ảnh 2
ດອກໝັ້ນ ຕາວານ ມີກີບນ້ອຍເປັນເອກະລັກສະເພາະ, ເກສອນສີເຫຼືອງ, ເບັ່ງບານໃນຈຸດເວລາດຽວກັນ.
ຄວາມງາມທີ່ສະຫງົບງຽບເຂດພູພຽງ ຕາວານຈື ໃນລະດູດອກໝັ້ນຂາວ - ảnh 3
ຄວາມງາມທີ່ສະຫງົບງຽບເຂດພູພຽງ ຕາວານຈື ໃນລະດູດອກໝັ້ນຂາວ - ảnh 4
ຄວາມງາມທີ່ສະຫງົບງຽບເຂດພູພຽງ ຕາວານຈື ໃນລະດູດອກໝັ້ນຂາວ - ảnh 5
ດອກໝັ້ນ ຕາວານ ຢູ່ ບັກຮ່າ ເບັ່ງຊ້າກວ່າເຂດອື່ນ. ຕາມທຳມະດາ, ປະມານກາງເດືອນ ກຸມພາ ດອກຈຶ່ງເບັ່ງບານ ແລະ ງາມທີ່ສຸດແມ່ນໃນອາທິດທີ 2, ທີ 3, ໂດຍຂຶ້ນກັບສະພາບອາກາດ.
ຄວາມງາມທີ່ສະຫງົບງຽບເຂດພູພຽງ ຕາວານຈື ໃນລະດູດອກໝັ້ນຂາວ - ảnh 6
ໝາກໝັ້ນ ຕາວານ ສາມາດເກັບກູ້ໄດ້ໃນເດືອນ 6 – 7 (ໄລ່ຕາມຈັນທະປະຕິທິນ). ເມື່ອສຸກ, ໝາກໝັ້ນມີຂະໜາດໜ່ວຍໃຫຍ່, ມີສີອິດງາມຕາ, ມີລົດຊາດຫວານ. ປະຊາຊົນຢູ່ທີ່ນີ້ໄດ້ເລືອກເອົາໝາກໝັ້ນ ຕາວານ ເປັນຜະລິດຕະພັນທີ່ເປັນເອກະລັກສະເພາະ, ນອກຈາກການເກັບໝາກແລ້ວ ຍັງສາມາດພັດທະນາການທ່ອງທ່ຽວຍາມດອກໝັ້ນເບັ່ງບານນຳອີກ.
ຄວາມງາມທີ່ສະຫງົບງຽບເຂດພູພຽງ ຕາວານຈື ໃນລະດູດອກໝັ້ນຂາວ - ảnh 7
ດອກໄມ້ສີຂາວ, ສະຫຼັບກັບສີບົວຂອງດອກຄາຍ ເຮັດໃຫ້ ຕາວານ ຄືດັ່ງພາບແຕ້ມທີ່ມີສີສັນຫຼາກຫຼາຍຢູ່ທ່າມກາງເຂດໜ່ວຍພູທີ່ກວ້າງໃຫຍ່.
ຄວາມງາມທີ່ສະຫງົບງຽບເຂດພູພຽງ ຕາວານຈື ໃນລະດູດອກໝັ້ນຂາວ - ảnh 8
ບັນດາຕົ້ນໝາກໝັ້ນໄດ້ປູກຢູ່ທົ່ວເຂດຮ່ອມພູ, ຢູ່ແຄມຮົ້ວເຮືອນ, ເສັ້ນທາງໃນບ້ານ ແລະ ທັງເຂດປ່າທີ່ກວ້າງໃຫຍ່.
ຄວາມງາມທີ່ສະຫງົບງຽບເຂດພູພຽງ ຕາວານຈື ໃນລະດູດອກໝັ້ນຂາວ - ảnh 9
ແຂກທ່ອງທ່ຽວຖ່າຍຮູບກັບດອກໝັ້ນທີ່ພວມເບັ່ງບານຢູ່ເຂດໜ່ວຍພູ ຕາວັນຈື ໃນສະພາບອາກາດລະດູບານໃໝ່.
ຄວາມງາມທີ່ສະຫງົບງຽບເຂດພູພຽງ ຕາວານຈື ໃນລະດູດອກໝັ້ນຂາວ - ảnh 10
ຄວາມງາມທີ່ສະຫງົບງຽບເຂດພູພຽງ ຕາວານຈື ໃນລະດູດອກໝັ້ນຂາວ - ảnh 11
ເວລາເໝາະສົມທີ່ສຸດເພື່ອມາຢ້ຽມຢາມບັນດາສວນຕົ້ນໝາກໝັ້ນແມ່ນແຕ່ 9 ໂມງເຊົ້າ ຫຼື 1 – 2 ໂມງສວຍ.
ຄວາມງາມທີ່ສະຫງົບງຽບເຂດພູພຽງ ຕາວານຈື ໃນລະດູດອກໝັ້ນຂາວ - ảnh 12
ທິວທັດທຳມະຊາດທີ່ສະຫງົບງຽບຂອງລະດູບານໃໝ່ຢູ່ ຕາວານຈື.

ຕອບກັບ

ຂ່າວ/ບົດ​ອື່ນ